ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພພິບັດທາງທຳມະຊາດໃນ ລາວ ເຮັດໃຫ້ເກີດການເສຍຫາຍ ຫຼາຍກວ່າ 10,000 ຕື້ກີບໃນໄລຍະແຕ່ປີ 2016-2020


ນໍ້າຖ້ວມໃນປະເທດ ລາວ.
ນໍ້າຖ້ວມໃນປະເທດ ລາວ.

ໄພພິບັດທາງທຳມະຊາດໃນ ລາວ ເຮັດໃຫ້ເກີດການເສຍຫາຍໄປຫຼາຍກວ່າ 10,000 ຕື້ກີບໃນໄລ ຍະແຕ່ປີ 2016-2020 ໂດຍສະເພາະແມ່ນການເສຍຫາຍໃນພາກກະສິກຳ ແລະ ລະບົບພື້ນຖານໂຄງລ່າງນັ້ນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນ ໃຫ້ການຢືນຢັນວ່າໄພພິບັດທາງທຳມະຊາດທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນໄລຍະຈາກປີ 2016-2020 ໄດ້ເຮັດໃຫ້ເກີດການເສຍຫາຍຢ່າງຫຼວງຫຼາຍ ໂດຍສະເພາະແມ່ນການເສຍຫາຍຂອງຜົນຜະລິດໃນພາກກະສິກຳ ແລະ ລະບົບພື້ນຖານໂຄງລ່າງໃນທົ່ວປະເທດ ລາວ ນັ້ນ ກໍຄືພາກສ່ວນທີ່ເສຍຫາຍໄປຫຼາຍທີ່ສຸດທັງຈາກໄພນໍ້າຖ້ວມ, ດິນເຈື່ອນ, ເຂື່ອນແຕກ ແລະ ໄພແຫ້ງແລ້ງເປັນຕົ້ນ ດັ່ງທີ່ທ່ານ ສອນໄຊ ໄດ້ຖະແຫຼງຢືນຢັນວ່າ

“ຢູ່ ສປປ ລາວ ຂອງພວກເຮົາໃນ 5 ປີຜ່ານມາໄດ້ມີເຫດການໄພພິບັດທຳມະຊາດເກີດຂຶ້ນຫຼາຍຄັ້ງ ເປັນຕົ້ນແມ່ນໄພນໍ້າຖ້ວມ, ດິນເຈື່ອນ, ພາຍຸ, ແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ ສິ່ງດັ່ງກ່າວນີ້ກໍໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນ, ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່ຂອງປະຊາຊົນ ແລ້ວກະສ້າງຄວາມເສຍຫາຍ ແລະ ສູນເສຍຕໍ່ໂຄງລ່າງພື້ນຖານ, ເສດຖະ ກິດ, ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ.”

ສ່ວນທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະ ແຫຼງຍອມຮັບວ່າລະບົບເຕືອນໄພໃນ ລາວ ຍັງມີປະສິດທິພາບຕໍ່າ ຈຶ່ງເຮັດໃຫ້ເກີດການເສຍຫາຍຢ່າງໜັກ ໂດຍຈະເຫັນໄດ້ຈາກໄພພິບັດທຳມະຊາດໃນປີ 2019 ທີ່ມີທັງນໍ້າຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະ ສັດຕູພືດຊະນິດຕ່າງໆ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ 579,000 ກວ່າຄົນໃນເຂດ 2,072 ບ້ານ 112 ເມືອງໃນ 13 ແຂວງ ກໍຄື ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ, ເຊກອງ ໂດຍມີຜູ້ເສຍຊີວິດ 28 ຄົນ ແລະ ສູນຫາຍ 7 ຄົນ.

ມີຖະໜົນທີ່ເສຍຫາຍໄປເຖິງ 10,591 ກິໂລແມັດ, ຂົວ 12 ແຫ່ງ, ໂຮງຮຽນ 215 ແຫ່ງ, ໂຮງໝໍ-ສຸກສາລາ 10 ແຫ່ງ, ໜອງປາ 1,922 ແຫ່ງ, ເຂົ້ານາປີເສຍຫາຍກວ່າ 139,829 ເຮັກຕາ,​ ຄອງຊົນລະ ປະທານ 76 ແຫ່ງ ແລະ ສັດລ້ຽງອີກຫຼາຍໝື່ນຕົວ ສະນັ້ນເພື່ອຮັບມືກັບໄພທຳມະຊາດໃຫ້ໄດ້ຢ່າງເທົ່າທັນກັບສະພາບການຕົວຈິງນັ້ນ ຈຶ່ງຈະຕ້ອງມີການຕິດຕັ້ງລະບົບເຕືອນໄພທີ່ທັນສະໄໝໃນທຸກໂຄງການຂະໜາດໃຫຍ່ໃນ ລາວ ໃຫ້ໄດ້ໄວທີ່ສຸດ ດັ່ງທີ່ທ່ານ ຄຳແພງ ໄດ້ໃຫ້ການຢືນຢັນວ່າ

“ຖືວ່າວຽກງານຮີບດ່ວນນຶ່ງກໍແມ່ນວ່າ ວຽກງານການເຕືອນໄພ ຂໍ້ມູນຂ່າວສານຕ່າງໆໃນການເຕືອນໄພ ຕ້ອງເຮັດແນວໃດໃຫ້ມັນທັນກັບເວລາ ກໍຄືກັບຄວາມເປັນຈິງຄືຜ່ານມານີ້ ເຮົາກະເຕືອນຢູ່ ແຕ່ ວ່າມາດຕາບັງຄັບແທ້ຜັດບໍ່ມີ ຄັນພໍ່ແມ່ປະຊາຊົນ ຫຼືວ່າພະນັກງານ, ທະຫານ, ຕຳຫຼວດ ເຮົາກະທຳ ມະດາ ກະຄືເລື່ອງທຳມະດາ ບໍ່ມີຫຍັງເກີດຂຶ້ນ ບາດບັນເກີດຂຶ້ນມາແລ້ວ ຈຶ່ງຮູ້ວ່າມັນແມ່ນເປັນແນວນັ້ນແທ້ ສະນັ້ນວິທີການເຕືອນໄພຕ້ອງມີເຄື່ອງທັນສະໄໝອີກ ໂຄງການຕ່າງໆໂຄງການເຂື່ອນບໍ່ ຫຼືວ່າຢູ່ຈຸດໃດທີ່ສຳຄັນ ຕ້ອງມີເຄື່ອງເຕືອນໄພທີ່ທັນສະໄໝ.”

ທາງດ້ານທະນາຄານພັດທະນາເອເຊຍ ລາຍງານວ່າໄພນໍ້າຖ້ວມໃນ 13 ແຂວງດັ່ງກ່າວ ສາມາດທຽບໄດ້ກັບໄພນໍ້າຖ້ວມໃນປີ 2018 ທີ່ເກີດຂຶ້ນໃນຊ່ວງເດືອນກໍລະກົດ-ກັນຍາ ໂດຍສະເພາະແມ່ນເຂດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນ ​ເຮັດ​ໃຫ້​ເກີດ​ການ​ເສ​ຍ​ຫາຍກວ່າ 4,400 ຕື້​ກີບ​ເພາະ​ໄພ​ນ້ຳ​ຖ້ວມ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ 616,477 ຄົນ ຫຼື 126,619 ຄອບ​ຄົວ​ໃນ​ເຂດ 2,382 ບ້ານ, 124 ເມືອງ​ທົ່ວ​ປະ​ເທດ ຫາກ​ແຕ່​ວ່າ​ລັດ​ຖະ​ບານ ລາວ ກໍ​ໄດ້​ຈັດ​ສັນ​ງົບ​ປະ​ມານ​ໄດ້ພຽງ 500 ຕື້​ກີບເທົ່ານັ້ນ ໃນຂະນະທີ່ຄວາມເສຍຫາຍທີ່ເກີດຂຶ້ນໃນຊ່ວງປີ 2016-2020 ນັ້ນມີຫຼາຍກວ່າ 10,000 ຕື້ກີບ.

ສ່ວນໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ໄດ້ເກີດຂຶ້ນໃນເດືອນ ຕຸລາ 2020 ທີ່ເກີດຈາກພາຍຸ 2 ໜ່ວຍຕິດຕໍ່ກັນນັ້ນ ກໍເຮັດໃຫ້ 8 ເມືອງຖືກນໍ້າຖ້ວມຢ່າງໜັກໜ່ວງຄືເມືອງສອງຄອນ, ຈຳພອນ, ຊົນນະບູລີ, ອາດສະພອນ, ເມືອງພິນ, ເຊໂປນ, ເມືອງນອງ, ວິລະບູລີ ແລະ ທ່າປາງທອງຊຶ່ງຕ້ອງເຮັດໃຫ້ໃຊ້ງົບປະມານເກີນກວ່າ 1,350 ຕື້ກີບ ເພື່ອຟື້ນຟູການຜະລິດແລະສ້ອມແປງພື້ນຖານໂຄງລ່າງຕ່າງໆທີ່ເສຍຫາຍນັ້ນ.

ທາງດ້ານເຈົ້າໜ້າອົງການສະຫະປະຊາຊາດເພື່ອການພັດທະນາຢືນຢັນວ່າ ການທີ່ ລາວ ປະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງກໍຄືສາເຫດສຳຄັນທີ່ເຮັດໃຫ້ການຫຼຸດຜ່ອນຄວາມຍາກຈົນປະຕິບັດໄດ້ຕໍ່າກວ່າເປົ້າໝາຍໂດຍເຫັນໄດ້ຈາກປະຊາຊົນ ລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຄິດເປັນ 9 ເປີເຊັນຂອງປະຊາກອນ ລາວ ທັງໝົດ ສ່ວນການລະບາດຂອງໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ບັນຫາຍາກຈົນເພີ່ມຂຶ້ນຈາກ 18.3 ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນປັດຈຸບັນນີ້.

XS
SM
MD
LG