ລັດຖະບານອາຟຣິກາໃຕ້ກ່າວວ່າ ອະດີດປະທານາທິບໍດີ
Nelson Mandela ໄດ້ເຂົ້າໂຮງໝໍໃໝ່ອີກ ໃນຕອນເຊົ້າວັນ
ເສົາມືນີ້ ຍ້ອນອາການປອດອັກເສບທີ່ຮ້າຍແຮງຂອງທ່ານເກີດ
ຂຶ້ນຄືນອີກ.
ທຳນຽບປະທານາທິບໍດີ Jacob Zuma ໄດ້ອອກຖະແຫລງ
ການ ກ່າວວ່າ ອາ ການຂອງທ່ານ Mandela ໄດ້ຮ້າຍແຮງຂື້ນ
ໃນຕອນກາງຄືນ ແລະທ່ານໄດ້ຖືກ ສົ່ງໄປໂຮງໝໍໃນນະຄອນ
Pretoria. ເວລານີ້ ທ່ານຖືກຈັດຢູ່ໃນ “ຂັ້ນຮ້າຍແຮງແຕ່ມີອາ
ການທຸ່ນທ່ຽງ.”
ນັກຕໍ່ຕ້ານການແບ່ງແຍກເຊື້ອຊາດຜີວພັນທີ່ມີຊື່ສຽງ ອາຍຸ 94
ປີທ່ານນີ້ໄດ້ເຂົ້າ ຮັບການປິ່ນປົວປອດບວມ ຢູ່ທີ່ໂຮງໝໍເປັນເວ
ລາ 10 ມື້ໃນເດືອນເມສາຜ່ານມາ.
ປະຫວັດໃນການມີບັນຫາກ່ຽວກັບລະບົບຫາຍໃຈຂອງທ່ານ
Mandela ເກີດຂື້ນໃນລະຫວ່າງທີ່ທ່ານຖືກຄຸກ ເປັນເວລາ 27
ປີ ໃນການຕໍ່ຕ້ານການແບ່ງແຍກເຊື້ອຊາດຜີວພັນ.
ທ່ານບໍ່ຄ່ອຍໄດ້ປະກົດເຫັນ ຢູ່ໃນທີ່ສາທາລະນະ ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້ ໃນຂະນະທີ່ສຸຂະພາບຂອງທ່ານຊຸດໂຊມລົງ.