ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສະຫະລັດ ຍັງສືບຕໍ່ເຈລະຈາ ກ່ຽວກັບຂໍ້ຕົກລົງ ການຊ່ວຍເຫຼືອໃຫ້ແກ່ຢູເຄຣນ ໃນຂະນະທີ່ວັນພັກ ໃກ້ເຂົ້າມາ       


ແຟ້ມພາບ - ຫໍສະພາສະຫະລັດ ໃນວັນທີ 18 ທັນວາ 2023,​ ໃນນະຄອນຫຼວງວໍຊິງຕັນ.
ແຟ້ມພາບ - ຫໍສະພາສະຫະລັດ ໃນວັນທີ 18 ທັນວາ 2023,​ ໃນນະຄອນຫຼວງວໍຊິງຕັນ.

ສະມາຊິກສະພາສະຫະລັດ ຈະ​ເຮັດ​ວຽກ​ໃນ​ລະ​ຫວ່າງ ວັນ​ພັກບຸນ​ຄ​ຣິ​ສ​ມັ​ສ ​ອາ​ທິດ​ໜ້າ, ເພື່ອພະຍາຍາມເຈລະຈາ ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເລື້ອງ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນສຳ​ລັບ​ແລກປ່ຽນ​ກັບ ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນເພື່ອ​ສົ່ງ​ການ​ຊ່ວຍ​ເຫຼືອເພີ້ມ​ຕື່ມ​ໄປ​ໃຫ້​ແກ່​ຢູ​ເຄ​ຣນ.

“ບັນ​ຫາທີ່​ທ້າ​ທາຍ​ຍັງ​ຄົງມີ​ຢູ່, ແຕ່​ພວກ​ເຮົາ​ມີຄວາມໝັ້ນໝາຍທີ່ຈະ​ແກ້​ໄຂບັນຫາ​ຄວາມ​ຕ້ອງ​ການ​ ຢູ່​ເຂດ​ຊາຍ​ແດນ​ທາງພາກ​ໃຕ້ ແລະການ​ຊ່ວຍ​ເຫຼືອ​ບັນ​ດາພັນທະມິດ ແລະ​ບັນ​ດາ​ຄູ່​ຮ່ວມມື ຮັບມືກັບ​ໄພ​ຂົ່ມ​ຂູ່ທີ່​ຮ້າຍ​ແຮງ ​ຢູ່ ອິ​ສຣາ​ແອລ, ຢູ​ເຄຣນ ແລະ ອິນ​ໂດ​ປາ​ຊີ​ຟິກ. ສະພາ ຈະບໍ່ປ່ອຍໃຫ້ສິ່ງທ້າທາຍດ້ານຄວາມໝັ້ນຄົງແຫ່ງຊາດເຫຼົ່ານີ້ ບໍ່ໄດ້ຮັບຄໍາຕອບ,” ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ທ່ານ​ຊັກ ຊູ​ເມີ ແລະ​ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ກ່າວໃນຖະແຫຼງການຮ່ວມໃນຕອນແລງວັນອັງຄານທີ່ຜ່ານມາ.

"ໃນຂະນະທີ່ນັກເຈລະຈາ ກຳລັງແກ້ໄຂບັນຫາທີ່ຍັງເຫຼືອຢູ່, ພວກເຮົາຫວັງວ່າ ຄວາມພະຍາຍາມຂອງພວກເຂົາ ຈະຊ່ວຍໃຫ້ສະພາດໍາເນີນການຢ່າງວ່ອງໄວ ກ່ຽວກັບການເສີມຄວາມປອດໄພແຫ່ງຊາດໃນຊວ່ງຕົ້ນປີໃຫມ່," ຖະແຫຼງການ ໄດ້ກ່າວຕື່ມ.

ທ່ານ ຊູເມີ ກ່າວຕໍ່ບັນດານັກຂ່າວໃນວັນອັງຄານທີ່ຜ່ານມາວ່າ ໃນຂະນະທີ່ທ່ານມີຄວາມເຫັນໃນແງ່ດີ ກ່ຽວກັບຄວາມຄືບໜ້າຂອງການເຈລະຈາ, ແຕ່ບັນດາສະ ມາຊິກສະພາຕ້ອງການເວລາຕື່ມອີກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG