ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ຢູເຄຣນ ປະນາມ ການສັງຫານ ຜູ້ນຳຝ່າຍຄ້ານ ຂອງ ຣັດເຊຍ


ນັກເຄື່ອນໄຫວຝ່າຍຄ້ານ ທ່ານ Ilya Yashin ວາງດອກໄມ້ ຢູ່ບ່ອນທີ່ທ່ານ lBoris Nemtsov ຖືກສັງຫານ ຢູ່ໃນເຂດໃຈກາງ ນະຄອນຫຼວງມົສກູ (28 ກຸມພາ 2015)
ນັກເຄື່ອນໄຫວຝ່າຍຄ້ານ ທ່ານ Ilya Yashin ວາງດອກໄມ້ ຢູ່ບ່ອນທີ່ທ່ານ lBoris Nemtsov ຖືກສັງຫານ ຢູ່ໃນເຂດໃຈກາງ ນະຄອນຫຼວງມົສກູ (28 ກຸມພາ 2015)

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໄດ້ປະນາມ ການສັງຫານຜູ້ນຳຝ່າຍຄ້ານຂອງຣັດເຊຍທ່ານ Boris Nemtsov
ທີ່ໄດ້ຖືກຍິງຕາຍຢູ່ນະຄອນຫຼວງມົສກູໃນວັນສຸກວານນີ້ ຫລັງຈາກ
ໄດ້ຮຽກຮ້ອງ ໃຫ້ຜູ້ຄົນທຳການປະທ້ວງ ຕໍ່ຕ້ານປະທານາທິບໍດີຣັດ
ເຊຍ ທ່ານ Vladirmir Putin ກ່ຽວກັບ ການເຮັດສົງຄາມ ໃນ ຢູ-
ເຄຣນ.

ທ່ານ Poroshenko ໃນວັນເສົາມື້ນີ້ ໄດ້ເອີ້ນທ່ານ Nemtsov ວ່າ
ເປັນຂົວເຊື່ອມ ລະຫວ່າງຢູເຄຣນ ແລະຣັດເຊຍ.

ບໍ່ເທົ່າໃດຊົ່ວໂມງ ກ່ອນຖືກຍິງຕາຍ ທ່ານ Nemtsov ໄດ້ໃຫ້ສຳ
ພາດ ແກ່ວິທະຍຸ Ekho Moskvy ຂອງຣັດເຊຍ ໂດຍຮຽກຮ້ອງໃຫ້ປະຊາຊົນໃນນະຄອນ ມົສກູໄປຮ່ວມການໂຮມຊຸມນຸມປະທ້ວງຂອງຝ່າຍຄ້ານເພື່ອຕໍ່ຕ້ານປະທານາທິບໍດີ Putin
ໃນວັນອາທິດມື້ອື່ນນີ້.

ປະທານາທິບໍຝຣັ່ງທ່ານ Francois Holland ກໍໄດ້ສະແດງຄວາມບໍ່ພໍໃຈຕໍ່ ການສັງຫານ ທ່ານ Nemtsov. ທ່ານເອີ້ນການສັງຫານນີ້ວ່າ ເປັນການຄາດຕະກຳດ້ວຍຄວາມກຽດຊັງ ແລະກ່າວເຖິງທ່ານ Nemtsov ວ່າ ເປັນຜູ້ປົກປ້ອງປະຊາທິປະໄຕ.

RUSSIAN NEMTSOV MURDER CNPK Edl Version1
please wait

No media source currently available

0:00 0:01:52 0:00

ທ່ານ Nemtsov ຜູ້ຕິຕຽນຄົນສຳຄັນຕໍ່ທ່ານ Putin ແລະເຄີຍເປັນອະດີດຮອງນາຍົກລັດ ຖະມົນຕີຂອງຣັດເຊຍມາກ່ອນນັ້ນ ໄດ້ຖືກຍິງຕາຍໃນຄືນວັນສຸກວານນີ້ຢູ່ໃນເຂດໃຈກາງ ນະຄອນຫຼວງມົສກູ.

ກະຊວງພາຍໃນ ຂອງຣັດເຊຍ ກ່າວວ່າ ທ່ານ Nemtsov ອາຍຸ 55 ປີ ໄດ້ຖືກຍິງ 4 ລູກ ຈາກລົດສີຂາວທີ່ແລ່ນຜ່ານໄປ ໃນຂະນະທີ່ທ່ານພວມຍ່າງຂ້າມຂົວແຫ່ງນຶ່ງໃນນະຄອນ ຫຼວງມົສກູ ໄກ້ໆກັບວັງເຄຣັມລິນ.

ໂຄສົກຂອງທ່ານ Putin ກ່າວວ່າ ການຄາດຕະກຳນີ້ ແມ່ນມີຮ່ອງຮອຍເປັນການສັງຫານ ແບບສັນຍາຈ້າງ ແລະກ່າວວ່າ ມັນອາດເປັນການຍຸແຍ່ໃຫ້ເກີດຄວາມໂມໂຫໂທໂສກ່ອນ ການເດີນຂະບວນປະທ້ວງຂອງພວກຝ່າຍຄ້ານ. ທ່ານກ່າວວ່າ ວັງເຄຣັມລິນຈະເປັນຜູ້ກຳ
ກັບນຳການສືບສວນດັ່ງກ່າວ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ປະນາມການຄາດຕະກຳທີ່ໂຫດຫ້ຽມ
ດັ່ງກ່າວ ແລະຮຽກຮ້ອງໃຫ້ຣັດເຊຍ ທຳການສືບສວນໂດຍໄວແລະ ຢ່າງເປັນທຳ.

Watch Video of Nemtsov Rallying for Ukraine Peace
please wait

No media source currently available

0:00 0:02:14 0:00

XS
SM
MD
LG