ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Kerry ເຕືອນຣັດເຊຍ ບໍ່ໃຫ້ຍຸ່ງກ່ຽວ ການເລືອກຕັ້ງ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ລັດຖະມົນຕີ​ການຕ່າງປະ​ເທດສະຫະລັດ ທ່ານ John Kerry
ກ່າວ​ວ່າ ຖ້າຣັດ​ເຊຍ​ເຂົ້າ​ແຊກ​ແຊງ ​ໃນ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີ​ຂອງ​ຢູ​ເຄຣນ ໃນ​ວັນ​ທີ 25 ພຶດສະພາ​ນີ້ ສະຫະລັດ​
ຈະ​ເພີ້​ມການ​ລົງ​ໂທດ​ຕື່ມ​ອີກ ທີ່​ທ່ານ​ເວົ້າ​ວ່າ ຈະ​ມີ​ຜົນ​ກະທົບ​
ຫຼາຍ​ຂຶ້ນ​ຕໍ່​ການ​ເສດຖະກິດ​ຂອງຣັດ​ເຊຍ.

ໃນ​ການ​ພົບ​ປະກັນ​ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ກັບ​ທ່ານ​ນາງ
Catherine Ashton ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ
​ສະຫະພາບ​ຢູ​ໂຣບ​ໃນ​ວັນ​ອັງຄານ​ວານ​ນີ້ທ່ານ Kerry ກ່າວ
​ວ່າ ສະຫະລັດ​ຈະ​ບໍ່​ຢູ່​ເສີຍໆ​ໃນຂະນະ​ທີ່​ຣັດ​ເຊຍ ພວມກໍ່ໃຫ້
ເກີດແປວໄຟແຫ່ງຄວາມ​ບໍ່​ທຸ່ນ​ທ່ຽງ​ຂຶ້ນ​ນັ້ນ ​ແລະ​ກ່າວ​ຕື່ມ​ວ່າ
ການ​ລົງ​ໂທດ​ມາ​ຮອດ​ປັດຈຸບັນ​ນີ້ ມີ​ຜົນ​ກະທົບ​ຢ່າງ​ສຳຄັນ​ຕໍ່ການ​ເສດຖະກິດ​ທີ່​ພວມ​ດີ້ນ
ຮົນ​ຂອງຣັດ​ເຊຍ ​ແລະ​ວ່າ ສະຫະລັດ​ແລະພວກພັນທະ​ມິດ​ຂອງ​ຕົນ​ຫາ​ກໍ​ເລີ້ມ​ຕົ້ນ​ເທົ່າ​
ນັ້ນ.

ທ່ານ​ນາງ Ashton ​ເອີ້ນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 25 ພຶດສະພາໃນ​ຢູ​
ເຄຣນ ​ເປັນ​ບາດກ້າວ​ອັນ​ນຶ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ ໄປ​ສູ່ການ​ມີ​ສະຖຽນ​ລະ​ພາບ ​ແລະ​
ກ່າວ​ຕໍ່​ໄປ​ວ່າ ປະຊາຊົນ​ຢູ​ເຄຣນຈະ​ຕັດສິນ​ໃຈ​ວ່າ​ຢູ​ເຄຣນ​ແມ່ນ​ຫຍັງ​ໃນ​ເວລາ​ນີ້ແລະ​
ຈະ​ເປັນ​ແນວ​ໃດ​ໃນ​ຂັ້ນ​ຕໍ່​ໄປ.

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​ໃນ​ວັນ ອັງຄານ​ວານ​ນີ້​
ວ່າ ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ການ​ເລືອກ​ຕັ້ງ ຢູ່​ໃນ​ສະພາບ​ທີ່ຍັງມີການ​ສົງ​ໄສ​
ຍ້ອນ​ການປະຕິບັດງານທາງ​ທະຫານຂອງ ​ຢູ​ເຄຣນ​ໃນ​ພາກຕາ​ເວັນ​ອອກ​ ຕໍ່ຕ້ານ​ພວກ​
ຫົວ​ແບ່ງ​ແຍກດິນແດນ​ນິຍົມຣັດ​ເຊຍ​ນັ້ນ.
West Warns Russia Against Derailing Ukraine's Election
please wait

No media source currently available

0:00 0:03:49 0:00
XS
SM
MD
LG