ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄົນງານ ສຫລ ເກືອບ 1.5 ລ້ານຄົນ ຕື່ມອີກ ຍື່ນຄຳຮ້ອງ ຂໍເງິນຫວ່າງງານ ຈາກລັດຖະບານ


ຫຼາຍຄົນພາກັນລຽນແຖວ ຢູ່ສູນກາງອາຊີບຂອງລັດເຄັນທັກກີ ເພື່ອຫວັງວ່າ ຈະສະແຫວງຫາການຊ່ອຍເຫຼືອໂດຍການຍື່ນຄຳຮ້ອງຂໍເງິນຫວ່າງງານ ຢູ່ໃນເມືອງ ແຟຣກຟອດຕ໌ ລັດເຄັນທັກກີ, ວັນທີ 18 ມິຖຸນາ 2020.
ຫຼາຍຄົນພາກັນລຽນແຖວ ຢູ່ສູນກາງອາຊີບຂອງລັດເຄັນທັກກີ ເພື່ອຫວັງວ່າ ຈະສະແຫວງຫາການຊ່ອຍເຫຼືອໂດຍການຍື່ນຄຳຮ້ອງຂໍເງິນຫວ່າງງານ ຢູ່ໃນເມືອງ ແຟຣກຟອດຕ໌ ລັດເຄັນທັກກີ, ວັນທີ 18 ມິຖຸນາ 2020.

ຈຳນວນຄົນງານຂອງສະຫະລັດທີ່ຍື່ນຄຳຮ້ອງຂໍເງິນຫວ່າງງານໄດ້ຫລຸດລົງຕື່ມອີກ ໃນອາທິດແລ້ວນີ້ ອີງຕາມກະຊວງແຮງງານທີ່ໄດ້ລາຍງານໃນວັນພະຫັດວານນີ້ ເຖິງແມ່ນວ່າ ມີການລະບາດຂອງໄວຣັສໂຄໂຣນາຄັ້ງໃໝ່ກໍຕາມ ທີ່ເປັນໄພຂົ່ມຂູ່ຈະສ້າງບັນຫາ ຕໍ່ເສດຖະກິດຂອງອາເມຣິກາຫຼາຍຂຶ້ນອີກ.

ພວກທຸລະກິດຂອງສະຫະລັດຫຼາຍພັນແຫ່ງໄດ້ເປີດກິດຈະການຄືນໃໝ່ ຫຼັງຈາກທີ່ໄດ້ຖືກບັງຄັບໃຫ້ປິດ ເມື່ອສາມເດືອນກ່ອນ ຍ້ອນໂຣກລະບາດຂອງໄວຣັສໂຄ ໂຣນາ ແຕ່ທຸລະກິດຫຼາຍແຫ່ງ ຍັງສືບຕໍ່ປົດຄົນງານອອກຢູ່. ມາເຖິງປັດຈຸບັນນີ້ ບໍລິສັດບາງສ່ວນກໍປິດກິດຈະການຄືນອີກເທື່ອນຶ່ງ ໃນຂະນະທີ່ຈຳນວນຂອງການຕິດເຊື້ອໄວຣັສ ສູງຂຶ້ນເຖິງລະດັບໃໝ່ຢູ່ໃນສາມລັດຂອງປະເທດ ຄື ຄາລີຟໍເນຍ ເທັກຊັສ ແລະຟລໍຣີດາ.

ພວກຄົນງານອີກຈຳນວນເກືອບ 1,500,000 ຄົນທີ່ຖືກປົດອອກຈາກວຽກໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານເມື່ອອາທິດແລ້ວນີ້ ຊຶ່ງຕົວເລກຂອງຄົນຫວ່າງງານກໍໄດ້ຫລຸດລົງເປັນອາທິດທີ 14 ລຽນຕິດ. ແຕ່ຕົວເລກດັ່ງກ່າວໄດ້ຫລຸດລົງພຽງເຫຼັກນ້ອຍ ຈາກທີ່ຈຳນວນທີ່ສູງຂຶ້ນກາຍ 1,500,000 ຄົນໃນແຕ່ລະສອງອາທິດ ຊຶ່ງທັງໝົດນີ້ ເປັນຕົວເລກທີ່ໃຫຍ່ຜິດປົກກະຕິສຳລັບເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ຕົວເລກຂອງພວກຄົນຕົກວຽກທີ່ຂໍເງິນຊ່ອຍເຫຼືອ ດຽວນີ້ກໍໄດ້ຫລຸດລົງເລື້ອຍໆຈາກ 6,900,000 ຄົນ ທີ່ໄດ້ຍື່ນຄຳຮອງຂໍເງິນຊ່ອຍເຫຼືອພາຍໃນນຶ່ງອາທິດໃນເດືອນມີນາຜ່ານມານີ້. ແຕ່ບັນດາເຈົ້າໜ້າທີ່ດ້ານເສດຖະກິດທີ່ສຳຄັນໆຂອງສະຫະລັດ ຄາດຄະເນວ່າ ການຟື້ນຕົວຄືນຂອງປະເທດຢ່າງຄົບຖ້ວນຈາກໂຣກລະບາດດັ່ງກ່າວ ຈະຕ້ອງໃຊ້ເວລາດົນນານ ອາດແກ່ຍາວໄປຈົນເຖິງປີ 2021.

ລວມທັງໝົດແລ້ວ ພວກຄົນງານ 47 ລ້ານຄົນ ໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານນັບຕັ້ງແຕ່ກາງເດືອນມີນາເປັນຕົ້ນມາ ຊຶ່ງຫຼາຍກວ່ານຶ່ງສ່ວນສີ່ ຂອງແຮງງງານສະຫະລັດ ທີ່ມີຢູ່ 164 ລ້ານ 6 ແສນຄົນ. ຈຳນວນຄົນງານທີ່ໄດ້ຮັບເງິນຊ່ອຍເຫຼືອໃນປັດຈຸບັນ ກໍໄດ້ຫລຸດລົງຮອດປະມານ 19 ລ້ານ 5 ແສນຄົນໃນຂະນະທີ່ພວກຄົນງານຫຼາຍລ້ານຄົນ ດຽວນີ້ກໍໄດ້ກັບຄືນໄປເຮັດວຽກແລ້ວ.

ໂດຍມີຈຳນວນສູງຂຶ້ນຢ່າງກະທັນຫັນ ຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ພວກທຸລະກິດບາງສ່ວນທີ່ໄດ້ເປີດກິດຈະການຄືນແລ້ວນັ້ນ ບັດນີ້ ກໍໄດ້ປິດປະຕູຮ້ານຂອງພວກເຂົາເຈົ້າອີກເທື່ອນຶ່ງ. ກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ທັງຫຼາຍ ໂດຍສ່ວນໃຫຍ່ ແມ່ນຢູ່ທົ່ວເຂດພາກໃຕ້ຂອງປະເທດ ທີ່ບໍ່ໄດ້ຮັບຜົນກະທົບຫຼາຍພໍປານໃດ ໃນການລະບາດໃນຄັ້ງທຳອິດ ຢູ່ໃນນິວຢອກ ແລະລັດຕ່າງໆ ທາງພາກເໜືອ ໃນເດືອນມີນາ ແລະເດືອນເມສາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG