ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກອະວະກາດ Neil Armstrong ​​ເສຍ​ຊີວິດ​ແລ້ວ (ສະໄລດ໌)


Niel Armstrong (ຊ້າຍ) ນັກອະວະກາດສະຫະລັດຄົນ
ທໍາອິດທີ່ຍ່າງຢູ່ເທິງຜິວໜ້າດວງຈັນ
ເມື່ອວັນທີ່ 20 ເດືອນກໍລະກິດ ປີ 1969.
Niel Armstrong (ຊ້າຍ) ນັກອະວະກາດສະຫະລັດຄົນ ທໍາອິດທີ່ຍ່າງຢູ່ເທິງຜິວໜ້າດວງຈັນ ເມື່ອວັນທີ່ 20 ເດືອນກໍລະກິດ ປີ 1969.

ທ່ານ Neil Armstrong ອະດີດ​ນັກ​ອະວະກາດ​ສະຫະລັດ ຊຶ່ງ​ເປັນ​ຄົນ​ທໍາ​ອິດ​ທີ່​ຂຶ້ນ​ໄປ​ຍ່າງ​ຢູ່​ເທິງ​ດວງ​ຈັນ​ ​ໄດ້ເສຍ​ຊີວິດ​ແລ້ວ.

ຖະ​ແຫຼງການ​ສະບັບ​ນຶ່ງ​ຂອງ​ຄວບ​ຄົວ​ອາມ​ສະຕຣອງ ​ເວົ້າ​ວ່າ ທ່ານ ນີລ ອາຍຸ 82 ປີ ​ເສຍ​ຊີວິດ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ລັດ​ໂອ​ໄຮ​ໂອ ລັດ​ບ້ານ​ເກີດຂອງ​ທ່ານ ຫຼັງຈາກຜ່າຕັດ​ເສັ້ນ​ເລືອດ​ຫົວ​ໃຈ​ເມື່ອ​ຕົ້ນ​ເດືອນ​ນີ້.

ທ່ານ​ອາມ​ສະຕຣອງ ​ເປັນ​ຜູ້​ບັງຄັບ​ຍານ​ອະວະກາດ ອະ​ພອລ​ໂລ 11 ທີ່​ໄປ​ລົງ​ດວງ​ຈັນ​ເມື່ອ​ວັນ​ທີ 20 ​ເດືອນ​ກໍ​ລະ​ກົດ​ປີ 1969. ຫຼັງຈາກ​ໄດ້ກ້າວ​ລົງ​ຢຽບຜິວໜ້າ​ດວງ​ຈັນ​ແລ້ວ ທ່ານ​ອາມ​ສະຕຣອງໄດ້​ກ່າວ​ຂໍ້ຄວາມ​ທີ່​ເປັນ​ປະວັດສາດມາ​ຍັງ​ໂລກ​ວ່າ ນີ້​ເປັນ​ບາດກ້າວ​ນ້ອຍໆກ້າວ​ນຶ່ງ​ສໍາລັບຄົນ ​ແຕ່​ມັນ​ເປັນ​ບາດກ້າວ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມວນ​ມະນຸດ. ​ໃນ​ຂະນະ​ທີ່ທົ່ວທັງ​ໂລກ​ເຝົ້າ​ເບິ່ງ​ຢ່າງງຶດ​ງໍ້ຢູ່​ນັ້ນ ທ່ານ​ອາມ​ສະຕຣອງ​ໄດ້​ໃຊ້​ເວລາ​ເກືອບສາມ​ຊົ່ວໂມງ​ຍ່າງ​ຢູ່​ເທິງ​ຜິວໜ້າ​ດວງ​ຈັນ ພ້ອມ​ກັບ​ເພື່ອນ​ນັກອະວະກາດ ທ່ານ Edwin Buzz Aldrin.

​ໃນ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ທ່ານອາມ​ສະຕຣອງ​ໄດ້​ຫາຍ​ໜ້າ​ຫາຍ​ຕາ​ຈາກ ສາທາ​ລະ​ນະເປັນສ່ວນ​ໃຫຍ່ ​ແຕ່​ທ່ານ​ໄດ້​ກ່າວ​ຄໍາ​ປາ​ໄສ​ເມື່ອ​ຕົ້ນ​ປີ​ນີ້​ທີ່​ມະຫາ​ວິທະຍາ​ໄລ​ລັດ​ໂອ​ໄຮ​ໂອ ​ໃນ​ພິທີສະດຸ​ດີ​ແລະ​ໃຫ້​ກຽດ​ແກ່ເພື່ອນ ຮ່ວມບຸກ​ເບີກ​ອະວະກາດດ້ວຍ​ກັນ ທ່ານ John Glenn ອະດີດສະມາຊິກ​ສະພາສູງ​ສະຫະລັດ​ຈາກ​ລັດ​ໂອ​ໄຮ​ໂອ ຄື​ກັນ.
XS
SM
MD
LG