ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ນາວາລນີ ຖືກຍ້າຍໄປເຂົ້າໂຮງໝໍ ລຸນຫຼັງເພື່ອນນັກໂທດ ເຂົ້າໂຮງໝໍ ໂດຍສົງໄສວ່າເປັນໂຣກວັນນະໂຣກ


ນັກການເມືອງຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ເຂົ້າຮ່ວມຟັງການໃຫ້ການຢູ່ສານ, ນະຄອນຫຼວງ ມົສກູ, 20 ກຸມພາ, 2021.
ນັກການເມືອງຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ເຂົ້າຮ່ວມຟັງການໃຫ້ການຢູ່ສານ, ນະຄອນຫຼວງ ມົສກູ, 20 ກຸມພາ, 2021.

ນັກຕຳໜິວິຈານວັງ ເຄຣັມລິນ ທີ່ຖືກຂັງຄຸກ ທ່ານ ອາເລັກເຊ ນາວາລນີ ໄດ້ຖືກຍ້າຍໄປໂຮງໝໍ ຫຼັງ ຈາກໄດ້ຮ້ອງທຸກ ກ່ຽວກັບ ການໄອ ແລະ ມີອຸນຫະພູມສູງ, ອີງຕາມການລາຍງານຂອງໜັງສືພິມ ອີສເວັສເຕຍ (Izvestia) ໃນວັນຈັນວານນີ້.

ໃນຕອນເຊົ້າຂອງວັນຈັນວານນີ້, ທ່ານ ນາວາລນີ ໄດ້ກ່າວໃນ ອິນສຕາແກຣມ ວ່ານັກໂທດຄົນທີສາມໃນເຂດທີ່ພັກຂອງລາວໄດ້ຖືກສົ່ງໄປໂຮງໝໍ ດ້ວຍຄວາມສົງໄສວ່າເປັນໂຣກວັນນະໂຣກ.

ໃນການລົງຂໍ້ຄວາມດັ່ງກ່າວນັ້ນ, ທ່ານ ນາວາລນີ ໄດ້ກ່າວວ່າບັນດາແພດໝໍໄດ້ກວດໂຣກລາວຢ່າງເປັນທາງການວ່າລາວ “ເປັນໄອຂັ້ນຮຸນແຮງ” ແລະ ອຸນຫະພູມສູງ 38.1 ແຊລຊຽດ, ເຊິ່ງລະບຸວ່າ ເປັນໄຂ້ລະດັບຕໍ່າ.

ທ່ານ ນາວາລນີ ອາຍຸ 44 ປີ, ເຊິ່ງແມ່ນນັກວິຈານປະທານາທິບໍດີ ວລາດິເມຍ ປູຕິນ ຄົນສຳຄັນນັ້ນ, ປັດຈຸບັນນີ້ໄດ້ຖືກຂັງໃນຄຸກອານານິຄົມແຮງງານ ເລກ 2, ປະມານ 100 ກິໂລແມັດຫ່າງຈາກນະ ຄອນຫຼວງ ມົສກູ, ເຊິ່ງເປັນທີ່ຮູ້ຈັກກັນວ່າ ເປັນສະຖານອົບຮົມນັກໂທດທີ່ເຂັ້ມງວດທີ່ສຸດໃນ ຣັດ ເຊຍ.

ທ່ານ ນາວາລນີ ໄດ້ກ່າວວ່າ ຢູ່ໜ່ວຍກັກຂັງຂອງລາວປະກອບມີ 15 ຄົນ, 3 ຄົນໃນນັ້ນຖືກສົ່ງເຂົ້າໂຮງໝໍດ້ວຍຄວາມສົງໄສວ່າເປັນໂຣກວັນນະໂຣກ.

ໂຣກວັນນະໂຣກ ອາດເປັນໂຣກຕິຕໍ່ທີ່ຮ້າຍແຮງທີ່ສ່ວນໃຫຍ່ຈະສົ່ງຜົນກະທົບຕໍ່ປອດ ແລະ ແຜ່ລາມຈາກຄົນນຶ່ງຫາອີກຄົນນຶ່ງຜ່ານລະອອງນໍ້າທີ່່ຖືກປ່ອຍເຂົ້າໃນອາກາດ, ສ່ວນໃຫຍ່ຜ່ານການໄອ ຫຼື ຈາມ.

ມັນໄດ້ຖືກກວາດລ້າງສ່ວນຫຼາຍໃນປະເທດທີ່ພັດທະນາແລ້ວ, ແລະ ຄົນທີ່ມີລະບົບພູມຕ້ານທານທີ່ແຂງແຮງມັກຈະຕໍ່ສູ້ມັນໄດ້ຢ່າງສຳເລັດ.

ໃນຂໍ້ຄວາມວັນຈັນວານນີ້ຂອງທ່ານ, ທ່ານ ນາວາລນີ ໄດ້ກ່າວວ່າໜ່ວຍເຮືອນຈຳຂອງລາວແມ່ນຂາດສານອາຫານ ດ້ວຍເຂົ້າປຽກເຂົ້າທີ່ຄ້າຍຄືກັບດິນດາກ ແລະ ມັນຝຣັ່ງແຊ່ແຂງ. ປັດຈຸບັນນີ້ ທ່ານໄດ້ປະທ້ວງອົດອາຫານ ເພື່ອຮຽກຮ້ອງສະຖານະການທີ່ດີກວ່ານີ້.

ການຂາດສານອາຫານ ແລະ ສູນເສຍນໍ້າໜັກຈະທຳລາຍຄວາມສາມາດຂອງລະບົບພູມຕ້ານທານ ເພື່ອຕໍ່ສູ້ກັບໂຣກວັນນະໂຣກ.

ທ່ານ ນາວາລນີ ໄດ້ຕຳໜິກ່ອນໜ້ານີ້ ກ່ຽວກັບ ການປວດຫຼັງ ແລະ ຂາຢ່າງ ຮຸນແຮງ ແລະ ຄົນຍາມຂອງລາວແມ່ນບໍ່ໄດ້ອະນຸຍາດໃຫ້ລາວນອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG