ລາຍງານໃໝ່ສະບັບນຶ່ງກ່າວວ່າ ເກືອບ 46 ລ້ານຄົນຢູ່ໃນທົ່ວໂລກພາກັນດຳລົງຊີວິດຢູ່ ແບບຂ້າທາດ ສ່ວນໃຫຍ່ແມ່ນຢູ່ອິນເດຍ ຈີນ ແລະປາກິສຖານ. ມູນນິທີ Walk Free ທີ່ມີ ຫ້ອງການຕັ້ງຢູ່ອອສເຕຣເລຍ ໄດ້ພິມເຜີຍແຜ່ລາຍງານຂອງຕົນ ໃນວັນອັງຄານທີ່ຜ່ານມາ ທີ່ນະຄອນລອນດອນ. ອົງການຈັດຕັ້ງດັ່ງກ່າວ ຕ້ອງການໃຫ້ລັດຖະບານ ຂອງປະເທດ ຕ່າງໆ ແລະທຸລະກິດ ດຳເນີນການຕື່ມຂຶ້ນ ເພື່ອຍຸຕິລະບົບການສວຍໃຊ້ທີ່ບໍ່ຍົກເວັ້ນແມ່ນ ແຕ່ພວກເດັກນ້ອຍ. Ziatica Hoke ມີລາຍງານຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບໄປ.
ອິນເດຍເປັນປະເທດປະຊາທິປະໄຕ ໃຫຍ່ທີສຸດໃນໂລກ. ຫລາຍກວ່າ 800 ລ້ານ ຂອງປະ ຊາກອນທັງໝົດ 1 ພັນ 2 ຮ້ອຍລ້ານຄົນມີສິດປ່ອນບັດລົງຄະແນນສຽງ ແຕ່ວ່າ ອິນເດຍກໍເປັນປະເທດມີຂ້າທາດຫຼາຍກວ່າປະເທດອື່ນໃດ ໃນປັດຈຸບັນນີ້ ຄືຫລາຍກວ່າ 18 ລ້ານ ຄົນ ອີງຕາມດັດຊະນີຂ້າທາດຫລ້າສຸດຂອງໂລກ.
ສາດສະດາຈານ Kevin Bales ຜູ້ນຳພາການຂຽນດັດຊະນີຂ້າທາດຢູ່ທົ່ວໂລກກ່າວວ່າ “ເຂົາເຈົ້າມີຂ້າທາດແບບສືບທອດຕາມເຊື້ອສາຍຢູ່ໃນປະເທດອິນເດຍ. ເຂົາເຈົ້າໄດ້ມີ ປະຫວັດສາດອັນຍາວນານ ຢູ່ໃນເຂດຊົນນະບົດ ກ່ຽວກັບຮູບແບບການເປັນຂ້າທາດ ການປູກຝັງ ເພາະສະນັ້ນມັນເປັນສິ່ງນຶ່ງທີ່ຊາວອິນເດຍພາກັນເຮັດວຽກຢ່າງໜັກ ແຕ່ ວ່າເຂົາເຈົ້າໄດ້ຮັບການສືບທອດໃນບັນຫາອັນໃຫຍ່ຫຼວງນີ້ຈາກອະດີດທີ່ຜ່ານມາ.”
ດັດຊະນີທີ່ຕິດຕາມເບິ່ງການບັງຄັບໃຊ້ແຮງງານ ການເປັນຂ້າທາດຍ້ອນໜີ້ສິນ ການບັງ ຄັບໃຫ້ແຕ່ງງານ ແລະການສວຍໃຊ້ທາງເພດຢູ່ໃນ 167 ປະເທດ ໄດ້ພິມເຜີຍແຜ່ເປັນ ລະຍະ ໂດຍມູນນິທິ Walk Free ຂອງອອສເຕຣເລຍ.
ທ່ານ Andrew Forrest ປະທານມູນນິທິ Walk Free ກ່າວວ່າ “ມັນຢູ່ບ່ອນທີ່ຜູ້ໃດຜູ້ນຶ່ງບໍ່ສາມາດໜີອອກຈາກບ່ອນຢູ່ຂອງເຂົາເຈົ້າ. ບໍ່ວ່າຈະເປັນໜັງ ສືຜ່ານແດນຂອງເຂົາເຈົ້າຖືກຍຶດໄວ້ ຫລືມີການຂົ່ມຂູ່ວ່າຈະໃຊ້ຄວາມຮຸນແຮງຕໍ່ເຂົາ ເຈົ້າ ຫລືສະມາຊິກຄອບຄົວຄົນໃດຄົນນຶ່ງ. ເພາະ ສະນັ້ນເຂົາເຈົ້າຕົກຄ້າງຢູ່ທີ່ນັ້ນ ແລະ ອາດຮ້າຍໄປກວ່ານັ້ນ ເຂົາເຈົ້າຈະ ໄດ້ຮັບການປະຕິບັດຕໍ່ຄືກັບສັດເດຍລະສານ ຢູ່ໃນ ບ່ອນລ້ຽງ.”
ບັນດາປະເທດເອເຊຍເປັນບ່ອນຢູ່ເກືອບ 60 ເປີເຊັນຂອງຂ້າທາດສະໄໝໃໝ່ໃນໂລກ. ອິນເດຍ ແມ່ນຕິດຕາມມາດ້ວຍ ຈີນ ແລະປາກິນຖານ.
ຢູ່ໃນບັນດາໂຮງງານປັ້ນດິນຈີ່ເຫລົ່ານີ້ທາງພາກໃຕ້ປາກິສຖານ ພວກຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍພາກັນເຮັດວຽກເອົາເງິນຄ່າຈ້າງທີ່ເຂົາເຈົ້າບໍ່ເຄີຍເຫັນ.
ທ້າວ Ranjhan ຊ່າງປັ້ນດິນຈີ່ທີ່ຖືກບັງຄັບອອກແຮງງານ ກ່າວວ່າ “ຂ້າພະເຈົ້າເປັນໜີ້ ສິນ. ພວກເຮົາຕ້ອງໄດ້ກູ້ຢືມເງິນເພື່ອລ້ຽງລູກຂອງພວກເຮົາ. ຂ້າພະເຈົ້າເປັນໜີ້ 40,000 ຫາ 50,000 ຣູປີ ຄືປະມານ 600 ຫາ 750 ໂດລາ. ໜີ້ສິນດັ່ງກ່າວນີ້ ຈະບໍ່ສິ້ນ ສຸດ ຕາບໃດທີ່ຂ້າພະເຈົ້າຍັງມີຊີວິດຢູ່. ມັນຈະຈົບລົງເວລາໃດທີ່ຂ້າພະເຈົ້າຕາຍໄປ ເພາະວ່າເງິນເຟີ້ສູງເກີນໄປ.”
ນາຍຈ້າງເກັບເອົາຄ່າແຮງງານເຂົາເຈົ້າທັງໝົດ ໃນນາມຂອງຄວາມເປັນໜີ້ ແລະພຽງແຕ່ ໃຫ້ອາຫານການກິນເທົ່ານັ້ນ.
ຜູ້ຄົນຢູ່ໃນທົ່ວໂລກ ພາກັນຕົກຢູ່ໃນສະພາບ ທີ່ຄ້າຍຄືກັນນີ້.
ທ່ານ Wolf Gang Buetner ຈາກຫ້ອງການກຸ່ມປົກປ້ອງສິດທິມະນຸດ Human Rights Watch ໃນເຢຍຣະມັນ ກ່າວວ່າ “ການບັງຄັບໃຊ້ແຮງງານແມ່ນບັນຫາໃຫຍ່. ພວກເຮົາ ໄດ້ບັນທຶກຊໍ້າແລ້ວຊໍ້າອີກກ່ຽວກັບຊາວຕ່າງດ້າວເຮັດວຽກ ໂດຍສະເພາະວຽກຄົນໃຊ້ຢູ່ ຕາມບ້ານເຮືອນ ແຕ່ຍັງຮວມທັງພວກທີ່ເຮັດວຽກຢູ່ຕາມບ່ອນກໍ່ສ້າງ ໄດ້ຖືກບັງຄັບໃຊ້ ແຮງງານ ຢ່າງເປັນລະບົບ ແລະມີຫລາຍປະເທດທີ່ພາກັນບັງຄັບໃຊ້ແຮງງານ ດັ່ງໂຕ ຢ່າງ ເກົາຫລີເໜືອ ແລະອຸສເບັກກິສຖານ ຢູ່ໄຮ່ປູກຝ້າຍຂອງເຂົາເຈົາ.”
ບັນດານັກເຄື່ອນໄຫວກຳລັງພາກັນຮຽກຮ້ອງໃຫ້ ບັນດາບໍລິສັດຕ່າງໆທີ່ເຮັດທຸລະກິດກັບ ປະເທດເຫລົ່ານັ້ນ ຈົ່ງໃຫ້ການຄໍ້າປະກັນກັບຄູ່ຮ່ວມງານ ປະຈຳທ້ອງຖິ່ນ ປະຕິບັດຕາມ ກົດໝາຍແຮງງານ. ແຕ່ເຂົາເຈົ້າກ່າວວ່າ ການປັບປຸງໃຫ້ດີຂຶ້ນທີ່ສຳຄັນສາມາດມາຈາກ ການປຸກລະດົມຮ່ວມງານທີ່ມາຈາກລັດຖະບານ.