ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ນາວ​ເອີດ ຖອນ​ຕົວຈາກ ການ​ພິ​ຈາ​ລະ​ນາຊື່ ສຳ​ລັບ ຕຳ​ແໜ່ງ​ທູດ ສ​ປ​ຊ


ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ເຮ​ເທີ ນາວ​ເອີດ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ກວ່າງກອງ​ປະ​ຊຸມ​ລາຍ​ງານ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 9 ສິງ​ຫາ, 2017.
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ເຮ​ເທີ ນາວ​ເອີດ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ກວ່າງກອງ​ປະ​ຊຸມ​ລາຍ​ງານ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 9 ສິງ​ຫາ, 2017.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ເຮ​ເທີ ນາວ​ເອີດ ໄດ້​ກ່າວ​ໃນ​ວັນ​ເສົາ​ວານ
ນີ້ວ່າ ທ່ານນາງໄດ້ຖອນຊື່ຂອງເພິ່ນອອກຈາກການພິຈາລະນາ ສຳລັບຕຳແໜ່ງເອກ
ອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ.

ໃນ​ເດືອນ​ທັນ​ວາ​ປີ​ກາຍນີ້, ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ວ່າ​ທ່ານ​ໄດ້​ເລືອກ​
ທ່ານນາງ ນາວເອີດ ເພື່ອຕື່ມຕຳແໜ່ງຫວ່າງຂອງທ່ານນາງ ນິກກີ ເຮລີ ເຊິ່ງທ່ານນາງ
ໄດ້ລາອອກໃນທ້າຍປີ 2018 ທີ່ຜ່ານມາ.

ລາຍ​ງານ​ຂອງ​ສື່ມວນ​ຊົນ​ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ທ່ານ​ນາງ ນາວ​ເອີດ ໄດ້​ຖອນ
ຕົວຍ້ອນຄວາມວຸ້ນວາຍ ກ່ຽວກັບ ການຈ້າງແມ່ເຮືອນຜູ້ທີ່ອາໄສຢູ່ໃນປະເທດຢ່າງຖືກ
ກົດໝາຍ, ແຕ່ບໍ່ໄດ້ຖືກອະນຸຍາດໃຫ້ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ.

ອີງ​ຕາມ​ໜັງ​ສື​ພິມ​ວໍ​ຊິງ​ຕັນ ໂພ​ສ ນັ້ນ, ແມ່​ເຮືອນ​ຄົນ​ດັ່ງ​ກ່າວ​ໄດ້​ເຮັດ​ວຽກ​ໃຫ້​ທ່ານ​ນາງ
ນາວເອີດ ເປັນເວລາ 10 ປີແລ້ວ ແລະ ໄດ້ຖືກຈ້າງດ້ວຍເງິນສົດ, ແຕ່ລາວບໍ່ໄດ້ເສຍ
ພາສີ. ເມື່ອຄອບຄົວໄດ້ຄົ້ນພົບວ່າລາວບໍ່ໄດ້ເສຍພາສີນັ້ນ, ໜັງສືພິມ ໂພສ ໄດ້ລາຍ
ງານວ່າ, ທ່ານນາງ ນາວເອີດ ໄດ້ຮຽກຮ້ອງວ່າລາວຕ້ອງຈ່າຍພາສີ.

ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານ​ນີ້, ກ່ອນ​ຂ່າວ ​ກ່ຽວ​ກັບ ​ຄວາ​ວຸ້ນ​ວາຍ​ເລື່ອງ​ແມ່​ເຮືອນ​ຈະ​
ມີຂຶ້ນນັ້ນ, ທ່ານນາງ ນາວເອີດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ, “ຂ້າພະເຈົ້າຮູ້
ສຶກກະຕັນຍູຕໍ່ປະທານາທິບໍດີ ທຣຳ ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌
ພອມພຽວ ສຳລັບຄວາມເຊື່ອຖືທີ່ພວກເພິ່ນມີຕໍ່ຂ້າພະເຈົ້າ ສຳລັບການພິຈາລະນາຂ້າ
ພະເຈົ້າສຳລັບຕຳແໜ່ງເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະ
ຊາຊາດ. ແນວໃດກໍຕາມ ເມື່ອສອງເດືອນທີ່ຜ່ານມາແມ່ນທໍລະຫົດຫຼາຍສຳລັບຄອບ
ຄົວຂອງຂ້າພະເຈົ້າ ແລະ ສະນັ້ນຂ້າພະເຈົ້າຂໍຖືໂອກາດ ເພື່ອຜົນ​ປະ​ໂຫຍດຄອບຄົວ
ຂອງຂ້າພະເຈົ້າວ່າ ຂ້າພະເຈົ້າຂໍຖອນຊື່ຂອງຂ້າພະເຈົ້າອອກຈາກການພິຈາລະນາ
ນັ້ນ.

ທ່ານ​ນາງ ນາວ​ເອີດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ໄດ້​ເປີດ​ເຜີຍ​ໂດຍ​ກະ​ຊວງ
ການຕ່າງປະເທດໃນວັນເສົາວານນີ້ວ່າ “ການເຮັດວຽກໃຫ້ລັດຖະບານເປັນ​ເວ​ລາ
ສອງປີທີ່ຜ່ານມາໄດ້ເປັນກຽດທີ່ສູງທີ່ສຸດໃນຊີວິດຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຈະ
ຮູ້ສຶກກະຕັນຍູຕໍ່ທ່ານປະທານາທິບໍດີ, ທ່ານລັດຖະມົນຕີ ແລະ ເພື່ອນຮ່ວມງານຂອງ
ຂ້າພະເຈົ້າທີ່ກະຊວງການຕ່າງປະເທດ ສຳລັບການສະໜັບສະໜູນຂອງເຂົາເຈົ້າຕະ
ຫຼອດໄປ.

ໃນ​ຖະ​ແຫຼງ​ການ​ດັ່ງ​ກ່າວ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​
ຍົກຍ້ອງທ່ານນາງ ນາວເອີດ ສຳລັບການປະຕິບັດໜ້າທີ່ຂອງລາວດ້ວຍ “ຄວາມດີ
ເລີດທີ່ບໍ່ສາມາດປຽບທຽບໄດ້,” ແລະ ໄດ້ອວຍພອນສິ່ງທີ່ດີທີ່ສຸດໃຫ້ທ່ານນາງ “ໃນ
ໜ້າທີ່ໃດກໍຕາມທີ່ທ່ານນາງປະຕິບັດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG