ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການບໍາບັດສຸຂະພາບ ທາງດ້ານຮ່າງກາຍ ແລະຈິດໃຈ ດ້ວຍການອອກໄປຢູ່ໃກ້ຊິດ ກັບທໍາມະຊາດ


ທໍາມະຊາດນໍ້າຕົກແຫ່ງນຶ່ງຢູ່ໃນສະຫະລັດ.
ທໍາມະຊາດນໍ້າຕົກແຫ່ງນຶ່ງຢູ່ໃນສະຫະລັດ.

ທໍາມະຊາດ ສາມາດຊ່ວຍໃຫ້ທຸກຄົນມີສຸຂະພາບທີ່ດີຂຶ້ນ ໂດຍຊ່ວຍຜ່ອນຄາຍຄວາມກົດດັນຕ່າງໆທາງດ້ານຄວາມຄິດ, ພ້ອມທັງຊ່ວຍບັນເທົາສຸຂະພາບຈິດ ແລະເຮັດໃຫ້ຮ່າງກາຍໄດ້ຮັບອາກາດທີ່ບໍລິສຸດນໍາອີກດ້ວຍ.

ພູ ທີ່ປົກຄຸມດ້ວຍຫິມະ ທໍາມະຊາດແຫ່ງນຶ່ງຢູ່ໃນສະຫະລັດ.
ພູ ທີ່ປົກຄຸມດ້ວຍຫິມະ ທໍາມະຊາດແຫ່ງນຶ່ງຢູ່ໃນສະຫະລັດ.

ປະຊາຊົນອາເມຣິກັນເຊື້ອສາຍລາວທ່ານນຶ່ງ ກ່າວກັບ VOA ພາກພາສາລາວວ່າ “ເພິ່ນເປັນຄົນເຮັດວຽກຫຼາຍ ໂດຍໜ້າທີ່ຮັບຜິດຊອບໃນປັດຈຸບັນທີ່ມີຫຼາຍວຽກງານ ແລະຕ້ອງເຮັດວຽກມື້ນຶ່ງ 12 ຊົ່ວໂມງ, ດັ່ງນັ້ນ ເພິ່ນຈຶ່ງຫາໂອກາດອອກໄປທ່ອງທ່ຽວຢູ່ສະຖານທີ່ທາງທໍາມະຊາດ ໃນມື້ວັນພັກຫຼືຍາມເທດສະການ ຕ່າງໆ ໂດຍສະເພາະແມ່ນຍາມອາກາດອົບອຸ່ນ ເຊິ່ງເພິ່ນ ແລະຄອບຄົວຈະແກ່ລົດມັອກ ອອກໄປແຖວໆອຸດ​ທະຍານແຫ່ງຊາດ ບໍລິເວນທີ່ມີຄົນໄປຕັ້ງແຄັມ ແລະອື່ນໆ...” ໂດຍເພິ່ນໄດ້ເລົ່າສູ່ຟັງ ໃນບາງຕອນດັ່ງນີ້:

“ສ່ວນຫຼາຍພວກເຮົາກໍອອກໄປເປັນມື້ພັກແບບຄອບຄົວ ໄປແບບພັກຜ່ອນມ່ວນຊື່ນໃນມື້ພັກລະດູຮ້ອນ ມັນກໍໄດ້ຊ່ວຍຫຼາຍເນື່ອງຈາກເຮົາເຮັດວຽກກົດດັນ, ໄປພັກຜ່ອນໃນວັນພັກນີ້ສໍາຄັນຫຼາຍ ແລະພວກເຈົ້າເອງຈໍາເປັນຕ້ອງໄດ້ເອົາມື້ພັກ ເພື່ອເຮັດໃຫ້ຕົນເອງໄດ້ຜ່ອນຄາຍຈາກການເຮັດວຽກ, ປະວຽກຂອງພວກເຈົ້າຢູ່ບ່ອນເຮັດວຽກ ແລະມີຄວາມສຸກກັບເວລາທີ່ຕົນເອງໄດ້ອອກໄປຂ້າງນອກ, ເວລາເຮົາກັບມາ ເຮົາຮູ້ສຶກຜ່ອນຄາຍ ຮູ້ສຶກປອດໂປ່ງ ມັນເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າ ຕົນເອງສາມາດຄິດອອກໄວ ແລະສາມາດແກ້ໄຂບັນຫາໄດ້ງ່າຍ ແລະມີຜົນອອກມາທີ່ດີ. ການຜ່ອນຄາຍ ແລະການຄິດອອກໄດ້ໃໝ່ນັ້ນ ມັນຊ່ວຍແກ້ບັນຫາຕ່າງໆໄດ້ ແລະເຮັດໃຫ້ເຮົາຈັດການກັບບັນຫາຕ່າງໆທີ່ຢູ່ບ່ອນເຮັດວຽກ ຢູ່ເຮືອນ ແລະບ່ອນອື່ນໆໄດ້ງ່າຍຂຶ້ນ.”

ຕໍ່ກັບສະຖານະການໃນປັດຈຸບັນ ທີ່ທຸກໆຄົນຕ້ອງພະຍາຍາມປັບໂຕເອງໃຫ້ເຂົ້າກັບສະພາບຄວາມເປັນຈິງຂອງສັງຄົມ, ຫຼາຍໆຄົນມີຄວາມກັງວົນເຖິງບັນຫາທີ່ເກີດຂຶ້ນໃກ້ໂຕ ບໍ່ວ່າຈະເປັນບັນຫາຂອງພະຍາດໂຄວິດ ທີ່ເບິ່ງຄືວ່າເລີ້ມດີຂຶ້ນ ເຊິ່ງທາງການໃນບາງລັດ ກໍ່ປະກາດຍົກເລີກກົດຂໍ້ບັງຄັບໃນການໃສ່ໜ້າກາກ ແຕ່ຄວາມກັງວົນຂອງປະຊາຊົນຫຼາຍໆຄົນກ່ຽວກັບພະບາດດັ່ງກ່າວນີ້ ຍັງຕ້ອງເຮັດໃຫ້ພວກເຂົາເຈົ້າຍັງຄົງຕ້ອງລະມັດລະວັງຢູ່, ແລະບັນຫາຂອງອາຫານ ເຄື່ອງໃຊ້ປະຈໍາວັນ ແລະລາຄານໍ້າມັນທີ່ເພີ້ມສູງຂຶ້ນ ໃນແຕ່ລະມື້.

ຮ່ອມຜາຫິນ ທິວທັດທາງທໍາມະຊາດແຫ່ງນຶ່ງ.
ຮ່ອມຜາຫິນ ທິວທັດທາງທໍາມະຊາດແຫ່ງນຶ່ງ.

ອີງຕາມລາຍງານຈາກມະຫາວິທະຍາໄລມິນນີໂຊຕ້າ ໄດ້ເຮັດໃຫ້ຮູ້ວ່າ ຈາກການຄົ້ນຄວ້າທາງວິທະຍາສາດ ເວລາທີ່ຄົນເຮົາຢູ່ກັບທໍາມະຊາດຫຼືແມ່ນແຕ່ຢູ່ກັບຮູບພາບ ຫຼືທັດສະນີຍະພາບ ທີ່ກ່ຽວຂ້ອງກັບທໍາມະຊາດ ສາມາດຊ່ວຍໃຫ້ຄົນເຮົາຫຼຸດຜ່ອນຄວາມເຄັ່ງຕຶງ, ຄວາມຢ້ານ, ຄວາມກັງວົນຕ່າງໆລົງໄດ້. ນອກນັ້ນ ທໍາມະຊາດຍັງຊ່ວຍເພີ້ມຄວາມມ່ວນຊື່ນທາງດ້ານຈິດໃຈໄດ້. ດັ່ງນັ້ນ ການອອກໄປສໍາພັດກັບທໍາມະຊາດ ບໍ່ພຽງແຕ່ຊ່ວຍເສີມສ້າງຄຸນນະພາບ ທາງດ້ານສຸຂະ ພາບຈິດເທົ່ານັ້ນ, ມັນຍັງຊ່ວຍເຮັດໃຫ້ຮ່າງກາຍມີສຸຂະພາບທີ່ດີຂຶ້ນນໍາອີກດ້ວຍເຊັ່ນ: ຊ່ວຍຫຼຸດຜ່ອນຄວາມດັນ, ຄວາມເຄັ່ງຕຶງຂອງກ້າມເນື້ອ ໂຣກຫົວໃຈ ແລະກໍຍັງຊ່ວຍຜະລິດໂຮໂມນ ທີ່ຕໍ່ຕ້ານຄວາມກົດດັນນໍາອີກດ້ວຍ.

ຈາກການຄົ້ນຄ້ວາ ທີ່ສໍາເລັດມາແລ້ວທາງໂຮງຮຽນ ໂຮງໝໍ ລວມເຖິງບໍລິສັດ ແລະຫ້ອງການຕ່າງໆພົບວ່າ ແຈກັນດອກໄມ້ ຫຼືກະໂຖຕົ້ນໄມ້ນ້ອຍໆທີ່ຕັ້ງຢູ່ໃນຫ້ອງ ກໍສາມາດສົ່ງຜົນທີ່ດີຕໍ່ກັບຄວາມກັງວົນໃຈ ແລະຄວາມກົດດັນຕ່າງໆໄດ້.

ດອກບົວທີ່ປະຊາຊົນລາວ-ອາເມຣິກັນທ່ານນຶ່ງ ປູກໄວ້ຢູ່ເຮືອນ.
ດອກບົວທີ່ປະຊາຊົນລາວ-ອາເມຣິກັນທ່ານນຶ່ງ ປູກໄວ້ຢູ່ເຮືອນ.
XS
SM
MD
LG