ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມສັງເກດການ ກ່າວວ່າ ເກືອບ 400 ຄົນ ຖືກຈັບ ໃນການປະທ້ວງ ຕໍ່ຕ້ານການຈັບກຸມ ນັກຂ່າວຊື່ດັງ ຂອງ ຣັດເຊຍ


ເຈົ້າໜ້າທີ່ຕຳຫຼວດຣັດເຊຍ ພວມຄວບຄຸມຕົວ ຜູ້ສະໜັບສະໜຸນ ນັກຂ່າວ ທ່ານອີວານ ໂກລູນັອບວ໌ທີ່ກຳລັງຖືກ ສືບສວນສອບ ສວນ ໂດຍຣັດເຊຍ ໃນລະຫວ່າງການເດີນຂະບວນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ເມື່ອວັນພຸດ ທີ 12 ມິຖຸນາ 2019.
ເຈົ້າໜ້າທີ່ຕຳຫຼວດຣັດເຊຍ ພວມຄວບຄຸມຕົວ ຜູ້ສະໜັບສະໜຸນ ນັກຂ່າວ ທ່ານອີວານ ໂກລູນັອບວ໌ທີ່ກຳລັງຖືກ ສືບສວນສອບ ສວນ ໂດຍຣັດເຊຍ ໃນລະຫວ່າງການເດີນຂະບວນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ເມື່ອວັນພຸດ ທີ 12 ມິຖຸນາ 2019.

ເຈົ້າໜ້າທີ່ຕຳຫຼວດ ຣັດເຊຍ ໄດ້ຄວບຄຸມຕົວ ຜູ້ນຳຝ່າຍຄ້ານ ທ່ານອາເລັກຊີ ນາວາລນີ
ແລະພວກຄົນອື່ນໆອີກຫຼາຍຮ້ອຍຄົນ ຜູ້ທີ່ໄດ້ເຂົ້າຮ່ວມໃນການປະທ້ວງຢູ່ນະຄອນຫຼວງ
ມົສກູ ເພື່ອຮຽກຮ້ອງໃຫ້ເອົາໂທດຄືນຕໍ່ເຈົ້າໜ້າທີ່ຕຳຫຼວດ ຜູ້ທີ່ປາກົດວ່າ ໄດ້ໃສ່ຮ້າຍ
ປ້າຍສີ ນັກຂ່າວທີ່ມີສື່ສຽງທ່ານນຶ່ງ ອີງຕາມການກ່າວ ຂອງກຸ່ມສັງເກດການກຸ່ມນຶ່ງ.

ກຸ່ມທີ່ຊື່ວ່າ OVD-Info ຊຶ່ງກຳລັງຕິດຕາມ ການຈັບກຸມພວກຄົນດັ່ງກ່າວນັ້ນ ໄດ້ກ່າວ
ວ່າ ຕຳຫຼວດໄດ້ຄວບຄຸມຕົວຢ່າງໜ້ອຍ 400 ຄົນ ໃນວັນພຸດວານນີ້ ຊຶ່ງພວກຄົນບາງ
ສ່ວນໃນຈຳນວນດັ່ງກ່າວ ຖືກຄຸມຕົວດ້ວຍກຳລັງ. ກຸ່ມດັ່ງກ່າວ ໄດ້ກ່າວອີກວ່າ ເຈົ້າໜ້າ
ທີ່ຕຳຫຼວດໄດ້ເລີ້ມປ່ອຍຕົວພວກທີ່ຖືກຄຸມຕົວ ບາງສ່ວນ​ແລ້ວ ໃນຂະນະດຽວກັນ ກໍໄດ້
ຕັ້ງຂໍ້ກ່າວຫາຕ່າງໆ ຕໍ່ພວກຄົນອື່ນໆທີ່ເຫຼືອຢູ່ນັ້ນ.

ການ​ໂຮມຊຸມນຸມປະທ້ວງທີ່ບໍ່ໄດ້ຮັບອະນຸຍາດ​ ມີ​ຂຶ້ນ​ຫຼັງ​ຈາກ ການຕັດສິນໃຈທີ່ບໍ່​ໜ້າ
ເຊື່ອຂອງທາງຕຳຫຼວດ ທີ່ຈະຖອນຂໍ້ກ່າວຫາຕ່າງໆ ຕໍ່ນັກຂ່າວ ອີວານ ໂກລູນັອບວ໌
ຜູ້ທີ່ໄດ້ຖືກກ່າວຫາວ່າ ຄ້າຢາເສບຕິດ ເມື່ອສັບປະດາແລ້ວນີ້ ຫຼັງ າກຕຳຫຼວດໄດ້ອ້າງ
ວ່າ ຕົນໄດ້ພົບເຫັນຢາເສບຕິດ ຢູ່ໃນບ້ານພັກຂອງທ່ານ. ທ່ານໂກລູນັອບວ໌ ຜູ້ທີ່ໄດ້ຮັບ
ສື່ສຽງ ໃນການເປີດເຜີຍການສໍ້ລາດບັງຫຼວງຂອງພວກເຈົ້າໜ້າທີ່ ທີ່ນະຄອນມົສກູ
ກໍໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.

ທາງການຣັດເຊຍ ໄດ້ກ່າວວ່າ ຄະດີນີ້ ໄດ້ຖືກຍົກເລີກແລ້ວ ໃນວັນຈັນຜ່ານມາ ຍ້ອນ
ຂາດຫຼັກຖານ ແລະການກະທຳຄວາມຜິດຕ່າງໆ ຂອງທ່ານໂກລູນັອບວ໌.

ຂໍ້ກ່າວຫາທັງຫຼາຍ ໄດ້ຖືກຖອນຫຼັງຈາກມີການກ່າວໂຈມຕີຢ່າງໜັກ ຈາກພວກສະໜັບ
ສະໜຸນຂອງທ່ານໂກລູນັອບວ໌ ທີ່ລວມທັງ ໜັງສືພິມ ທີ່ໜ້ານັບຖືທີ່ສຸດຂອງຣັດເຊຍ 3
ສະບັບ.

ພວກປະທ້ວງຫຼາຍໆຄົນ ໄດ້ພາກັນຮຽກຮ້ອງໃຫ້ປະຕິຮູບອົງການພິທັກກົດໝາຍຕ່າງໆ
ຂອງຣັດເຊຍ ແລະໃຫ້ປ່ອຍຕົວພວກຜູ້ເຄາະຮ້າຍ ທີ່ໄດ້ຖືກຕຳຫຼວດຄວບຄຸມຕົວໄວ້.

ທາງການຫວັງວ່າ ການປ່ອຍຕົວ ທ່ານໂກລູນັອບວ໌ ແລະຄຳໝັ້ນສັນຍາ ທີ່ຈະນຳເອົາ
ພວກທີ່ກ່ຽວຂ້ອງໃນການໃສ່ຮ້າຍປ້າຍສີທ່ານ ມາລົງໂທດນັ້ນ ຈະເຮັດໃຫ້ພວກສະໜັບ
ສະໜຸນທ່ານ ເພິ່ງພໍໃຈ ແຕ່ພວກເຂົາເຈົ້າໄດ້ຕັດສິນໃຈ ດຳເນີນການປະທ້ວງຕໍ່ໄປ ໃນ
ວັນແຫ່ງຣັດເຊຍ ຊຶ່ງເປັນວັນພັກຂອງມະຫາຊົນ.

ກະຊວງພາຍໃນ ໄດ້ກ່າວວ່າ ມີພວກຄົນຈຳນວນ 1,200 ຄົນ ທີ່ໄດ້ເຂົ້າຮ່ວມໃນການ
ປະທ້ວງ. ຫຼາຍໆຄົນໄດ້ກ່າວຮ້ອງໂຮວ່າ “ຣັດເຊຍ ຈະມີອິດສະລະພາບ” ແລະ“ຣັດເຊຍ
ຈະບໍ່ມີປູຕິນ.”
ສ່ວນພວກຄົນອື່ນໆ ທີ່ໃສ່ເສື້ອຢືດ ມີຂໍ້ຄວາມວ່າ “ຂ້າພະເຈົ້າແລະ
ພວກເຮົາແມ່ນ ອີວານ ໂກລູນັອບວ໌”
ຊຶ່ງເປັນຄຳເວົ້າດຽວກັນ ໃນຫົວຂໍ້ຂ່າວຢູ່ໜ້າທຳອິດ
ຂອງໜັງສືພິມລາຍວັນ ສາມສະບັບຂອງຣັດເຊຍ ທີ່ພິມອອກເຜີຍແຜ່ໃນວັນຈັນແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG