ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ຄົນໄທ ເກືອບ 90 ຄົນ ປະເຊີນໜ້າ ກັບ ຂໍ້ກ່າວຫາ ລັກລອບຄ້າມະນຸດ ໃນໄທ

ພວກຜູ້ຕ້ອງສົງໄສຍິງ ທີ່ປາກົດວ່າ ມີສ່ວນພົວພັນ ກັບການລັກລອບຄ້າມະນຸດ ຊາວອົບພະຍົບ ໂຣຮິງຢາ ພາກັນຍ່າງເຂົ້າໄປ ສານອາຍາ ໃນນະຄອນຫຼວງ ບາງກອກ, ປະເທດໄທ, ວັນທີ 10 ພະຈິກ 2015.
ພວກຜູ້ຕ້ອງສົງໄສຍິງ ທີ່ປາກົດວ່າ ມີສ່ວນພົວພັນ ກັບການລັກລອບຄ້າມະນຸດ ຊາວອົບພະຍົບ ໂຣຮິງຢາ ພາກັນຍ່າງເຂົ້າໄປ ສານອາຍາ ໃນນະຄອນຫຼວງ ບາງກອກ, ປະເທດໄທ, ວັນທີ 10 ພະຈິກ 2015.

ນາຍພົນທະຫານບົກ ຜູ້ອາວຸໂສ ທ່ານນຶ່ງ ແມ່ນລວມຢູ່ໃນຈຳ
ນວນ ຜູ້ຕ້ອງສົງໄສ 88 ຄົນ ຜູ້ທີ່ໄດ້ໄປປາກົດຕົວ ຢູ່ໃນຫ້ອງ
ການສານແຫ່ງນຶ່ງຂອງໄທ ເພື່ອປະເຊີນໜ້າ ກັບການກ່າວ
ຟ້ອງຂໍ້ຫາລັກລອບຄ້າມະນຸດ.

ພວກຜູ້ຕ້ອງສົງໄສ ແມ່ນຖືກກ່າວຫາ ລັກລອບຄ້າພວກຊົນ
ເຜົ່າຊາວມຸສລິມ Rohingya ຜູ້ທີ່ໄດ້ເດີນທາງຜ່ານຜ່າອັນ
ຕະລາຍທາງທະເລ ເພື່ອຫລົບໜີ ການປະຫັດປະຫານທາງ
ສາສະໜາ ແລະ ການຢຽດຢາມ ຈາກປະເທດມຽນມາ ແລະ
ບັງກລາແດັສ.

ການລັກລອບຄ້າມະນຸດ ໄດ້ເກີດຂຶ້ນ ລະຫວ່າງ ເດືອນມັງກອນປີ 2011 ຫາເດືອນພຶດສະພາ
ຂອງປີນີ້.

ຊາວອົບພະຍົບ Rohingya ແລະ ພວກຍົກຍ້າຍຖິ່ນຖານ ຊາວບັງກລາແດັສ ປະມານ 600 ຄົນ ເດີນທາງໄປເຖິງ ເຂດແຄມຝັ່ງ Aceh ເໜືອ ຂອງອິນໂດເນເຊຍ ດ້ວຍເຮືອ ມັງກອນລຳນີ້ ເມື່ອຕົ້ນເດືອນ ພຶດສະພາ ປີນີ້. (Htike Htike/The Equal Harmony Together Foundation)

​ພວກເຂົາເຈົ້າຖືກເຈົ້າໜ້າທີ່ໄທ ຈັບກຸມໄວ້ ຫຼັງຈາກທາງການໄທ ໄດ້ເລີ້ມຕົ້ນການປາບປາມ
ທີ່ນຳໄປສູ່ການກວດພົບເຫັນ ຊາກສົບຂອງພວກອົບພະຍົບຫຼາຍສິບສົບ ໃກ້ໆກັບສູນກັກ
ຂັງຊົ່ວຄາວ ໃນປ່າໃກ້ກັບເຂດຊາຍແດນລະຫວ່າງ ໄທ ແລະ ມາເລເຊຍ.

ພວກໄອຍາການ ກ່າວວ່າ ພວກຊາວອົບພະຍົບ ໄດ້ຖືກຈັບຕົວໄວ້ ເພື່ອຮຽກຄ່າໄຖ່ ຢູ່ໃນສູນ
ຫຼື ຢູ່ໃນເຮືອກາງທະເລ ບ່ອນທີ່ພວກເຂົາເຈົ້າ ຢູ່ໃນສະພາບທີ່ອຶຶດຫິວ ຖືກທຳຮ້າຍຮ່າງກາຍ
ຖືກຂົ່ມຂືນຊຳເລົາ ແລະຖືກຄາດຕະກຳ.

Thailand Trafficking
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG