ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເຈ​ລະ​ຈາລະຫວ່າງ ສະພາຕໍ່າພັກຣີພັບບລິກກັນ ແລະທຳນຽບຂາວ ເພື່ອ​ຂຶ້ນເພດານໜີ້ສິນ ຈະເລີ້ມ​ຄືນໃນວັນພຸດມື້ນີ້


ຜູ້ໄກ່ເກ່ຍວິກິດການໜີ້ນສິນສູງສຸດຂອງພັກຣີພັບບລິກກັນ ທ່ານກາແຣັດ ເກຣບ ຊ້າຍ ແລະ ປະທານການເງິນສະພາຕໍ່າ ທ່ານແພຕິຣກ ແມັກເຮັນຣີ ກ່າວຕໍ່ບັນດານັກຂ່າວ ທີ່ລັດຖະສະພາ ວັນທີ i23 ພຶດສະພາ 2023
ຜູ້ໄກ່ເກ່ຍວິກິດການໜີ້ນສິນສູງສຸດຂອງພັກຣີພັບບລິກກັນ ທ່ານກາແຣັດ ເກຣບ ຊ້າຍ ແລະ ປະທານການເງິນສະພາຕໍ່າ ທ່ານແພຕິຣກ ແມັກເຮັນຣີ ກ່າວຕໍ່ບັນດານັກຂ່າວ ທີ່ລັດຖະສະພາ ວັນທີ i23 ພຶດສະພາ 2023

ການເຈ​ລະ​ຈາລະຫວ່າງລັດຖະບານພັກເດໂມແຄຮັດຂອງປະທານາທິບໍດີສະຫະ ລັດ ທ່ານໂຈ ໄບເດັນ ແລະບັນດາສະມາຊິກຢູ່ໃນພັກຣີພັບບລິກກັນ ທີ່ຄວບຄຸມສະພາຕໍ່າ ກ່ຽວກັບຂີດຈຳກັດເພດານໜີ້ສິນຂອງລັດຖະບານ ຈະເລີ້ມຂຶ້ນ​ອີກໃນວັນພຸດມື້ນີ້.

ການສົນທະນາລະຫວ່າງສອງຝ່າຍໄດ້ຈົບລົງໃນວັນອັງຄານ ໂດຍປາດສະຈາກ​ໃນອັນທີີ່ປາ​ກົດ​ວ່າ ບໍ່ມີຄວາມກ້າວໜ້າໃດໆ ໄປສູ່ຂໍ້ຕົກລົງ ທີ່ຈະອະນຸຍາດໃຫ້ກະຊວງການເງິນສະຫະລັດ ຂຶ້ນເພດານໜີ້ກາຍ 31 ພັນຕື້ໂດລາ ທີ່ມີຢູ່ໃນປັດ ຈຸບັນ ແລະສືບຕໍ່ກູ້ຢືມເງິນເພື່ອໃຊ້ຈ່າຍໜີ້ສິນ ຂອງລັດຖະບານ ທີ່ມີຢູ່ນັ້ນ. ລັດຖະມົນຕີກະຊວງການເງິນ ທ່ານນາງແຈແນັດ ແຢລເລັນ ໄດ້ເຕືອນວ່າ ກະຊວງຈະໝົດເງິນ ໃນວັນພະຫັດທີ 1 ເດືອນມິຖຸນາ ຈະມາເຖິງນີ້ ຊຶ່ງອາດຈະບັງຄັບໃຫ້ລັດຖະບານ ຜິດນັດ​ການ​ຈ່າຍໜີ້ສິນຂອງຕົນ ເຮັດໃຫ້ສະຫະລັດຕົກລົງສູ່ສະ​ພາບ​ເສດ​ຖະ​ກິດ​ຖົດ​ຖອຍ ແລະເກີດຄວາມວຸ້ນວາຍຕໍ່ຕະ​ຫຼາດໂລກ.

ບັນດາສະມາຊິກພັກຣີພັບບລິກັນ ກຳລັງຮຽກຮ້ອງໃຫ້ ລັດຖະບານທ່ານໄບເດັນ ເຫັນພ້ອມກັບການຫລຸດຜ່ອນການໃຊ້ຈ່າຍຂອງລັດຖະບານກາງກັບຄືນສູ່ລະດັບປີ 2022. ​ພັກຣີພັບບລິກກັນ ຍັງຕ້ອງການປັບປຸງວຽກງານທີ່ເຄັ່ງຄັດຕໍ່ຊາວອາເມຣິກັນ ທີ່ຈົດຊື່ເຂົ້າຢູ່ໃນໂຄງການບັນເທົາທຸກຕ່າງໆທີ່ີມີລາຍໄດ້ຕໍ່າ ເຊັ່ນການຊ່ວຍເຫລືອດ້ານອາຫານ ແລະດ້ານການເງິນ ແລະໂຄງການປະກັນໄພສຸຂະ ພາບ.

ທໍານຽບຂາວໄດ້ສະເໜີໃຫ້ໂຈະການໃຊ້ຈ່າຍຂອງລັດຖະບານກາງ ຢູ່ໃນລະດັບຂອງປີນີ້ ແລະຕ້ອງການໃຫ້​ຢຸດ​ການ​ຜ່ອນ​ຜັນເກັບພາສີແກ່ຊາວອາເມຣິກັນທີ່ຮັ່ງມີກ່ອນ ແລະບັນດາບໍລິສັດຈຳນວນນຶ່ງ. ລັດຖະບານຍັງໄດ້ສະເໜີວ່າ ການໃຊ້ຈ່າຍ​ດ້ານປ້ອງກັນປະເທດ ​ອາດຈະຮວມຢູ່ໃນການ​ຕັດການໃຊ້ຈ່າຍ​ທີ່​ອາດ​ມີ​ຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG