ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມານ​ດາ​ຂອງ​ທ່ານ​ນາ​ວາ​ລ​ນີ ເຫັນ​ສົບ​ລູກ​ຊາຍ​ທ່ານ​ນາງ​ແລ້ວ ແຕ່​ກໍ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່ ​ຢາກ​ໃຫ້​ຝັງ​ສົບ​ລາວ ​ແບບ​ລັບໆ


​ຮູບ​ທີ່​ຖ່າຍ​ຈາກວີ​ດີ​ໂອ​ ທີ່​ສະ​ໜອງ​ໂດຍ​ທີມ​ງານ​ຂອງ​ທ່ານ​ນາ​ວາ​ລ​ນີ ເມື່ອ​ວັນ​ທີ 22 ກຸມ​ພາ 2024 ສະ​ແດງ​ໃຫ້​ເຫັນ​ວ່າ ​ມານ​ດາ​ຂອງ​ທ່ານ​ນາ​ວາ​ລ​ນີ ທ່ານ​ນາງ Lyudmila Navalnaya ໄດ້​ຖະ​ແຫຼງ​ຜ່ານ​ທາງວີ​ດີ​ໂອ ຈາກ​ເມືອງ​ຊາ​ເລັກ​ຄາດ ໃນ​ເຂດ​ຂົ້ວ​ໂລກ​ເໜືອ.
​ຮູບ​ທີ່​ຖ່າຍ​ຈາກວີ​ດີ​ໂອ​ ທີ່​ສະ​ໜອງ​ໂດຍ​ທີມ​ງານ​ຂອງ​ທ່ານ​ນາ​ວາ​ລ​ນີ ເມື່ອ​ວັນ​ທີ 22 ກຸມ​ພາ 2024 ສະ​ແດງ​ໃຫ້​ເຫັນ​ວ່າ ​ມານ​ດາ​ຂອງ​ທ່ານ​ນາ​ວາ​ລ​ນີ ທ່ານ​ນາງ Lyudmila Navalnaya ໄດ້​ຖະ​ແຫຼງ​ຜ່ານ​ທາງວີ​ດີ​ໂອ ຈາກ​ເມືອງ​ຊາ​ເລັກ​ຄາດ ໃນ​ເຂດ​ຂົ້ວ​ໂລກ​ເໜືອ.

ມານ​ດາ​ຂອງມື້​ລາງ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ໃນ​ທີ່​ສຸດ​ທ່ານ​ນາງ​ກໍ​ໄດ້​ເຫັນ​ສົບ​ລູກ​ຊາຍ​ຂອງ​ທ່ານ​ນາງ ແລະ​ເວົ້າ​ວ່າ ທ່າ​ນ​ນາງ​ພວມ​ຕ້ານ​ຢັນ​ການ​ກົດ​ດັນ​ຢ່າງ​ໜັກ​ ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຢາກໃຫ້​ທ່ານ​ນາງ​ຕົກ​ລົງ​ຮັບ​ເອົາ​ການ​ຝັງ​ແບບ​ລັບໆເພື່ອ​ບໍ່​ໃຫ້​ເປັນ​ຈຸດ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ.

ໃນ​ການ​ຖະ​ແຫຼງ​ຜ່ານ​ທາງວີ​ດີ​ໂອ​ ຈາກ​ເມືອງ​ຊາ​ເລັກ​ຄາດ (Salekhard) ໃນ​ເຂດ​ຂົ້ວ​ໂລກ​ເໜືອ ທ່ານ​ນາງ​ລີ​ຢຸດ​ມີ​ລາ ນາ​ວາ​ລ​ນາ​ຢາ (Lyudmila Navalna-ya) ກ່າວ​ວ່າ ທ່າ​ນ​ນາງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ໄປ​ເບິ່ງ​ສົບ​ຂອງ​ລູກ​ຊາຍ​ທ່ານ​ນາງ ຢູ່​ທີ່​ໂຮງ​ເຢັນ​ຂອງ​ເມືອງ​ດັ່ງ​ກ່າວ ເມື່ອ​ແລງວັນ​ພຸດ​ທີ່​ຜ່ານ​ມາ.

“ອີງ​ຕາມ​ກົດ​ໝາຍ​ແລ້ວ ພວກ​ເຂົາ​ຄວນມອບ​ສົບ​ຂອງ​ອາ​ເລັກ​ເຊ ໃຫ້​ຂ້ອຍ​ໃນ​ທັນ​ທີ​ໂລດ ແຕ່​ພວກ​ເຂົາ​ບໍ່​ໄດ້​ເຮັດ​ແບບນັ້ນ ຈົນ​ຮອດ​ດຽວນີ້ ພວກ​ເຂົາ​ໄດ້​ຂົ່ມ​ຂູ່​ແບ​ລັກ​ເມ​ລ​ຂ້ອຍ ຕັ້ງ​ເງື່ອນ​ໄຂ​ກັບ​ຂ້ອຍ ກ່ຽວ​ກັບ​ວ່າ ​ສົບຂອງ​ອາ​ເລັກ​ເຊຄວນ​ຈະ​ຖືກ​ຝັງໃນ​ເວ​ລາ​ໃດ​ ແລະ​ຢູ່​ບ່ອນ​ໃດ. ນີ້​ແມ່ນ​ຜິດ​ກົດ​ໝາຍ” ທ່າ​ນາງ​ໄດ້​ກ່າວ​ໃນ​ຊຸດ​ສີ​ດຳ.

Biden Meets With Navalny's Widow in California
please wait

No media source currently available

0:00 0:04:22 0:00

“ພວກ​ເຂົາ​ຢາກ​ໃຫ້​ສິ່ງນີ້​ປົກ​ປິດ​ເປັນ​ຄວາມ​ລັບ ໂດຍ​ບໍ່​ໃຫ້​ມີ​ການ​ອຳ​ລາ​ຄາ​ຈາກ. ພວກ​ເຂົາ​ຢາກ​ນຳ​ຂ້ອຍ​ໄປ​ຢືນ​ຢູ່​ແຄມ​ປ່າ​ຊ້າ ໄປ​ເບິ່ງ​ຂຸມ​ທີ່​ຂຸດ​ໃໝ່ໆ ແລະ​ເວົ້າ​ວ່າ ‘ນີ້​ແມ່ນ​ຂຸມ​ລູກ​ຊາຍ​ເຈົ້າ’ ຂ້ອຍ​ບໍ່​ເຫັນ​ພ້ອມ​ນຳ​ສິ່ງນີ້” ທ່ານ​ນາງ​ໄດ້​ກ່າວ​ຕື່ມ​ຢູ່​ໃນ​ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ຢູ​ທູບ.

ທ່ານ​ນາ​ວາ​ລ​ນີ​ໄດ້​ເສຍ​ຊີ​ວິດ​ຢ່າງ​ບໍ່​ຄາດ​ຄິດ ຢູ່​ທີ່​ນິ​ຄົມ​ນັກ​ໂທ​ດ​ຂົ້ວ​ໂລກ​ເໜືອ​ເມື່ອ​ອາ​ທິດ​ແລ້ວນີ້ ຮວມ​ອາ​ຍຸ​ໄດ້ 47 ປີ. ຄອບ​ຄົວ​ຂອງ​ທ່ານ ເພື່ອນ​ຝູງ ແລະ​ປະ​ເທດ​ຕາ​ເວັນ​ຕົກ​ຫຼາຍໆ​ປະ​ເທດ ໄດ້​ກ່າວ​ຫາ​ລັດ​ຖະ​ບານ​ຣັດ​ເຊຍ​ວ່າ ເປັນ​ຜູ້​ສັງ​ຫານ​ທ່ານ. ວັງ​ເຄ​ຣັມ​ລິນ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ຫານີ້ ແລະ​ເວົ້າ​ວ່າ ຕົນ​ພວມ​ທຳ​ການ​ສືບ​ສວນ​ເບິ່ງ​ສະ​ພາບ​ທີ່​ຫ້ອມ​ລ້ອມ​ໃນ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG