ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກືອບ 50 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ຢູ່ໂຮງຮຽນ ໄນຈີເຣຍ


ຢ່າງ​ໜ້ອຍ 48 ຄົນ ​ໄດ້​ເສຍ​ຊີວິດ​ຈາກ​ການວາງ​ລະ​ເບີດ​ສະລະ
​ຊີບທີ່​ໂຮງຮຽນ​ແຫ່ງນຶ່ງ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ ຂອງ​ໄນ
​ຈີເຣຍ ຊຶ່ງສວນ​ຫລາຍ​ແມ່ນ​ພວກນັກຮຽນ.

ເຫດລະ​ເບີດໄດ້​ເກີດ​ຂື້ນ​ໃນ​ວັນ​ຈັນວານນີ້ ຢູ່​ໃນ​ເມືອງ Potis-
kum ລັດ Yobe ​ໃນ​ຂະນະ​ທີ່​ພວກ​ນັນ​ຮຽນ​ເຕົ້າໂຮມກັນ​ໃນ​
ຕອນ​ເຊົ້າ ຢູ່​ທີ່​ໂຮງຮຽນ​ມັດທະຍົມ​ຂອງ ລັດຖະບານ ​ທີ່​ເນັ້ນ
ໜັກໃສ່​ການ​ຮຽນ​ເລື້ອງ​ວິທະຍາສາດ.

ບັນດາ​ພະນັກງານ​ການ​ແພດ ກ່າວ​ວ່າ ຢ່າງ​ໜ້ອຍ 79 ຄົນ​
|ໄດ້​ຮັບ​ບາດ​ເຈັບ ​ຫລາຍ​ຄົນແມ່ນມີອາການສາຫັດ. ບັນດາ
​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ຜູ້ວາງ​ລະ​ເບີດ ນຸ່ງ​ເຄື່ອງ​ຄື​ກັນ​ກັບ​ນັກຮຽນ.

ຍັງບໍ່​ມີກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນການ​ໂຈມ​ຕີເທື່ອ ​ແຕ່ກໍມີ​ຄວາມສົງ​ໄສວ່າ
ເປັນນ້ຳມືຂອງກຸ່​ມຫົວ​ຮຸນ​ແຮງ Boko Haram.

ກຸມ​ດັ່ງກ່າວ​ໄດ້ຖືກຖິ້ມໂທດໃສ່ວ່າ ເປັນຜູ້​ໂຈມ​ຕີທີ່​ເມືອງ Potiskum ​ໃນ​ອາທິດ​ ​ທີ່​ຜ່ານ​
ມາ ​ເວລາຜູ້ວາງລະ​ເບີດ​ສະລະ​ຊີບ ​ໂຈມ​ຕີຂະ​ບວນ​ແຫ່​ທາງ​ສາສະໜາ ​ເຮັດ​ໃຫ້​ມີ​ຜູ້​ເສຍ
​ຊີວິດ​ຫລາຍ​ກວ່າ​ຊາວ​ຄົນ.

ປະທານາທິບໍດີ ​ໄນ​ຈີ​ເຣຍ ທ່ານ Goodluck Jonathan ​ໄດ້​ປະນາມ​ການ​ໂຈມ​ຕີ ​ແລະ​
ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ນຳ​ເອົາ​ພວກ​ຮັບຜິດຊອບມາ​ລົງ​ໂທດ. ຢູ່​ໃນ​ຖະ​ແຫລ​ງການໃນ​ວັນ
​ຈັນ​ວານ​ນີ້ ທ່ານ​ຍັງ​ໄດ້ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຕໍ່​ບັນ ດາ​ຄອບຄົວ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ
​ແລະ​ປະຊາຊົນ​ລັດ Yobe.

​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban ki-Moon ກ່າວ​ວ່າ ທ່ານ​ມີ​ຄວາມ​ໂກດ
​ແຄ້ນ ຕໍ່ການ​ໂຈມຕີທີ່ມີຂຶ້ນ​ເລື້ອຍໆຢ່າງໂຫດຮ້າຍ ຕໍ່​ສະ​ຖາ​ບັນການ ​ສຶກສາ ຢູ່ໃນ​ພາກ​
ເໜືອ​ ຂອງ​ໄນ​ຈີ​ເຣຍ.

XS
SM
MD
LG