ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໘ ກຸມພາ ໒໐໒໕

ບັນດາຜູ້ເຈລະຈາເພື່ອພະຍາຍາມບັນລຸຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Antony Blinken (2-R) ເດີນທາງມາເຖິງ ເພື່ອຖ່າຍຮູບເປັນກຸ່ມກັບ (L-R) ລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry, ລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi ແລະ ລັດຖະມົນຕີການຕ່າງປະເທດ UAE Reem Ebrahim al-Hashimy ພາຍຫຼັງການພົບປະ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Antony Blinken (2-R) ເດີນທາງມາເຖິງ ເພື່ອຖ່າຍຮູບເປັນກຸ່ມກັບ (L-R) ລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry, ລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi ແລະ ລັດຖະມົນຕີການຕ່າງປະເທດ UAE Reem Ebrahim al-Hashimy ພາຍຫຼັງການພົບປະ.

ບັນດາຜູ້ໄກ່ເກ່ຍໄດ້ມີກຳນົດທີ່ຈະພົບປະກັນໃນວັນອັງຄານມື້ນີ້ ຢູ່ປະເທດ ກາຕ້າ ເພື່ອພະຍາຍາມທີ່ຈະສະເໜີການເຈລະຈາຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ໃຫ້ສຳເລັດໄດ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ການເຈລະຈາດັ່ງກ່າວ ເກີດຂຶ້ນຫຼັງການຕໍ່ສູ້ມາຍາວນານ 15 ເດືອນ ແລະ ແຫຼ່ງຂ່າວທີ່ຮູ້ກ່ຽວກັບການເຈລະຈານີ້ ກ່າວວ່າ ເປັນຄວາມກ້າວໜ້າຄັ້ງສຳຄັນໃນອາທິດນີ້ ໃນຄວາມພະຍາຍາມຢຸດຕິສົງຄາມ ໃນເຂດ ກາຊ້າ.

ປະທານາທິບໍດີ ທ່ານ ໂຈ ໄບເດັນ ຂອງ ສະຫະລັດ ກ່າວເມື່ອວັນຈັນວານນີ້ວ່າ ຂໍ້ຕົກລົງດັ່ງກ່າວ “ໄກ້ຈະບັນລຸຜົນສຳເລັດໃນທີ່ສຸດ.”

ໃນຄໍາປາໄສທີ່ກະຊວງການຕ່າງປະເທດເພື່ອຍົກໃຫ້ເຫັນບັນດາຜົນສຳເລັດນະໂຍບາຍການຕ່າງປະເທດຂອງຕົນ, ທ່ານ ໂຈ ໄບເດັນ ກ່າວວ່າ ຂໍ້ຕົກລົງ “ ປົດປ່ອຍຕົວປະກັນ” ຢຸດການສູ້ລົບ, ສ້າງຄວາມໝັ້ນຄົງໃຫ້ແກ່ ອິສຣາແອລ ແລະ ຊ່ວຍໃຫ້ພວກເຮົາເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ຊາວ ປາເລສໄຕນ໌ ທີ່ໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງໃນສົງຄາມນີ້ ທີ່ກຸ່ມ ຮາມາສ ໄດ້ເລີ້ມຕົ້ນຂື້ນ.

ຕົວກຳນົດຂັ້ນພື້ນຖານຂອງຂໍ້ສະເໜີການຢຸດຍິງຈະເຫັນວ່າ ຂະບວນການກຳລັງດຳເນີນຢູ່ ໃນຫຼາຍຂັ້ນຕອນ.

ກຸ່ມຮາມາສ ຈະປ່ອຍຕົວປະກັນທີ່ຖືກກັກຂັງໄວ້ ນັບຕັ້ງແຕ່ກຸ່ມກໍ່ການຮ້າຍໂຈມຕີ ອິສຣາແອລ ໃນເດືອນຕຸລາ 2023 ໃນຂະນະທີ່ທາງການ ອິສຣາແອລ ກໍຈະປ່ອຍຕົວນັກໂທດຊາວປາເລສໄຕນ໌.

ກອງທັບອິສຣາແອລ ຈະຖອນຕົວອອກຈາກເຂດກາຊ້າ ເປັນໄລຍະໆ ແລະ ຊາວປາເລສໄຕນ໌ ບາງສ່ວນທີ່ໄດ້ຍົກຍ້າຍຖີ່ນຖານເນື່ອງຈາກຄວາມຂັດແຍ້ງຈະໄດ້ຮັບອະນຸຍາດໃຫ້ກັບປະເທດພ້ອມກັບຄວາມຊ່ວຍເຫຼືອເພີ່ມຕື່ມສຳລັບພົນລະ ເມືອງປາເລສໄຕນ໌.

ການເຈລະຈາທີ່ນຳໂດຍສະຫະລັດ ອີຍິບ ແລະ ກາຕ້າ ເປັນເວລາດົນຫຼາຍເດືອນ ທີ່ບໍ່ສາມາດຢຸດການສູ້ຮົບໄດ້ແຕ່ໃນຊ່ວງບໍ່ພໍເທົ່າໃດອາທິດຜ່ານມາຄວາມພະຍາຍາມດັ່ງກ່າວ ໄດ້ຮັບການຊຸກຍູ້ໃນຊ່ວງເວລາທີ່ສະຫະລັດກຳລັງກຽມທີ່ຈະປ່ຽນຜູ້ນໍາ.

ທ່ານ ແອນໂທນີ ບຣິງເກັນ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ກ່າວກັບ ອົງການຂ່າວ MSNBC ເມື່ອວັນຈັນຜ່ານມາວ່າ ທັງສອງຝ່າຍ “ໃກ້ຈະບັນລຸຂໍ້ຕົກລົງຫຼາຍກ່ວາທີ່ພວກເຮົາເຄີຍໄດ້ຮັບ” ແລະ ກ່າວວ່າ ໝາກບານຢູ່ໃນຟາກຂອງກຸ່ມ ຮາມາສ.

ທ່ານ ເຈກ ຊູລລິວານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງ ທ່ານ ໂຈ ໄບເດນ ກ່າວເມື່ອວັນຈັນວານນີ້ວ່າ ເຈົ້າໜ້າທີ່ລັດຖະບານຂອງ ທ່ານ ໄບເດນ ກຳລັງແຈ້ງໃຫ້ທີ່ປຶກສາດ້ານຕາເວນອອກກາງຂອງ ທ່ານ ດໍໂນລ ທຣໍາ ວ່າທີ່ປະທານາທິບໍດີ ຮັບຮູ້ກ່ຽວກັບການເຈລະຈາ. ທ່ານ ສຕີຟ ວິທຄອຟ ທູດຕາເວນອອກກາງຂອງ ທ່ານ ດໍໂນລ ທຣໍາ ມີສ່ວນຮ່ວມໃນການເຈລະຈາຮອບຫລ້າສຸດນຳດ້ວຍ.

ອິສຣາແອລ ເປີດສາກໂຈມຕີກຸ່ມຮາມາສໃນເຂດກາຊ້າ ຫຼັງຈາກນັກລົບກຸ່ມຮາມາສບຸກຂ້າມຊາຍແດນເມື່ອວັນທີ 7 ຕຸລາ 2023 ສັງຫານຜູ້ຄົນໄປ 1,200 ຄົນ ແລະ ຈັບຕົວປະກັນຫຼາຍກ່ວາ 250 ຄົນ ຕາມການນັບຂອງ ອິສຣາແອລ

ຕັ້ງແຕ່ນັ້ນມາມີຜູ້ເສຍຊີວິດໃນເຂດກາຊ້າຫຼາຍກ່ວາ 46,500 ຄົນ ໂດຍສ່ວນຫຼາຍເປັນຜູ້ຍີງແລະເດັກນ້ອຍ ຕາມຂໍ້ມູນຂອງເຈົ້າໜ້າທີ່ສາທາລະນະສຸກຂອງ ປາເລສໄຕນ໌ ເຖິງແມ່ນວ່າອິສຣາແອລຈະລະບຸວ່າຈຳນວນຜູ້ເສຍຊີວິດລວມເຖິງນັບລົບຮາມາສຫຼາຍພັນຄົນທີ່ອິສຣາແອລທີ່ຖືກຂ້າຕາຍ

ພື້ນທີ່ສ່ວນຫຼາຍຂອງເຂດກາຊ້າຊຶ່ງເປັນພື້ນທີ່ແຄບ ໆ ແຄມຊາຍຝັ່ງທະລ ເມດິເຕີເຣນຽນ ຖືກຖີ້ມປ່ອຍໃຫ້ຮ້າງລະຫວ່າງການສູ້ລົບແລະປະເຊີນກັບວິກິດດ້ານ ມະນຸດສະທຳ ປະຊາກອນກ່ວາ 2.3 ລ້ານຄົນຕ້ອງອົບພະຍົບອອກຈາກພື້ນທີ່ຫຼາຍຄັ້ງ

ແພຕຊີ ວິດາຄຸສວາຣາ ຫົວໜ້າສຳນັກງານທຳນຽບຂາວ ມີສ່ວນສະໜັບສະໜູນໃນການລາຍງານນີ້ ຂໍ້ມູນບາງສ່ວນມາຈາກອົງການຂ່າວເອພີ ເອເຈນຊີ ຟຣານ-ເພຣສ ແລະ ຣອຍເຕີ້ສ

ອ່ານຂ່າວນີ້ເປັນພາສາອັງກິດ

Mediators were set to meet Tuesday in Qatar to try to finalize a proposed ceasefire between Israel and Hamas.

The talks come after 15 months of fighting and what people familiar with the negotiations said was a breakthrough this week in the effort to bring an end to the war in Gaza.

U.S. President Joe Biden said Monday that the deal was on “the brink” of “finally coming to fruition.”

In a speech at the State Department to highlight his foreign policy achievements, Biden said the deal would “free the hostages, halt the fighting, provide security to Israel and allow us to significantly surge humanitarian assistance to the Palestinians who suffered terribly in this war that Hamas started."

The basic parameters of the ceasefire proposal would see the process play out in several stages.

Hamas would release hostages it has been holding since the militants carried out their October 2023 attack on Israel, while Israeli authorities would release Palestinian prisoners.

Israeli troops would carry out a phased withdrawal from Gaza, and some Palestinians displaced by the conflict would be allowed to return along with a surge in aid for Palestinian civilians.

Months of negotiations led by the United States, Egypt and Qatar have failed to bring a halt to the fighting, but in recent weeks, the effort has gained momentum at a time when the U.S. is preparing to go through a change in its leadership.

U.S. Secretary of State Antony Blinken told MSNBC on Monday that the sides were "closer than we've ever been" to a deal, and said the ball was in Hamas' court.

Biden’s national security adviser, Jake Sullivan said Monday that Biden administration officials were keeping President-elect Donald Trump’s Mideast advisers abreast of the negotiations. Trump's Middle East envoy, Steve Witkoff, has been involved in the latest round of talks.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG