ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍຮ້ອຍຄົນ ຖືກຕຳຫຼວດຄວບຄຸມໂຕ ໃນການປະທ້ວງຫຼາຍແຫ່ງ ຢູ່ໃນຣັດເຊຍ


ເຈົ້າໜ້າທີ່ຕຳຫຼວດ ຄຸມໂຕຊາຍຄົນນຶ່ງ ໃນລະຫວ່າງການປະທ້ວງ ຕໍ່ຕານການດຳເນີນການທາງທະຫານຂອງຣັດເຊຍ ຢູ່ໃນຢູເຄຣນ, ໃນໃຈກາງນະຄອນ ເຊັງ ປີເຕີສເບີກ ຂອງຣັດເຊຍ, ເມື່ອວັນທີ 13 ມີນາ 2022. (ພາຍຖ່າຍໂດຍ AFP)
ເຈົ້າໜ້າທີ່ຕຳຫຼວດ ຄຸມໂຕຊາຍຄົນນຶ່ງ ໃນລະຫວ່າງການປະທ້ວງ ຕໍ່ຕານການດຳເນີນການທາງທະຫານຂອງຣັດເຊຍ ຢູ່ໃນຢູເຄຣນ, ໃນໃຈກາງນະຄອນ ເຊັງ ປີເຕີສເບີກ ຂອງຣັດເຊຍ, ເມື່ອວັນທີ 13 ມີນາ 2022. (ພາຍຖ່າຍໂດຍ AFP)

ການເດີນຂະບວນປະທ້ວງເກີດຂຶ້ນໃນຫຼາຍແຫ່ງທົ່ວຣັດເຊຍ ໃນວັນອາທິດວານນີ້ ເພື່ອປະທ້ວງການບຸກລຸກຢູເຄຣນຂອງວລາດີເມຍ ປູຕິນ ທີ່ບໍ່ໄດ້ມີການເກາະຜິດແຕ່ຢ່າງໃດ ຊຶ່ງຫຼາຍກວ່າ 700 ຄົນ ໄດ້ຖືກຄຸມຂັງ ໂດຍເຈົ້າໜ້າທີ່ຕຳຫຼວດ ມາເຖິງຕອນນີ້.

ກຸ່ມ OVD-Info ຊຶ່ງຕິດຕາມການຈັບກຸມ ໃນລະຫວ່າງການປະທ້ວງຕ່າງໆນັ້ນ ໄດ້ກ່າວວ່າ ໃນເວລາ 6 ໂມງ 30 ຕອນແລງ ຕາມເວລາໃນມົສກູ ຕຳຫຼວດໄດ້ຄວບຄຸມໂຕ 745 ຄົນ ໃນລະຫວ່າງການເດີນຂະບວນປະທ້ວງ ຢູ່ໃນ 37 ຫົວເມືອງຕ່າງໆຂອງຣັດເຊຍ. ຢ່າງໜ້ອຍ 353 ຄົນໃນນັ້ນ ໄດ້ຖືກຈັບກຸມ ຢູ່ທີ່ນະ ຄອນຫຼວງມົສກູ ອີງຕາມກຸ່ມຈັດ​ຕັ້ງອິດສະຫລະດັ່ງກ່າວ.

ນັກຂ່າວຂອງອົງການຂ່າວ AFP ຄົນນຶ່ງ ໄດ້ຢູ່ທີ່ການປະທ້ວງໃນນະຄອນຫຼວງ ມົສກູ ໄດ້ເຫັນຢ່າງໜ້ອຍຫຼາຍສິບຄົນຖືກຈັບກຸມ ແລະໄດ້ກ່າວວ່າ ຕຳຫຼວດຄວບຄຸມໂຕຜູ້ໃດກໍຕາມ ທີ່ບໍ່ມີເອກະສານຢັ້ງຢືນວ່າ ເປັນນັກຂ່າວ.

ອົງການຂ່າວ AFP ລາຍງານວ່າ ໄວລຸ້ນແມ່ຍິງຄົນນຶ່ງຮ້ອງອອກມາວ່າ “ສັນຕິ ພາບຕໍ່ໂລກ” ໃນຂະນະທີ່ນາງຖືກຕຳຫຼວດສອງຄົນພາໂຕໄປ.

ຢູ່ໃນຫົວເມືອງທີສອງຂອງຣັດເຊຍ ເຊນ ປີເຕີສ໌ເບີກ ອົງການຂ່າວ AFP ໄດ້ເຫັນການຈັບກຸມຫຼາຍໆຄັ້ງ ລວມທັງຜູ້ປະທ້ວງຄົນນຶ່ງ ຖືກລາກໂຕ​ໄປຕາມພື້ນ.

​ທີ່ຖະໜົນແນບສກີ (Nevsky Avenue) ໃນ​ເຂດໃຈກາງເມືອງໄດ້ຖືກຕຳຫຼວດປິດໄວ້ ໂດຍມີລົດຕູ້ຂອງຕຳຫຼວດຫຼາຍສິບຄັນ ຈອດຢູ່ຕາມແຄມທາງ.

ເມື່ອອາທິດແລ້ວນີ້ ຕຳຫຼວດໄດ້ຈັບກຸມພວກປະທ້ວງຫຼາຍກວ່າ 5,000 ຄົນໃນທົ່ວຣັດເຊຍ.

ພວກປະທ້ວງທັງຫຼາຍ ມີຄວາມສ່ຽງຕໍ່ການຖືກປັບໃໝ ແລະອາດເປັນໄດ້ວ່າ ຈະຖືກຕັດສິນຈຳຄຸກ ຍ້ອນການລົງສູ່ຖະໜົນຫົນທາງເພື່ອປະທ້ວງ.

ນັບຕັ້ງແຕ່ຣັດເຊຍໄດ້ເປີດສາກບຸກໂຈມຕີ ໃນວັນທີ 24 ກຸມພາ ເປັນຕົ້ນມາ ມີຫຼາຍກວ່າ 14,200 ຄົນ ໄດ້ຖືກຈັບກຸມຢູ່ໃນຣັດເຊຍ ຍ້ອນເຂົ້າຮ່ວມໃນການປະທ້ວງຕໍ່ຕ້ານສົງຄາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG