ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍພັນຄົນ ອອກມາເດີນຂະບວນ ສະໜັບ ສະໜູນ ຜູ້ນຳພັກຝ່າຍຄ້ານ ໃນທົ່ວຣັດເຊຍ


ພວກປະທ້ວງຢູ່ໃນຈະຕຸລັດ ພຸຈກິນຂອງມົສກູ. ການຕໍ່ສູ້ຂອງທ່ານນາວາລນີ ໄດ້ຮັບການເຊື່ອມໂຍງ ກັບພວກໄວໜຸ່ມ ຂອງຣັດເຊຍ ໂດຍສະເພາະແມ່ນການ
ນຳໃຊ້ສື່ສັງຄົມຢ່າງມີປະສິດທິຜົນ. (ພາບຖ່າຍໂດຍ: Charles Maynes ໃຫ້ແກ່ວີໂອເອ)
ພວກປະທ້ວງຢູ່ໃນຈະຕຸລັດ ພຸຈກິນຂອງມົສກູ. ການຕໍ່ສູ້ຂອງທ່ານນາວາລນີ ໄດ້ຮັບການເຊື່ອມໂຍງ ກັບພວກໄວໜຸ່ມ ຂອງຣັດເຊຍ ໂດຍສະເພາະແມ່ນການ ນຳໃຊ້ສື່ສັງຄົມຢ່າງມີປະສິດທິຜົນ. (ພາບຖ່າຍໂດຍ: Charles Maynes ໃຫ້ແກ່ວີໂອເອ)

ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ ໄດ້ຖືກປ່ອຍໂຕອອກຈາກ
ການຄວບຄຸມ ໂດຍຕຳຫຼວດ ໃນນະຄອນຫຼວງມົສກູ ຫຼັງຈາກທີ່ພວກສະໜັບສະໜູນ
ພັກຝ່າຍຄ້ານ ຫຼາຍພັນຄົນ ໄດ້ພາກັນອອກມາເດີນຂະບວນປະທ້ວງ ຕໍ່ຕ້ານການເລືອກ
ຕັ້ງໃນເດືອນມີນາ ຈະມາເຖິງນີ້ ເຊິ່ງຄາດກັນວ່າ ຈະຕໍ່ການດຳລົງຕຳແໜ່ງ ປະທານາ
ທິບໍດີຂອງ ທ່ານ ວລາດິເມຍ ປູຕິນ ອີກສະໄໝນຶ່ງ ຢູ່ໃນວັງເຄຣມລິນ.

“ຂ້ອຍໄດ້ຮັບອິດສະລະພາບແລ້ວ” ທ່ານນາວາລນີ ໄດ້ຂຽນລົງທະວີດເຕີ ໃນແລງວັນ ອາທິດວານນີ້ ໂດຍຂຽນລົງຕື່ມວ່າ: “ວັນນີ້ ເປັນວັນທີ່ສຳຄັນ. ພວກເຮົາໄດ້ສະແດງໃຫ້
ເຫັນວ່າ ຊາວຣັດເຊຍ ບໍ່ແມ່ນໝົດທຸກຄົນ ພ້ອມທີ່ຈະຮັບເອົາລະບອບ ຣາຊາທິປະໄຕ
...ຂອບໃຈພວກຄົນທັງຫຼາຍເຫຼົ່ານັ້ນ ຜູ້ທີ່ບໍ່ຢ້ານກົວໃນການຕໍ່ສູ້ ເພື່ອສິດທິຂອງພວກ
ເຂົາເຈົ້າ.”

ພາບຢຸດຈາກວີດີໂອ ສະແດງໃຫ້ເຫັນວ່າ ຜູ້ນຳພັກຝ່າຍຄ້ານ ຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ (Alexei Navalny) ກຳລັງຖືກຄວບຄູຸມໂຕ ໂດຍພວກເຈົ້າໜ້າທີ່່ ກະຊວງພາຍໃນ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອພ້ອມໃຈກັນບໍ່ໄປເລືອກຕັ້ງປະທານາທິບໍດີ ເມືອວັນທີ 18 ມີນາ ໃນນະຄອນຫຼາວງ ມົສກູ ຂອງຣັດເຊຍ, ວັນທີ 28 ມັງກອນ 2018.
ພາບຢຸດຈາກວີດີໂອ ສະແດງໃຫ້ເຫັນວ່າ ຜູ້ນຳພັກຝ່າຍຄ້ານ ຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ (Alexei Navalny) ກຳລັງຖືກຄວບຄູຸມໂຕ ໂດຍພວກເຈົ້າໜ້າທີ່່ ກະຊວງພາຍໃນ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອພ້ອມໃຈກັນບໍ່ໄປເລືອກຕັ້ງປະທານາທິບໍດີ ເມືອວັນທີ 18 ມີນາ ໃນນະຄອນຫຼາວງ ມົສກູ ຂອງຣັດເຊຍ, ວັນທີ 28 ມັງກອນ 2018.

ຕຳຫຼວດໄດ້ຈັບກຸມ ທ່ານນາວາລນີ ໃນຂະນະທີ່ທ່ານກຳລັງຈະອອກໄປຮ່ວມການໂຮມ
ຊຸມນຸມ ຢູ່ໃນໃຈກາງນະຄອນຫຼວງມົສກູ. ທ່ານໄດ້ຮ້ອງອອກມາວ່າ “ພວກຂີ້ສໍ້ ແລະ
ພວກຂະໂມຍ”
ກ່ອນທີ່ຕຳຫຼວດ ຈະໂດດເຂົ້າຄວບຄຸມໂຕເພິ່ນ ແລະໄດ້ໂຍນເພິ່ນ
ເຂົ້າລົດເມຄັນນຶ່ງ.

ກ່ອນໜ້ານີ້ ຕຳຫຼວດໄດ້ບຸກຄົ້ນ ສຳນັກງານໃຫຍ່ຂອງທ່ານນາວາລນີ ໃນນະຄອນຫຼວງ
ມົສກູ ໂດຍການທັບມ້າງປະຕູເຂົ້າໄປຫ້ອງການ ດ້ວຍຈັກຕັດໄມ້. ບັນດາເຈົ້າໜ້າທີ່ ໄດ້
ອ້າງວ່າ ມີບາງຄົນລາຍງານວ່າ ມີການຂົ່ມຂູ່ດ້ວຍລະເບີດ.

ພວກປະທ້ວງຫຼາຍພັນຄົນ ໄດ້ສູ້ຊົນກັບອຸນຫະພູມທີ່ໜາວຈັດ ຕ່ຳຫຼາຍຈົນເຖິງ ລົບ 45
ອົງສາ ເພື່ອຈັດຕັ້ງການເຕົ້າໂຊມນຸມຢູ່ໃນຫົວເມືອງຕ່າງໆ ທົ່ວຣັດເຊຍ ໃນການປະທ້ວງ
ອັນທີ່ທ່ານນາວາລນີ ແລະ ພວກສະໜັບສະໜູນຂອງທ່ານ ເອີ້ນການເລືອກຕັ້ງທີ່ຈະມີ
ຂຶ້ນ ນັ້ນ ວ່າ “ການເລືອກຕັ້ງປອມ.”

ທ່ານນາວາລນີ ຮຽກຮ້ອງໃຫ້ຊາວຣັດເຊຍທັງລາຍ ພ້ອມໃຈກັນ ບໍ່ໄປເລືອກຕັ້ງປະທາ
ນາທິບໍດີ ໃນເດືອນມີນາ ເຊິ່ງທ່ານ ວລາດິເມຍ ປູຕິນ ແມ່ນຮັບປະກັນໄດ້ວ່າ ຈະຊະນະ
ການເລືອກຕັ້ງ ສະໄໝທີສີ່ ເປັນທີ່ແນ່ນອນ.

ສ່ວນທ່ານນາວາລນີ ເອງ ແມ່ນຖືກຫ້າມບໍ່ໃຫ້ລົງແຂ່ງຂັນ ຍ້ອນການຝາກໂທດຕັດສິນ
ຈຳຄຸກໄວ້ຊົ່ວຄາວ ໃນຖານສໍ້ໂກງ ເຊິ່ງເປັນຂໍ້ກ່າວຫາທີ່ທ່ານ ແລະ ບັນດາຜູ້ສະໜັບ
ສະໜູນທ່ານ ກ່າວວ່າ ເປັນອຸບາຍ ແລະເລື່ອງການເມືອງ.

ທ່ານປູຕິນ ໄດ້ເປັນປະທານາທິບໍດີ ຂອງຣັດເຊຍ ຫຼື ນາຍົກລັດຖະມົນຕີ ນັບຕັ້ງແຕ່ວັນ
ສຸດທ້າຍ ຂອງປີ 1999 ເປັນຕົ້ນມາ. ພວກເດີນຂະບວນປະທ້ວງໄວໜຸ່ມຫຼາຍຄົນ ຜູ້ທີ່
ບໍ່ເຄີຍຮູ້ເຫັນຜູ້ນຳຄົນອື່ນເລີຍນັ້ນ ກ່າວວ່າ ພວກເຂົາເບື່ອນ່າຍ ກັບການດຳລົງຊີວິດ
ໃນອັນທີ່ຜູ້ນຶ່ງ ເອີ້ນວ່າ “ສະຖານະການທີ່ຫຍຸ້ງຍາກຫຼາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG