ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະເຈລະຈາ ຍັງສືບຕໍ່ ຊອກຫາທາງ ໃຫ້ບັນລຸ ຂໍ້ຕົກລົງ ກ່ຽວກັບ ໂຄງການນິວເຄລຍ ອີຣ່ານ


ຫົວໜ້ານະໂຍບາຍ ການຕ່າງປະເທດ ສະຫະພາບຢູໂຣບ ທ່ານນາງ Federica Mogherini ກ່າວຕໍ່ບັນດານັກຂ່າວທີ່ ນະຄອນ Vienna.
ຫົວໜ້ານະໂຍບາຍ ການຕ່າງປະເທດ ສະຫະພາບຢູໂຣບ ທ່ານນາງ Federica Mogherini ກ່າວຕໍ່ບັນດານັກຂ່າວທີ່ ນະຄອນ Vienna.

ຄະນະ​ເຈລະຈາທີ່ກຳລັງຊອກ​ຫາ​ຊ່ອງທາງເພື່ອໃຫ້ບັນລຸຂໍ້ຕົກ
ລົງໃນຂອບເຂດ ທີ່ກວ້າງຂວາງກ່ຽວ​ກັບ​ໂຄ​ງການ​ນິວ​ເຄລຍ
ຂອງອີຣ່ານ ​ໄດ້​ມາ​ເຖິງ​ວັນ​ສຸດ​ທ້າຍ​ ໃນ​ການ​ເຈລະຈາຂອງ​ເຂົາ
​ເຈົ້າທີ່​ນະຄອນ Vienna ໃນ​ກຳນົດເສັ້ນ​ຕາຍທີ່ເຂົາ ເຈົ້າຕັ້ງຂຶ້ນ
ໃນ​ວັນ​ອັງຄານ​ມື້ີ່ນີ້ ໃນຂະນະທີ່ຍັງມີຫລາຍໆບັນຫາທີ່ຍັງຄ້າງ
ຄາ ຕົກລົງກັນບໍ່ໄດ້ ​ແລະ​ມີຄວາມ​ເປັນ​ໄປ​ໄດ້ ​ທີ່ຈະຍັງສືບຕໍ່ຂັ້ນ
ຕອນດັ່ງກາວ ໄປ​ອີກ​ຫລາຍ​ມື້.

ຄະນະເຈລະຈາຈາກ​ອີຣ່ານ ​ແລະ​ກຸ່ມ​ປະເທດທີ່ຮວມທັງ ສະຫະ
ລັດ ອັງກິດ ຈີນ ຝັ່ຣງ ຣັດ​ເຊຍ​ແລະ​ເຢຍຣະມັນ ​ໄດ້​ພົບປະ​ກັນ​
ເປັນ​ເວລາ​ສອງ​ຊົ່ວ​ໂມງຢູ່​ໃນ​ກອງ​ ປະຊຸມ​ທີ່​ໄດ້​ເລີ້ມຂຶ້ນ​ໃນ​ຕອນ​
ແລງ​ວັນ​ຈັນ ​ແລະ​ຕໍ່​ເວລາ​ ມາເຖິງ​ຕອນ​ເຊົ້າ​ວັນ​ອັງຄານມື້ນີ້.

On The Scene: Iran Nuclear Talks Near Deadline
please wait

No media source currently available

0:00 0:00:50 0:00

​ການ​ເຈລະຈາແມ່ນໄດ້ດຳເນີນໄປຢ່າງຂຸ້ນຂ້ຽວ ​ໃນ​ຂະນະ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຊອກ​ຫາ ໃນ
​ອັນ​ທີ່​ເຂົາ​ເຈົ້າ​ໄດ້ກຳນົດໄວ້ວ່າ ຈະເປັນຂໍ້ຕົກລົງ ທີ່​ຈະ​ຈຳກັດ​ກິດ ຈະການ​ນິວ​ເຄລຍຂອງ
​ອີຣ່ານ​ ເພື່ອ​ເປັນ​ການແລກປ່ຽນກັບການ​ຜ່ອນຜັນ​ການລົງ​ໂທດ.

ການ​ເຈລະຈາໃນ​ຮອບ​ນີ້ ຊຶ່ງສືບສານຕໍ່ຈາກຂອບຂໍ້​ຕົກລົງ ທີ່​ເຂົາ​ເຈົ້າ​ໄດ້​ບັນລຸ​ກັນໃນ
​ເດືອນ​ເມສາຜ່ານມາ ມີ​ກຳນົດ​ສີ້​ນສຸດ​ລົງ​ໃນ​ອາທິດ​ແລ້ວ​ນີ້ ​ແຕ່​ໄດ້​ຕໍ່​ອອກ​ໄປ​ອີກ​ເຈັດ​ມື້.
ບັດ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ຝ່າຍ ​ໄດ້​ໃຫ້​ສັນຍານ​ທີ່ອາດ ​ຕ້ອງ​ການ​ເວລາ​ຕື່ມອີກ.

ເຈົ້າໜ້າ​ທີ່​ຂັ້ນ​ສູງຂອງ​ອີຣ່ານຄົນ​ນຶ່ງ​ ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ “ພວກ​ເຮົາ​ຍັງມອງບໍ່
​ເຫັນເສັ້ນ​ຕາຍທີ່ແນ່ນອນເທື່ອ. ພວກ​ເຮົາ​ຮູ້​ວ່າ ມີ​ການ​ພິຈາລະນາ​ບາງ ຢ່າງ​ຈາກສະຫະ
ລັດ. ​ແຕ່​ບໍ່​ໄດ້ໝາຍຄວາມ​ວ່າ​ ທຸກ​ຄົນ​ເຫັນ​ດີ​ນຳ”.

ຖ້າ​ຫາກ​ຂໍ້ຕົກລົງ​ບັນລຸ​ກັນໃນ​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້ ລັດຖະສະພາ​ ສະຫະລັດ ຈະ​ມີ​ເວລາ
30 ມື້​ເພື່ອ​ທົບ​ທວນ ​ແລະ​ລົງ​ຄະ​ແນນ​ສຽງວ່າ ຈະ​ຍົກ​ເລີກ​ການ​ລົງ​ໂທດ​ບາງ​ຢ່າງ ທີ່​ບັນດາ​
ສະມາຊິກ​ສະພາ​ໄດ້​ກຳນົດໄປນັ້ນ. ຫລັງ​ຈາກ​ວັນ​ພະຫັດແລ້ວ ລະຍະເວລາໃນການ​ທົບ​
ທວນຈະ​ກາຍເປັນ 60 ​ມື້.

​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ກ່າວໃນ​ວັນ​ຈັນວານນີ້​ວ່າ ການ ກາຍກຳນົດ
ເສັ້ນ​ຕາຍ ໃນວັນ​ອັງຄານມື້ນີ້ “​ແມ່ນມີທາງເປັນ​ໄປ​ໄດ້​.”

Iran Nuclear
please wait
Embed

No media source currently available

0:00 0:02:39 0:00

XS
SM
MD
LG