ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະເຈລະຈາ ຮ່າງກົດລະບຽບ ເພື່ອຈັດຕັ້ງ ປະຕິບັດ ສັນຍາປາຣີ


ລັດຖະມົນຕີການຕ່າງປະເທດ ໂມຣັອກໂກ ແລະ ປະທານ COP22 ປ. Salaheddine Mezouar (ຊ້າຍ) ແລະ ລັດຖະມົນຕີ ເພື່ອສະພາບແວດລ້ອມ Segolene Royal ໃນພິທີເປີດກອງປະຊຸມດິນຟ້າອາກາດຂອງອົງການສະຫະ
ປະຊາຊາດ ປີ 2016 (COP22) ທີ່ເມືອງ Marrakech, ໂມຣັອກໂກ, 7 ພະຈິກ, 2016.
ລັດຖະມົນຕີການຕ່າງປະເທດ ໂມຣັອກໂກ ແລະ ປະທານ COP22 ປ. Salaheddine Mezouar (ຊ້າຍ) ແລະ ລັດຖະມົນຕີ ເພື່ອສະພາບແວດລ້ອມ Segolene Royal ໃນພິທີເປີດກອງປະຊຸມດິນຟ້າອາກາດຂອງອົງການສະຫະ ປະຊາຊາດ ປີ 2016 (COP22) ທີ່ເມືອງ Marrakech, ໂມຣັອກໂກ, 7 ພະຈິກ, 2016.

ຄະນະ​ເຈລະຈາຈາກ​ເກືອບ 200 ປະ​ເທດ ພວມ​ປະຊຸມ​ກັນ ກ່ຽວ​ກັບ​ວ່າ​ຈະ​ຈັດ ຕັ້ງປະຕິບັດ​ຂໍ້​ຕົກລົງ​ປາຣີ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແບບ​ໃດ.

​ທ່ານ​ນາງ Patricia Espinosa ຫົວໜ້າ​ຮັບຜິດ​ຊອບ​ກ່ຽວ​ກັບ​ເລື້ອງອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ຕໍ່​ຄະນະ​ເຈລະຈາ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ເປັນ​ເວລາ 2 ອາທິດ​ທີ່​
ປະ​ເທດ Morocco ວ່າ “ບໍ່​ມີ​ນັກ​ການ​ເມືອງ ​ຫລື​ປະຊາ ຊົນ ຫລື​ຜູ້​ຈັດການ​ທຸລະ​ກິດ ຫລື​ຜູ້​ລົງທຶນ​ໃດ” ສາມາດ​ມີ​ຄວາມ​ສົງ​ໄສ​ວ່າ​ ໂລກ​ຂອງ​ເຮົາ​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ​ເພື່ອ​ຫັນປ່ຽນ​ໄປ​ສູ່​ການ​ເປັນ “ສັງຄົມ​ທີ່​ປັບ​ໂຕ​ໄດ້ ​ໃນ​ການ​ນຳ​ໃຊ້ ການ​ປ່ອຍ​ແກັສພິດ​ຕ່ຳ.”

ພາລະ​ໜ້າ​ທີ່​ຂອງ​ຄະນະ​ເຈລະຈາ​ໃນ​ເວລາ​ນີ້ ກໍ​ແມ່ນ​ຮ່າງລາຍ​ລະອຽດ “ກ່ຽວ​ກັບ ກົດ​ລະບຽບ” ຮວມທັງ ​ຈະ​ວັດ​ແທກ​ ແລະ​ລາຍ​ງານ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ​ແບບ​ໃດ.

ນອກ​ນັ້ນ ຍັງ​ເປັນ​ທີ່​ຄາດ​ກັນ​ວ່າ ເຂົາ​ເຈົ້າຈະ​ສຳ​ຫຼວດ​ເບິ່ງວ່າ​ໂລກ​ຂອງ​ເຮົາ​ຈະ​ສາມາດ​ປ່ຽນ​ແປງ​ໄປ​ສູ່​ການຫັນປ່ຽນ​ທີ່​ວ່າອາດ​ເກືອບ​ຈະ​ບໍ່​ມີ​ການ​ນຳ​ໃຊ້​ເຊື້ອ​ໄຟ ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ຊາກ​ສັດ​ເລີຍ ທີ່​ເປັນ​ຕົວ​ການ ​ພາໃຫ້​ມີ​ການ​ປ່ອຍ​ແກັສ ​ເຮືອນ​ແກ້ວນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG