ທ່ານນາງ ຢູເລຍ ນາວາລນາຢາ, ແມ່ໝ້າຍຂອງຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ, ໄດ້ປະຕິຍານທີ່ຈະສືບຕໍ່ເຮັດວຽກຂອງສາມີຂອງທ່ານນາງ, ໂດຍເວົ້າວ່າລາວ “ຈະສືບຕໍ່ສູ້ເພື່ອເສລີພາບຂອງປະເທດຂອງເຮົາ,” ແລະ “ຂ້າພະເຈົ້າຂໍຮຽກຮ້ອງໃຫ້ພວກທ່ານຈົ່ງຢືນຢູ່ຄຽງຂ້າງຂ້າພະເຈົ້າ.”
ໃນຖະແຫຼງການເປັນວິດີໂອທີ່ຖືກເຜີຍແຜ່ທາງອອນໄລນ໌, ທ່ານນາງ ນາວາລນາຢາ ໄດ້ກ່າວວ່າ, “ທ່ານ ວລາດີເມຍ ປູຕິນ ໄດ້ຂ້າຜົວຂອງຂ້າພະເຈົ້າ,” ເຊິ່ງເປັນການອ້າງເຖິງປະທານາທິບໍດີ ຣັດເຊຍ. ທ່ານນາງຍັງໄດ້ກ່າວວ່າ, “ສິ່ງທີ່ສຳຄັນທີ່ສຸດ ທີ່ພວກເຮົາສາມາດເຮັດເພື່ອທ່ານ ອາເລັກເຊ ແລະ ສຳລັບພວກເຮົາເອງ ແມ່ນສູ້ຢ່າງສຸດຊີວິດອີກຕໍ່ໄປ ແລະ ຮຸນແຮງກວ່າແຕ່ກ່ອນ.”
ການເສຍຊີວິດຂອງທ່ານ ນາວາລນີ ເມື່ອວັນສຸກທີ່ຜ່ານມາຢູ່ຄຸກທີ່ເຂັ້ມງວດທີ່ສຸດຂອງ ຣັດເຊຍ ໃນເຂດຂົ້ວໂລກເໜືອ ໄດ້ກໍ່ໃຫ້ເກີດຄວາມຄຽດແຄ້ນຈາກສາກົນ ແລະ ພາຍໃນປະເທດ, ແລະ ຫຼາຍປະເທດຕາເວັນຕົກໄດ້ຊີ້ມືໃສ່ວັງເຄຣັມລິນ. ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນວັນສຸກທີ່ຜ່ານມາວ່າ, “ບໍ່ມີຄວາມຜິດພາດ, ທ່ານ ປູຕິນ ແມ່ນຜູ້ຮັບຜິດຊອບສຳລັບການເສຍຊີວິດຂອງທ່ານ ນາວາລນີ.” ທ່ານ ໄບເດັນ ໄດ້ກ່າວວ່າສິ່ງທີ່ໄດ້ເກີດຂຶ້ນຕໍ່ທ່ານ ນາວາລນີ ແມ່ນ “ຂໍ້ພິສູດເພີ່ມເຕີມ ກ່ຽວກັບຄວາມໂຫດຮ້າຍຂອງທ່ານ ປູຕິນ.”
ຫົວໜ້ານະໂຍບາຍການຕ່າງປະເທດສະຫະພາບຢູໂຣບ ທ່ານ ໂຈເຊັບ ບໍແຣລ ໄດ້ສະແດງຄຳເຫັນທີ່ຄ້າຍຄືກັນໃນຂໍ້ຄວາມທີ່ເອົາລົງໃນສື່ສັງຄົມ X ເມື່ອວັນຈັນວານນີ້. ທ່ານໄດ້ກ່າວວ່າ “ພວກເຮົາສະຫະພາບຢູໂຣບ ຂໍສະແດງຄວາມເສຍໃຈຢ່າງເລິກເຊິ່ງຕໍ່ທ່ານນາງ ຢູເລຍ ນາວາລນາຢາ,” ແລະ ວ່າທ່ານ “ວລາດີເມຍ ປູຕິນ ແລະ ລະບອບການປົກຄອງຂອງລາວ ຈະຖືກນຳມາລົງໂທດ.”
ຟໍຣັມສະແດງຄວາມຄິດເຫັນ