ໄພພິບັດທຳມະຊາດໃນປີ 2019 ສົ່ງຜົນກະທົບຕໍ່ປະຊາຊົນລາວຫຼາຍກວ່າ 579,000
ຄົນ ທີ່ຢູ່ໃນເຂດ 13 ແຂວງ ຊຶ່ງທາງການລາວຍອມຮັບວ່າເປັນການຍາກທີ່ຈະຟື້ນຟູໃຫ້
ເປັນປົກກະຕິໄດ້ໃນໄລຍະສັ້ນ.ຊຶ່ງຊົງລິດ ໂພນເງິນ ມິລາຍງານຈາກວາງກອກ.
ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວ ໄດ້ຖະແຫຼງຢືນ
ຢັນພາຍຫຼັງກອງປະຊຸມລັດຖະບານ ເພື່ອປຶກສາຫາລືການແກ້ໄຂໄພພິບັດທຳມະຊາດ
ໃນທົ່ວປະເທດ ຊຶ່ງໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2019 ທີ່ສຳນັກງານນາຍົກລັດຖະ
ມົນຕີວ່າ ໄພພິບັດທຳມະຊາດໃນປີ 2019 ທີ່ມີທັງໄພນ້ຳຖ້ວມ ລົມພາຍຸ ຟ້າຜ່າ ດິນ
ເຈື່ອນ ໄຟປ່າ ແລະສັດຕູພືດຊະນິດຕ່າງໆນັ້ນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຫຼາຍ
ກວ່າ 579,000 ຄົນໃນ 2,072 ບ້ານ 112 ເມືອງໃນ 13 ແຂວງ ຄື ພົງສາລີ ຫຼວງພະ
ບາງ ໄຊຍະບູລີ ອຸດົມໄຊ ຫົວພັນ ຊຽງຂວາງ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ
ສາລະວັນ ອັດຕະປື ຈຳປາສັກ ແລະເຊກອງ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ ແລະ
ສູນຫາຍໄປ 7 ຄົນ.
ໂດຍສະເພາະແມ່ນໄພນ້ຳຖ້ວມທີ່ເກີດຂຶ້ນໃນທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ
ນັ້ນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຫຼາຍກວ່າ 546,000 ຄົນໃນ 1,655 ບ້ານ 47
ເມືອງຂອງແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ແລະອັດ
ຕະປື ຖືເປັນໄພນ້ຳຖ້ວມຢ່າງໜັກໜ່ວງທີ່ສຸດ ໃນຮອບ 40 ກວ່າປີທີ່ໄດ້ສົ່ງຜົນກະທົບ
ເປັນບໍລິເວນກວ້າງ ແລະເສຍຫາຍທັງໃນດ້ານຊີວິດ ຊັບສິນ ພື້ນຖານໂຄງຮ່າງ ແລະ
ຟື້ນຖານການຜະລິດຕ່າງໆຢ່າງໜັກໜ່ວງ ຈຶ່ງເຮັດໃຫ້ຍາກຕໍ່ການຟື້ນຟູໃຫ້ກັບຄືນສູ່
ສະພາວະປົກກະຕິໄດ້ໃນໄລຍະສັ້ນ ດັ່ງທີ່ທ່ານຈະເລີນ ໄດ້ຖະແຫຼງຢືນຢັນວ່າ:
“ຜົນກະທົບຈາກໄພນ້ຳຖ້ວມໃນປີ 2019 ແມ່ນໜັກໜ່ວງໂດຍສະເພາະແມ່ນຕັ້ງແຕ່
ຄຳມ່ວນລົງໄປໃຕ້ ອາດຈະເວົ້າໄດ້ວ່າ ແມ່ນຖ້ວມໜັກ ໃນຮອບ 40 ກວ່າປີ ຊຶ່ງເຮັດ
ໃຫ້ມີຜົນກະທົບໃນບໍລິເວນກວ້າງ ແລະເສຍຫາຍທາງດ້ານຊີວິດຊັບສິນ ພື້ນຖານ
ໂຄງຮ່າງ ພື້ນຖານການຜະລິດຢ່າງໜັກໜ່ວງ ຕໍ່ໜ້າສະພາບການດັ່ງກ່າວ ລັດຖະ
ບານກໍໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແຕ່ເນື່ອງຈາກເປັນໄພພິບັດທີ່ໜັກໜ່ວງ
ກວ້າງຂວາງ ຈຶ່ງປະສົບກັບອຸບປະສັກແມ່ນບໍ່ໜ້ອຍ.”
ທັງນີ້ເຈົ້າໜ້າທີ່ຂັ້ນສູງຂອງທະນາຄານພັດທະນາເອເຊຍ (ADB) ປະຈຳລາວ ຢືນຢັນ
ວ່າໄພນ້ຳຖ້ວມໃນພື້ນທີ່ 6 ແຂວງດັງກ່າວ ສາມາດທຽບໄດ້ກັບນ້ຳຖ້ວມໃນປີ 2018
ເຖິງແມ່ນວ່າພື້ນທີ່ ທີ່ຖືກນ້ຳຖ້ວມໃນປີນີ້ ຈະບໍ່ເທົ່າກັບໃນປີ 2018 ກໍຕາມ ແຕ່ເນື່ອງ
ຈາກວ່າເຂດ 6 ແຂວງທີ່ຖືກນ້ຳຖ້ວມໃນປີນີ້ ເປັນເຂດທີ່ປະຊາຊົນອາໄສຢູ່ຢ່າງໜາ
ແໜ້ນກວ່າໃນເຂດພາກເໜືອ ທັງຍັງເປັນເຂດຜະລິດດ້ານກະສິກຳ ແລະສິນຄ້າຕ່າງໆ
ທີ່ສຳຄັນຂອງລາວດ້ວຍນັ້ນ ຈຶ່ງເຮັດໃຫ້ເກີດການເສຍຫາຍທາງເສດຖະກິດຈາກໄພນໍ້າ
ຖ້ວມໃນ 6 ແຂວງ ດັ່ງກ່າວນີ້ທຽບໄດ້ກັບຜົນເສຍຫາຍຈາກໄພນ້ຳຖ້ວມໃນປີ 2018
ນັ້ນເອງ.
ໄພນ້ຳຖ້ວມໃນປີ 2019 ນີ້ກະທົບຕໍ່ປະຊາຊົນລາວ 546,000 ກວ່າຄົນ ໃນ 169,916
ຄອບຄົວທີ່ຢູ່ໃນເຂດ 1,655 ບ້ານ 47 ເມືອງ ໃນ 6 ແຂວງ ຊຶ່ງເຮັດໃຫ້ຖະໜົນເສຍ
ຫາຍເປັນໄລຍະທາງຍາວກວ່າ 250 ກິໂລແມັດ ຂົວ 12 ແຫ່ງ ໂຮງຮຽນ 215 ແຫ່ງ
ໂຮງໝໍ ສຸກສາລາ 10 ແຫ່ງ ໜອງປາ 1,922 ແຫ່ງ ນາເຂົ້າເສຍຫາຍ 139,829 ເຮັກ
ຕາ ຄອງຊົນລະປະທານ 76 ແຫ່ງ ແລະສັດລ້ຽງຫຼາຍໝື່ນໂຕ.
ໂດຍໄພນ້ຳຖ້ວມໃນລາວທີ່ເກີດຂຶ້ນໃນຊ່ວງເດືອນກໍລະກົດ ຫາກັນຍາ ປີ 2018 ນັ້ນ
ໄດ້ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,400 ຕື້ກີບ ເພາະວ່າໄພນໍ້າຖ້ວມໄດ້ສົ່ງ
ຜົນກະທົບຕໍ່ປະຊາຊົນ 616,477 ຄົນ ຫຼື 126,619 ຄອບຄົວໃນເຂດ 2,382 ບ້ານ
124 ເມືອງ ທົ່ວປະເທດລາວ ຫາກແຕ່ວ່າລັດຖະບານລາວກໍໄດ້ຈັດສັນງົບປະມານ
ໃນມູນຄ່າ 500 ຕື້ກີບ ຫຼື 11 ເປີເຊັນ ເທົ່ານັ້ນຂອງຄວາມຕ້ອງການໂຕຈິງໃນການຟື້ນ
ຟູຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ຖືກກະທົບຈາກໄພນ້ຳຖ້ວມໃນປີ 2018
ດັ່ງກ່າວ.
ດ້ວຍເຫດນີ້ລັດຖະບານລາວ ຈຶ່ງໄດ້ຮຽນຮ້ອງຂໍການຊ່ວຍເຫຼືອດັ່ງກ່າວໃນກອງປະຊຸມ
ໂຕະມົນຂັ້ນສູງລະຫວ່າງລັດຖະບານລາວກັບສາກົນ ເມື່ອເດືອນທັນວາ 2018 ແຕ່ໃນ
4 ເດືອນຕົ້ນປີ 2019 ຕ່າງຊາດໃຫ້ການຊ່ວຍເຫຼືອແກ່ລາວພຽງ 78.8 ຕື້ກີບເທົ່ານັ້ນ
ໂດຍເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ ຢືນຢັນວ່າ ສາກົນບໍ່ເຊື່ອ
ໝັ້ນວ່າ ລັດຖະບານລາວຈະໃຊ້ທຶນຊ່ວຍເຫຼືອຢ່າງມີປະສິດທິຜົນ ຈຶ່ງເຊື່ອວ່າ ຈະມີການ
ຈຳກັດການຊ່ວຍເຫຼືອທີ່ຈະໃຫ້ແກ່ລັດຖະ ບານລາວໃນປີ 2018 ຫາ 2020 ດ້ວຍເຊັ່ນກັນ.