ກອງທັບເຮືອສະຫະລັດກ່າວວ່າ ພວກມະນຸດກົບໄດ້ພົບເຫັນສົບທີ່ສອງຂອງກຳປັ່ນລົບ
USS John McCain ທີ່ໄດ້ຕຳກັບກຳປັ່ນສິນຄ້າລໍານຶ່ງໃນຕົ້ນອາທິດນີ້.
ຢູ່ໃນຖະແຫລງການທີ່ເຜີຍແຜ່ອອກໃນວັນສຸກມື້ນີ້ ກອງທັບເຮືອໄດ້ພິສູດລູກເຮືອວ່າ
ແມ່ນທ່ານ Dustin Louis Doyon ອາຍຸ 26 ປີ ຈາກລັດ Connecticut. ພວກມະນຸດ
ກົບຍັງໄດ້ພົບເຫັນສົບຂອງທ້າວ Kenneth Aaron Smith ອາຍຸ 22 ປີ ຈາກລັດ
New Jersey ໃນວັນພະຫັດວານນີ້ອີກດ້ວຍ.
ທະຫານເຮືອອີກແປດຄົນຍັງຫາຍສາບສູນ ຫລັງຈາກເກີດການຕຳກັນກັບ ກຳປັ່ນບັນ
ທຸກນໍ້າມັນ Liberain-flagged Alnic MC ຢູ່ເຂດນານນໍ້າໃກ້ກັບມາເລເຊຍ ແລະ
ສິງກະໂປ.
ກອງທັບເຮືອກ່າວວ່າ ພວກມະນຸດກົບ ແລະເຄື່ອງອຸບປະກອນທີ່ສົ່ງໄປເພີ້ມນັ້ນ ໄດ້ໄປ
ເຖິງທີ່ນັ້ນພາຍໃນນຶ່ງມື້ ເພື່ອດຳເນີນການຊອກຄົ້ນຫາ ແລະການດໍາເນີນການຊ່ວຍຟື້ນ
ຟູຢູ່ໃນຫ້ອງທີ່ຈົມຢູ່ໃນນໍ້າຂອງກຳປັ່ນ. ຄວາມພະຍາຍາມຊອກຄົ້ນຫາ ແລະກູ້ໄພໄດ້ຖືກຢຸດສະງັກລົງໃນວັນພະຫັດວານນີ້ ເພື່ອເນັ້ນໃສ່ການປະຕິບັດງານຊ່ວຍຟື້ນຟູ.
ກອງທັບເຮືອທີເຈັດສະຫະລັດ ກ່າວຢູ່ໃນໜ້າເວັບໄຊຂອງຕົນວ່າ “ຫລັງຈາກຫລາຍກວ່າ
80 ຊົ່ວໂມງຂອງຄວາມພະຍາຍາມຄົ້ນຫາທີ່ມາຈາກຫລາຍປະເທດ ກອງທັບເຮືອສະຫະ
ລັດໄດ້ຢຸດຕິການຊອກຄົ້ນຫາ ແລະຄວາມພະຍາຍາມກູ້ໄພແກ່ທະຫານເຮືອທີ່ຫາຍສາບ
ສູນໄປຂອງ ກຳປັ່ນລົບ USS John McCain ທີ່ຢູ່ໃນເນື້ອທີ່ປະມານ 2,100 ຕາລາງ
ໄມລ ທາງພາກຕາເວັນອອກຂອງຊ່ອງແຄບ ມາລັກກາ ແລະສິງກະໂປນັ້ນໄວ້.”
ການຕຳກັນໃນຕອນເຊົ້າມືດ ເປັນອຸປະຕິເຫດໃຫຍ່ເທື່ອທີ່ສີ່ ຂອງກອງທັບເຮືອສະຫະລັດ
ປະຈຳເຂດປາຊິຟິກໃນປີນີ້ ແລະໄດ້ເຮັດໃຫ້ມີກາທົບທວນການປະຕິບັດງານຂອງກອງທັບ ດ່ັງກ່າວ.
ໃນວັນພຸດທີ່ຜ່ານມາ ຜູ້ບັນຊາການກອງທັບເຮືອທີ່ເຈັດ ນາຍພົນໂທ Joseph Aucoin
ໄດ້ຖືກຍົກຍ້າຍອອກຈາກຕໍາແໜ່ງ ໂດຍໃຫ້ຂໍ້ສັງເກດວ່າ “ທ່ານເສຍຄວາມເຊື່ອໝັ້ນວ່າ
ທ່ານຈະມີຄວາມສາມາດບັງຄັບບັນຊາໄດ້.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ