ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ກອງທັບເຮືອ ສຫລ ຮຽກຮ້ອງໃຫ້ສືບສວນ COVID-19 ຢູ່ເທິງກຳປັ່ນບັນທຸກເຮືອບິນ


ກຳປັ່ນບັນທຸກນໍ້າມັນ USS Theodore Roosevelt ກຳລັງເດີນທາງເຈົ້າທ່າເຮືອ ດາໜັງ, ຫວຽດນາມ. 5 ມີນາ, 2020.
ກຳປັ່ນບັນທຸກນໍ້າມັນ USS Theodore Roosevelt ກຳລັງເດີນທາງເຈົ້າທ່າເຮືອ ດາໜັງ, ຫວຽດນາມ. 5 ມີນາ, 2020.

ວ່າການເລຂະທິການກອງທັບເຮືອ ສະຫະລັດ ໄດ້ຮຽກຮ້ອງໃຫ້ທຳການສືບສວນ ສອບສວນທີ່ລະອຽດກວ່າເກົ່າໃນ “ຄຳຖາມທີ່ບໍ່ໄດ້ຖືກຕອບ” ກ່ຽວກັບ ເຫດການ ຕ່າງໆຢູ່ເທິງກຳປັ່ນບັນທຸກເຮືອບິນ USS Theodore Roosevelt, ໃນຂະນະ ທີ່ທະຫານເຮືອຜູ້ທີ່ຖືກກັກຕົວກວດໂຣກເປັນເວລາຫຼາຍອາທິດຍ້ອນການລະບາດຂອງໄວຣັສໂຄໂຣນາ ໄດ້ກັບຄືນໄປເຮັດວຽກຢູ່ກຳປັ່ນດັ່ງກ່າວ.

ວ່າການເລຂາກອງທັບເຮືອ ທ່ານ ເຈມສ ແມັກເພີສັນ ໄດ້ກ່າວໃນຖະແຫຼງການ ສະບັບນຶ່ງໃນວັນພຸດວານນີ້ວ່າ “ຂ້າພະເຈົ້າມີຄຳຖາມທີ່ບໍ່ໄດ້ຖືກຕອບທີ່ການຮຽກ ຮ້ອງໃນເບື້ອງຕົ້ນໄດ້ລະບຸ ແລະ ວ່າສາມາດທີ່ຈະຕອບ ດ້ວຍການທົບທວນ ທີ່ ເລິກເຊິ່ງເທົ່ານັ້ນ.”

ກຳປັ່ນບັນທຸກເຮືອບິນດັ່ງກ່າວແມ່ນກຳປັ່ນກອງທັບເຮືອ ສະຫະລັດ ລຳທຳອິດ ທີ່ໄດ້ປະເຊີນກັບການລະບາດຄັ້ງໃຫຍ່ຂອງ COVID-19 ຢູ່ທະເລ, ເຊິ່ງໄດ້ ເຮັດໃຫ້ກຳປັ່ນດັ່ງກ່າວຢຸດປະຕິບັດໜ້າທີ່ຊົ່ວຄາວໃນທ້າຍເດືອນມີນາ.

ໃນຈຸດສູນກາງຂອງການກວດສອບນັ້ນ ແມ່ນຊະຕາກຳຂອງກັບຕັນຂອງກຳປັ່ນ Roosevelt ທ່ານ ເບຣັດ ໂຄຣເຊຍ, ຜູ້ທີ່ຖືກປົດອອກຈາກຕຳແໜ່ງຍ້ອນການ ຍົກບັນຫາ COVID-19 ຂຶ້ນມາໃນອີເມລ ທີ່ຂຽນຫາບັນດາຫົວໜ້າທັງຫຼາຍ.

ລາຍງານຂອງສື່ມວນຊົນໄດ້ກ່າວວ່າ ຫົວໜ້າໜ່ວຍຍຸດທະການກອງທັບເຮືອ ພົນເຮືອເອກ ໄມຄ໌ ກິລເດ ໄດ້ແນະນຳບາດກ້າວທີ່ບໍ່ເຄີຍມີມາກ່ອນ ກ່ຽວກັບ ການຄືນຕຳແໜ່ງໃຫ້ທ່ານ ໂຄຣເຊຍ. ໃນວັນພຸດວານນີ້, ທ່ານ ແມັກເພີສັນ ໄດ້ກ່າວວ່າ ທ່ານໄດ້ສັ່ງໃຫ້ທ່ານ ກິລເດ ຂະ ຫຍາຍລາຍງານເບື້ອງຕົ້ນ ຂອງ ກອງທັບເຮືອ ພ້ອມດ້ວຍການທົບທວນຕິດຕາມ.

ອະດີດວ່າການເລຂາທິການຂອງກອງທັບເຮືອ ທ່ານ ທັອມມາສ ມອດລີ, ຜູ້ທີ່ ໄດ້ປົດທ່ານ ໂຄຣເຊຍ ອອກຈາກຕຳແໜ່ງນັ້ນ, ໄດ້ລາອອກຫຼັງຈາກບັນທຶນສຽງ ກ່ຽວກັບ ລາວເອີ້ນທ່ານ ໂຄຣເຊຍ ວ່າ “ໄຮ້ດຽງສາໂພດ ຫຼື ໂງ່ໂພດທີ່ຈະເປັນ ຜູ້ບັນຊາການ” ໄດ້ຖືກເປີດເຜີຍ ສຳລັບການສົ່ງຈົດໝາຍ ກ່ຽວກັບ ຄວາມເປັນ ຫ່ວງຂອງລາວ ຕໍ່ເຈົ້າໜ້າທີ່ກອງທັບເຮືອ 20 ຄົນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນພຸດວານນີ້ໄດ້ປະຕິເສດ ທີ່ຈະໃຫ້ຄຳເຫັນ ກ່ຽວກັບ ວ່າທ່ານຄິດວ່າກອງທັບເຮືອຄວນດຳເນີນການແນວ ໃດ, ແຕ່ໄດ້ໄດ້ສະເໜີວ່າ ທ່ານ ໂຄຣເຊຍ ໄດ້ເຮັດສິ່ງທີ່ບໍ່ເໝາະສົມເມື່ອລາວ ຂຽນບັນທຶກນັ້ນ.

ທ່ານ ທຣຳ ໄດ້ກ່າວໃນລະຫວ່າງການປະຊຸມ ກັບຜູ້ປົກຄອງລັດ ຫຼຸຍເຊຍນາ ແລະ ສະມາຊິກຄົນອື່ນໆຂອງໜ່ວຍປະຕິດການພິເສດໄວຣັສໂຄໂຣນາ ຂອງ ທຳນຽບຂາວວ່າ “ຂ້ອຍບໍ່ຮູ້ຈັກລາວ. ຂ້ອຍບໍ່ເຄີຍລົມກັບລາວ. ຂ້ອຍຄິດວ່າລາວ ເປັນຄົນດີຫຼາຍ ຜູ້ທີ່ໄດ້ປະສົບມື້ທີ່ບໍ່ດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG