ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວຂອງ ທ່ານນາວາລນີ ຈັດພິທີສົ່ງສະການໃຫ້ແກ່ ຜູ້ນໍາຝ່າຍຄ້ານຂອງຣັດເຊຍ


ພາບດ້ານນອກຂອງໂບດແຫ່ງພະແມ່ຂອງພຣະເຈົ້າທີ່ບັນເທົາຄວາມທຸກໂສກ, ບ່ອນທີ່ຈັດພິທິສົ່ງສະການຜູ້ນໍາຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວາລນີ ເຊິ່ງຈັດຂຶ້ນໃນວັນທີ 1 ມີນາ 2024 ໃນນະຄອນຫຼວງມົສກູ, ວັນທີ 29 ກຸມພາ 2024.
ພາບດ້ານນອກຂອງໂບດແຫ່ງພະແມ່ຂອງພຣະເຈົ້າທີ່ບັນເທົາຄວາມທຸກໂສກ, ບ່ອນທີ່ຈັດພິທິສົ່ງສະການຜູ້ນໍາຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວາລນີ ເຊິ່ງຈັດຂຶ້ນໃນວັນທີ 1 ມີນາ 2024 ໃນນະຄອນຫຼວງມົສກູ, ວັນທີ 29 ກຸມພາ 2024.

ບັນດາຍາດພີ່ນ້ອງ ແລະຜູ້ສະໜັບສະໜຸນ ທ່ານອາເລັກເຊ ນາວາລນີ ກໍາລັງສະແດງການອຳລາຕໍ່ຜູ້ນຳຝ່າຍຄ້ານ ໃນວັນສຸກມື້ນີ້ ຢູ່ທີ່ພິທີຝັງສົບທີ່ຈັດຂຶ້ນໃນພາກຕາເວັນອອກສຽງໃຕ້ຂອງນະຄອນຫຼວງມົສກູ, ລຸນຫຼັງທີ່ຕໍ່ສູ້ກັບອຳນາດການປົກຄອງກ່ຽວກັບການມອບສົບຂອງທ່ານ ຫຼັງຈາກການເສຍຊີວິດ ທີ່ຍັງບໍ່ສາມາດລະບຸສາເຫດໄດ້ເທື່ອ ຢູ່ຄຸກນັກໂທດອາຍາໃນອານານິຄົມອາກຕິກ.

ຜູ້ສະຫນັບສະຫນຸນຂອງທ່ານກ່າວວ່າ ໂບດຫຼາຍໆແຫ່ງໃນນະຄອນຫຼວງມົສກູ ໄດ້ປະຕິເສດທີ່ຈະໃຫ້ມີການຈັດພິທີ, ກ່ອນທີ່ທີມງານຂອງ ທ່ານ ນາວາລນີ ຈະໄດ້ຮັບການອະນຸຍາດຈາກໂບດແຫ່ງນຶ່ງ ໃນຂົງເຂດມາຢີໂນ (Maryino) ຂອງນະຄອນຫຼວງ, ບ່ອນທີ່ທ່ານເຄີຍອາໄສຢູ່ ກ່ອນທີ່ທ່ານຈະຖືກວາງຢາພິດ ໃນປີ 2020, ທີ່ໄດ້ຮັບການປິ່ນປົວຢູ່ໃນເຢຍລະມັນ ແລະການຈັບກຸມທ່ານໃນເວລາທີ່ທ່ານກັບຄືນໄປ ຣັດເຊຍ.

ເຈົ້າໜ້າທີ່ຕໍາຫຼວດ ຢືນຍາມ ໃນຂະນະທີ່ຝູງຊົນເຕົ້າໂຮມກັນໃກ້ກັບໂບດແຫ່ງພະແມ່ຂອງພຣະເຈົ້າທີ່ບັນເທົາຄວາມທຸກໂສກ, ໃນນະຄອນຫຼວງມົສກູ, ວັນທີ 1 ມີນາ 2024.
ເຈົ້າໜ້າທີ່ຕໍາຫຼວດ ຢືນຍາມ ໃນຂະນະທີ່ຝູງຊົນເຕົ້າໂຮມກັນໃກ້ກັບໂບດແຫ່ງພະແມ່ຂອງພຣະເຈົ້າທີ່ບັນເທົາຄວາມທຸກໂສກ, ໃນນະຄອນຫຼວງມົສກູ, ວັນທີ 1 ມີນາ 2024.

ໂບດແຫ່ງພະແມ່ຂອງພຣະເຈົ້າທີ່ບັນເທົາຄວາມທຸກໂສກ, ໄດ້ອະນຸຍາດໃຫ້ມີການຈັດພິທີ, ບໍ່ໄດ້ກ່າວເຖິງກໍລະນີດັ່ງກ່າວນີ້ ໃນສື່ສັງຄົມຂອງຕົນ. ບັນດາເຈົ້າ​ໜ້າ​ທີ່ ​ໄດ້ຈັດເສັ້ນ​ທາງ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ທີ່ຢູ່ໃກ້​ຄຽງໄປ​ຫາ​ໂບດ​ ດ້ວຍ​ສິ່ງ​ກີດ​ຂວາງ​ເພື່ອຄວບ​ຄຸມ​ຝູງ​ຊົນ, ແລະ ຕຳ​ຫຼວດປ້ອງກັນການກໍ່ຈະ​ລາ​ຈົນ​ ໄດ້ຖືກສົ່ງໄປປະຈຳການເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ ໃນ​ຕອນ​ເຊົ້າ​ມື້ນີ້.

ການຝັງສົບ ໄດ້ຈັດຂຶ້ນໃນສຸສານ ໂບຣິໂຊບວ໌ສໂກເຢ (Borisovskoye) ທີ່ຢູ່ໃກ້ຄຽງ, ບ່ອນທີ່ຕໍາຫຼວດຍັງໄດ້ຖືກສົ່ງໄປປະຈຳການຢູ່ທີ່ນັ້ນ.

ມານດາຂອງ ທ່ານ ນາວາລນີ, ທ່ານນາງລິດມີລາ ນາວາລຢານາ (Lyudmila Navalnaya), ໄດ້ໃຊ້ເວລາແປດມື້ ໃນຄວາມພະຍາຍາມເພື່ອໃຫ້ເຈົ້າຫນ້າທີ່ມອບສົບຂອງລູກຊາຍໃຫ້ແກ່ທ່ານນາງ ຫລັງຈາກທ່ານເສຍຊີວິດໃນວັນທີ 16 ກຸມພາ ຢູ່ທີ່ ອານານິຄົມ ເຂດຂັງນັກໂທດທາງອາຍາ ໝາຍເລກ 3, ໃນເມືອງຄາບພ໌ (Kharp), ບໍລິເວນພາກພື້ນ ຢາມາໂລ-ເນເນັດທ໌ (Yamalo-Nenets), ເຊິ່ງມີໄລຍະຫ່າງປະມານ 1,900 ກິໂລແມັດ ໄປທາງທິດຕາເວັນອອກສຽງເຫນືອຂອງນະຄອນຫຼວງມົສກູ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG