ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ທັບ​ເຮືອ​ ສຫລ ​ພົບ​​ເຮືອບິນ​ ທີ່ຕົກ ຢູ່ພື້ນ ມະຫາສະໝຸດ ປາຊິຟິກ


ເຮືອບິນຂົນສົ່ງ C-2A ເກຣຮາວ ກຳລັງລົງຈອດ ຢູ່ກຳປັ່ນບັນທຸກ ເຮືອບິນ ແຮຣິ ແອສ ທຣູແມນ.
ເຮືອບິນຂົນສົ່ງ C-2A ເກຣຮາວ ກຳລັງລົງຈອດ ຢູ່ກຳປັ່ນບັນທຸກ ເຮືອບິນ ແຮຣິ ແອສ ທຣູແມນ.

ກອງ​ທັບ​ເຮືອ​ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ເຮືອບິນ​ຂົນ​ສົ່ງ​ທີ່ຕົກ​ໃນ​ເດືອນ​ພະຈິກ
ຢູ່​ທະ​ເລຟິລິບ​ປີນ ​ທີ່ເຮັດ​ໃຫ້​ທະຫານເຮືອ​ເສຍ​ຊີວິດ​ສາມ​ຄົນ.

​ເຮືອບິນ C-2A ​ເກຣຮາວ ​ໄດ້​ຕົກລົງ​ໃສ່​ທະ​ເລ ​ໃນ​ຂະນະ​ທີ່ບິນ​ປະຕິບັດ​ງານ​ຕາມ​ປົກ
ກະຕິ​ກ່ອນ​ໜ້າ​ວັນ​ບຸນຂອບຄຸນ​ພະ​ເຈົ້າ ທີ່​ຂົນ​ຜູ້​ໂດຍສານ ແລະ​ເຄື່ອງ​ຂອງ​ ຈາກ​ຖານ
​ທັບ​ສະຫະລັດ​ໃນ​ຍີ່ປຸ່ນ ​ໄປ​ຫາ​ກຳ​ປັ່ນ​ບັນທຸກ​ເຮືອບິນ ໂຣໂນລ ເຣກັນ.

ບັນດາ​ຜູ້​ຊ່ຽວຊານ​ກູ້​ຊາກເຮືອບິນ​ໃນ​ເຂ​ດນໍ້​າເລິກ​ຖືກສົ່ງ​ໄປ​ປ່ອນ​ເຮືອບິນ​ຕົກ​ໃນ​ເດືອນ
​ແລ້ວ​ນີ້. ກອງທັບ​ເຮືອ​ກ່າວ​ຢູ່ໃນ​ຖະ​ແຫລ​ງການ​ວ່າ ທີ​ມງານສາມາດ​ພົບເຫັນ ​ເຄື່ອງ​ສັນ
ຍານ​ສຸກ​ເສີນ​ຂອງ​ເຮືອບິນແລ້ວ.

​ເຮືອບິນ C-2A ຈົມ​ຢູ່ພື້ນ​ທະ​ເລ​ທີ່ເລິກປະມານ 18,500 ​ຟິດ ​ແລະ​ກອງທັບ​ເຮືອ​ກ່າວ​ວ່າ
ນີ້​ເຮັດ​ໃຫ້​ຂັ້ນຕອນ ການປະຕິບັດ​ງານດັ່ງກ່າວ​ “​ເປັນຄວາ​ມພະຍາຍາມ ກູ້ເອົາ​ຊາກເຮືອ
ບິນທີ່ເລິກ​ທີ່​ສຸດ​ເທົ່າ​ທີ່​ຮູ້ກັນ​ມາຈົນ​ຮອດ​ປັດ​ຈຸ​ບັນ.”

ເຮືອບິນສອງໝາກປິ່ນ C2-A ເກຣຮາວ ທີ່ໄດ້ຕົກລົງໃນທະເລ ປະມານ 925 ກິໂລແມັດ ທາງພາກຕາເວັນຕົກສຽງ ໃຕ້ຂອງເກາະໂອກີນາວາ ປະເທດຍີ່ປຸ່ນ ໃນທີ 22 ພະຈິກ, 2017.
ເຮືອບິນສອງໝາກປິ່ນ C2-A ເກຣຮາວ ທີ່ໄດ້ຕົກລົງໃນທະເລ ປະມານ 925 ກິໂລແມັດ ທາງພາກຕາເວັນຕົກສຽງ ໃຕ້ຂອງເກາະໂອກີນາວາ ປະເທດຍີ່ປຸ່ນ ໃນທີ 22 ພະຈິກ, 2017.

​ກອງທັບເຮືອກ່າວ​ວ່າ ທີ​ມງານຈະ​ກັບ​ຄືນ​ໄປ​ບ່ອນ​ເຮືອບິນ​ຕົກ​ອີກ ໃນບໍ່ເທົ່າໃດອາທິດ​
ຕໍ່ໜ້ານີ້ ​ເພື່ອເຮັດ​ແຜນ​ທີ່​ ກ່ຽວກັບຊິ້ນສ່ວນ​ຕ່າງໆ ຂອງເຮືອບິນ ​ແລະຕໍ່ສາຍ​ເຊືອກ ​ທີ່
ແຂງ​ແຮງ​ເພື່ອ​ຍົກ​ເຮືອບິນ​ຂຶ້ນ​ສູ່ໜ້າ​ນໍ້າ.

ກອງທັບ​ເຮືອ​ສະຫະລັດ​ກ່າວ​ວ່າ “ຕົນຈະ​ເຮັດທຸກ​ວິທີທາງ​ເພື່ອ​ເກັບ​ກູ້​ເຮືອບິນ ​ແລະ​ລູກ
​ທະຫານຂອງ​ພວກ​ເຮົາ​ທີ່ເສຍ​ຊີວິດ​ໄປ​ນັ້ນ.”

ຮ້ອຍໂທ ສະຕີເວີນ ໂຄມ ຖືກແຕ່ງຕັ້ງຮັບໃຊ້ ກອງທັບເຮືອ ອາຍຸ 30 ປີ ແມ່ນຜູ້ນຶ່ງໃນຕຳນວນສາມຄົນ ທີ່ເສຍຊິວິດ.
ຮ້ອຍໂທ ສະຕີເວີນ ໂຄມ ຖືກແຕ່ງຕັ້ງຮັບໃຊ້ ກອງທັບເຮືອ ອາຍຸ 30 ປີ ແມ່ນຜູ້ນຶ່ງໃນຕຳນວນສາມຄົນ ທີ່ເສຍຊິວິດ.

​ສາ​ເຫດ​ຂອງ​ເຮືອບິນ​ຕົກ​ຍັງ​ຢູ່​ໃນລະຫວ່າງ​ການ​ສືບສວນ.

​ແປດ​ຄົນ ​ໄດ້​ຖືກຊ່ວຍຊີວິດໄວ້ໄດ້ ຫລັງຈາກ​ເຮືອບິນຕົກ 40 ນາ​ທີ ​ໃນ​ເດືອນ​ພະ​ຈິກ ​
ແລະ​ໄດ້​ນຳ​ໄປ​ກຳ​ປັ່ນ​ບັນທຸກເຮືອບິນ ໂຣໂນລ ເຣກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Navy Crash Airplane
please wait

No media source currently available

0:00 0:00:49 0:00

XS
SM
MD
LG