ເກືອບ 50 ຄົນໄດ້ເສຍຊີວິດ ຈາກການສູ້ລົບຢູ່ໃນຊີເຣຍ ໃນວັນສຸກວານນີ້ ຊຶ່ງເປັນມື້ສຸດທ້າຍຂອງການປະກາດຢຸດຍິງໂດຍກອງທັບຊີເຣຍເພື່ອສະຫລອງການ ສິ້ນສຸດລົງຂອງເດືອນສັກສິດ Ramadan ຂອງຊາວມຸສລິມ.
ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ໃນສອງເຂດ ທີ່ແຕກຕ່າງກັນຂອງປະເທດ ຄືໃນແຂວງ Idlib ໃກ້ກັບຊາຍແດນເທີກີ ແລະເມືອງ Aleppo ທາງພາກເໜືອຂອງປະເທດ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ຊຶ່ງຕິດຕາມເບິ່ງຄວາມຮຸນແຮງ ກ່າວວ່າ ການໂຈມຕີທາງອາກາດໄດ້ເຮັດໃຫ້ມີຜູ້ເສຍຊີວິດ 23 ຄົນ ຮວມທັງເດັກນ້ອຍສອງຄົນ ຢູ່ໃນບ້ານ Darkoush ໃນແຂວງ Idlib. ຍັງບໍ່ເປັນທີ່ແຈ່ມແຈ້ງວ່່າ ເຮືອບິນລົບຊີເຣຍ ຫລືຣັດເຊຍເປັນຜູ້ປະຕິບັດການໂຈມຕີ. ຂົງເຂດດັ່ງກ່າວໄດ້ຄວບຄຸມໂດຍກຳລັງປະສົມ ຂອງຫລາຍໆກຸ່ມຕໍ່ຕ້ານລັດຖະບານ ຮວມທັງກຸ່ມ Nusra ທີ່ເປັນເຄືອຂ່າຍຂອງ al-Qaida.
ຢູ່ນອກເມືອງ Aleppo ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ລາຍງານວ່າ ຢ່າງໜ້ອຍ 25 ຄົນໄດ້ເສຍຊີວິດ ຮວມທັງເດັກນ້ອຍຫລາຍຄົນ. ພວກຕໍ່ຕ້ານລັດຖະ ບານໄດ້ໂຈມຕີດ້ວຍປືນຄົກ ເພື່ອຕອບໂຕ້ຕໍ່ການບຸກຄືບໜ້າ ຂອງກຳລັງລັດຖະ ບານໃນວັນພະຫັດທີ່ຜ່ານມາ ເພື່ອຍຶດເອົາເສັ້ນທາງຂົນສົ່ງສຳຄັນ ທີ່ພວກຕໍ່ຕ້ານ ລັດຖະບານຄວບຄຸມຢູ່ນັ້ນ.
ວັນສຸກວານນີ້ ເປັນມື້ສຸດທ້າຍຂອງການຢຸດຍິງເປັນເວລາ 72 ຊົ່ວໂມງ ທີ່ໄດ້ຮຽກຮ້ອງໃຫ້ມີຂຶ້ນໂດຍກອງທັບຊີເຣຍ ເພື່ອອະນຸຍາດໃຫ້ຜູ້ຄົນໄດ້ມ່ວນຊື່ນກັບນ ໃນວັນສະຫລອງບຸນ Eid al-Fitr ຂອງຊາວມຸສລິມ. ການຢຸດຍິງໄດ້ຮັບການ ເຄົາລົບຢູ່ເປັນບາງບ່ອນ ເຖິງຢ່າງໃດກໍດີ ບັນດາຜູ້ສັງເກດການກ່າວວ່າ ການສູ້ລົບຂອງທຸກພັກຝ່າຍໄດ້ດຳເນີນຢູ່ຕໍ່ມາ ນັບຕັ້ງແຕ່ການສູ້ລົບກັນເລີ້ມມີຜົນບັງຄັບ ໃນວັນພຸດຜ່ານມາ.