ນັກການເມຶອງຝ່າຍຄ້ານຣັດເຊຍ ທ່ານອາເລັກເຊ ນາວານນີ ຮຽກຮ້ອງໃຫ້ພາກັນຂັດ
ຄ້ານ ການລົງຄະແນນສຽງເລືອກຕັ້ງປະທານາທິບໍດີຂອງປະເທດຄັ້ງຕໍ່ໄປ ຫລັງຈາກ
ພວກເຈົ້າໜ້າທີ່ເລືອກຕັ້ງ ໄດ້ຫ້າມປາມຜູ້ກ່ຽວຈາກການສະໝັກລົງແຂ່ງຂັນ.
ຄະນະກຳມາທິການສູນກາງເລືອກຕັ້ງ (CEC) ໄດ້ລົງຄະແນນສຽງໃນວັນຈັນວານນີ້
ຫ້າມ ທ່ານນາວານນີ ບໍ່ໃຫ້ລົງແຂ່ງຂັນເປັນປະທານາທິບໍດີ ໃນເດືອນມີນາ ປີ 2018
ຈະມາເຖິງນີ້ ເພາະວ່າທ່ານຖືກຕັດສິນລົງໂທດໃນຄວາມຜິດ ຍ້ອນທ່ານຂຽນລົງທາງ
ຄອມພິວເຕີ້ ຕ້ານການສໍ້ລາດບັງຫລວງ ແລະບັນດາຜູ້ສະໜັບສະໜູນທ່ານກ່າວວ່າ
ເປັນແຮງດຶງດູດທາງດ້ານການເມືອງ.
ການຕັດສິນຂອງຄະນະກຳມະການດັ່ງກ່າວໄດ້ເກີດຂຶ້ນນຶ່ງມື້ຫລັງຈາກ ທ່ານນາວານ
ນີ ໄດ້ປະກາດວ່າ ທ່ານໄດ້ເກັບກຳເອົາຈຳນວນໂຕເລກທີ່ຕ້ອງການ ໃນການສະໜັບ
ສະໜູນຢູ່ທົ່ວປະເທດເພື່ອເປັນຜູ້ສະໝັກປະທານາທິບໍດີ.
ຫລັງຈາກການຕັ້ດສິນໃຈຂອງຄະນະກຳມະການ CEC ໃນວັນຈັນວານນີ້ ແລ້ວ ທ່ານ
ນາວານນີ ກໍໄດ້ເຜີຍແຜ່ຂ່າວທາງວີດີໂອ ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນທ່ານ
ພາກັນບອຍຄັອດ ການປ່ອນບັດລົງຄະແນນສຽງປະທານາທິບໍດີ.
ທ່ານກ່າວວ່າ “ພວກເຮົາເຂົ້າໃຈວ່າ ການຕັດສິນໃຈຂອງ CEC ເປັນໄປໄດ້ ແລະພວກ
ເຮົາມີແຜນທີ່ແຈ້ງຂາວ ແລະແນ່ນອນ. ພວກເຮົາປະກາດການປະທ້ວງ ຕໍ່ການດຳເນີນ
ງານ ເພາະພວກເຮົາຖືວ່າ “ນີ້ບໍ່ແມ່ນການເລືອກຕັ້ງ.” ທ່ານນາວານນີ ກ່າວວ່າທີມຂອງ
ທ່ານ ບັດນີ້ກຳລັງໂຄສະໜາຕ້ານການເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ໂດຍກ່າວວ່າການປ່ອນບັດລົງຄະແນນສຽງ ຈະເປັນ "ການປ່ອນບັດເອົາການຕົວະຕົ້ມຫລອກລວງ
ແລະສໍ້ລາດບັງຫລວງ.”
ປະທານາທິບໍດີ ວລາເດີເມຍ ປູຕີນ ໄດ້ປະກາດໃນຕົ້ນເດືອນນີ້ວ່າ ທ່ານຈະສະໝັກເລືອກ
ຕັ້ງໃນວັນທີ 18 ເດືອນມີນາ ແລະເປັນທີ່ລົງຄວາມເຫັນກັນທົ່ວໄປວ່າ ທ່ານຈະຊະນະໃນການເປັນຜູ້ນຳປະເທດໃນສະໄໝທີສີ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ