ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ກ່າວວ່າ ຕ້ອງການເງິນເກືອບ 4 ພັນລ້ານໂດລາ ເພື່ອປ້ອງກັນບໍ່ໃຫ້ເກີດໄພອຶດຢາກ ທີ່ຮ້າຍແຮງ ໃນເຢເມນ


ພວກແມ່ຍິງພາກັນລໍຖ້າຮັບອາຫານ ທີ່ສູນກາງແຈກຢາຍອາຫານ ທີ່ໂຮງໝໍ al-Sabeen ໃນນະຄອນຫຼວງ Sanaa ປະເທດເຢເມນ ວັນທີ 24 ກຸມພາ 2021.
ພວກແມ່ຍິງພາກັນລໍຖ້າຮັບອາຫານ ທີ່ສູນກາງແຈກຢາຍອາຫານ ທີ່ໂຮງໝໍ al-Sabeen ໃນນະຄອນຫຼວງ Sanaa ປະເທດເຢເມນ ວັນທີ 24 ກຸມພາ 2021.

ອົງການສະຫະປະຊາຊາດ ຈະຮ້ອງ ຂໍຕໍ່ບັນດາຜູ້ບໍລິຈາກ ໃນວັນຈັນມື້ນີ້ ເກືອບ 4 ພັນລ້ານໂດລາ ເພືຶ່ອປ້ອງກັນບໍ່ໃຫ້ເກີດຄວາມອຶດຢາກຮ້າຍແຮງສຸດທີ່ “ໂລກ ບໍ່ເຫັນມາກ່ອນ ເປັນ
ເວລາຫຼາຍທົດສະວັດ” ຢູ່ໃນປະເທດເຢເມນປີນີ້.

ຫົວໜ້າອົງການມະນຸດສະທຳຂອງສະຫະປະຊາຊາດ ທ່ານມາກ ໂລຄັອກ ກ່າວ ຕໍ່ບັນດານັກຂ່າວ ຫວ່າງມໍ່ໆມານີ້ວ່າ “ສະຖານະການດ້ານມະນຸດສະທຳຢູ່ໃນເຢ ເມນ ພວກຕົກລົງຈາກໜ້າຜາ ມັນບໍ່ເຄີຍຮ້າຍແຮງແບບນີ້ ປະເທດດັງກ່າວ ກຳ ລັງຢູ່ໃນສະພາບການຫລົ້ມສະຫຼາຍ.”

ສົງຄາມທີ່ໄດ້ດຳເນີນມາດົນກວ່າຫົກປີ ລະຫວ່າງລັດຖບານທີ່ໄດ້ຮັບການໜຸນຫຼັງ
ໂດຍຊາອຸດີຂອງປະທານາທິບໍດີ ອັບດູ ຣາບູ ມານຊົວ ຮາດີ ແລະພວກກະບົດ ຮູຕີ ທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ໄດ້ຊຸກຍູ້ໃຫ້ປະເທດທຸກຈົນທີ່ສຸດໃນພາກ
ຕາເວັນອອກກາງ ໄປສູ່ຄວາມພິນາດ.

ທ່ານໂລຄັອກ ກ່າວວ່າ ໂດຍສະເພາະແລ້ວ ທ່ານມີຄວາມເປັນຫ່ວງ ເພາະວ່າ ບັນດາອົງການໃຫ້ການຊ່ວຍເຫຼືອຈຳເປັນຕ້ອງໄດ້ຕັດການປັນສ່ວນແລະບັນດາ ໂຄງການທີ່ສຳຄັນຕ່າງໆ ຢູ່ໃນປະເທດທີ່ເກີດສົງຄາມດັ່ງກ່າວ ເນື່ອງຈາກການ ຂໍເງິນທຶນໃນປີ 2020 ຜ່ານມາບໍ່ໄດ້ພຽງພໍ.

ທ່ານກ່າວວ່າ “ໂດຍປາດສະຈາກເງິນທຶນແລ້ວ ມີຫຼາຍຄົນຈະເສຍຊີວິດເພີ້ມຂຶ້ນ ແລະມັນຈະເປັນຄວາມຫາຍຍະນະ ສຳລັບສັນຕິພາບຢູ່ໃນປະເທດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG