ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງ ທີມບານບ້ວງ Clippers ​ຖືກປັບໃໝໜັກ ຍ້ອນ ກ່າວດູໝິ່ນ ຄົນຜິວດຳ (ວີດີໂອ)


Racial Comments Spark Outrage in Sports Community
please wait

No media source currently available

0:00 0:02:33 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ເຈົ້າ​ຂອງທີມ Los Angeles Clippers ​ແຫ່ງ​ສະມາຄົມ​ກິ
ລາ​ບານ​ບ້ວງສະຫະລັດ ຫລື NBA ​ໄດ້​ຖືກ​ຫ້າມ ​ຕະຫຼອດ​
ຊີວິດ ​ບໍ່ໃຫ້ມີສ່ວນກ່ຽວຂ້ອງພົວພັນ ກັບກິດຈະການຂອງ
ທີມບານບ້ວງດັ່ງກ່າວ ເພາະ​ວ່າ​ ໄດ້​ໃຫ້ຄວາມເຫັນທີ່ເປັນ
ການດູ​ໝິ່ນໃນເລື່ອງຜິວພັນ ທີ່ທ່ານ​ໄດ້​ກ່າວກ່ຽວ​ກັບ​ຄົນ​
ຜິວ​ດຳຢູ່​ໃນ​ເທບ​ບັນທຶກ​ສຽງນັ້ນ.

ຢູ່​ທີ່​ກອງ​ປະ​ຊຸມ​ຖະແຫຼງຂ່າວ​ໃນ​ວັນ​ອັງຄານວານນີ້ ຫົວ
ໜ້າ​ຄະນະ​ກຳມາທິການ ກິລາ​ບານບ້ວງ​ແຫ່ງ​ຊາດ ທ່ານ
Adam Silver ​ໄດ້​ປະກາດ​ວ່າ ​ເຈົ້າ​ຂອງ​ທິມ Clippers
​ທ່ານ Donald Sterling ​ໄດ້​ຖືກ​ຫ້າມ ​ບໍ່​ໃຫ້​ໄປຮ່ວມການ
ແຂ່ງຂັນ ກິລາ​ບານບ້ວງ NBA ​ຕະຫຼອດທັງການ​ເຝິກຊ້ອມ ​ແລະ​ຈະ​ບໍ່​ໄດ້ຮັບອະນຸ
ຍາດ ໃຫ້ໄປກ່ຽວຂ້ອງພົວພັນ​ ກັບ​ທຸລະ​ກິດ​ການ​ຄ້າຂອງທີມດັ່ງກ່າວ.

ທ່ານ Silver ຍັງ​ກ່າວ​ອີກ​ວ່າ ທ່ານ​ຈະ​ຮຽກຮ້ອງ​ໃຫ້ບັນດາ​ເຈົ້າ​ຂອງ​ທິມກິລາ ບານບ້ວງ
ແຫ່ງ​ຊາດຄົນ​ອື່ນໆ ​ບັງ​ຄັບ​ໃຫ້​ທ່ານ Sterling ຂາຍທີມຂອງ​ທ່ານ ໂດຍໃຫ້ຂໍ້ສັງເກດວ່າ
ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ ທີ່​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາ​ເຈົ້າ​ຂອງຄົນ​ອື່ນໆ.

ການ​ຂາຍ​ຈະ​ຕ້ອງໄດ້ຮັບຄະ​ແນ​ນສຽງ 75 ​ເປີເຊັ​ນ ຂອງພວກເຈົ້າຂອງທີມທີ່ມີທັງໝົດ
​29 ​ຄົນນັ້ນ.

ນອກຈາກ​ນັ້ນ​ແລ້ວ ທ່ານ Silver ຍັງກ່າວ​ວ່າ ທ່ານ Sterling ຈະ​ຖືກ​ປັບ​ໃໝ 2 ລ້ານ 5
​ແສນໂດ​ລາ ຊຶ່ງເປັນການປັບໃໝຫຼາຍທີ່ສຸດ​ທີ່​ອຳນວຍ​ໃຫ້​ພາຍ​ໃຕ້​ກົດ​ລະບຽບ​ຂອງ
NBA ທີ່ມີຢູ່ໃນເວລານີ້.
NBA RACIAL CONTROVERSY CNPK
please wait

No media source currently available

0:00 0:01:50 0:00


XS
SM
MD
LG