ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄົນນຶ່ງ ເສຍຊີວິດ ແລະ 50 ຄົນ ບາດເຈັບ ໃນເຫດ ແຜ່ນດິນໄຫວ ຢູ່ປາກິສຖານ (ວີດີໂອ)


ແຜນທີ່ປາກິສຖານ
ແຜນທີ່ປາກິສຖານ
ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງຂະ
ໜາດປານກາງໄດ້ສັ່ນສະເທືອນຫລາຍໆຫົວເມືອງໃນເຂດພາກ
ໃຕ້ຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ ນຶ່ງຄົນ ແລະໄດ້ຮັບບາດ
ເຈັບອີກຢ່າງໜ້ອຍ 50 ຄົນ.

ອົງການສຳຫຼວດທໍລະນີວິທະຍາ ຂອງສະຫະລັດ ກ່າວວ່າ ແຜ່ນ
ດິນໄຫວທີ່ແຮງ 4.3 ຣິກເຕີ້ມີຈຸດສູນກາງປະມານ 12 ກິໂລແມັດ
ຫ່າງຈາກເມືອງ Nawabshah ໄປທາງທິດເໜືອ ໃນວັນສຸກມື້ນີ້.

ຕຳຫຼວດເວົ້າວ່າ ແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນເຊົ້າມືດມື້ນີ້ໄດ້
ເຮັດໃຫ້ຫລັງຄາເຮືອນຫລາຍໆຫລັງພັງລົງມາຂະນະທີ່ປະຊາຊົນ
ໃນເຂດດັ່ງກ່າວ ຍັງພາກັນຫລັບນອນຢູ່.

ຕຳຫຼວດກ່າວວ່າ ໄດ້ມີການປະກາດພາວະສຸກເສີນ ຢູ່ທີ່ໂຮງໝໍໃນເຂດທ້ອງຖິ່ນ.
PAKISTAN QUAKE VO
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG