ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ໜ່ວຍ​ສື​ບລັບ​ ສະ​ຫະ​ລັດ​ ເຜີຍ​ວ່າ ຣັດ​ເຊຍ​ ມີ​ແຜນ​ທີ່​ຈະ​ບຸກ​ໂຈມ​ຕີ ​ຢູ​ເຄ​ຣນ ອີງ​ຕາມ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ


ເຈົ້າໜ້າທີ່ກອງທັບຈາກກອງກຳລັງອາກາດທີ 82 ແລະ ກອງທະຫານອາກາດທີ 18 ຂຶ້ນເຮືອບິນ C-17 ສຳລັບການເດີນທາງໄປພາກຕາເວັນອອກຂອງ ຢູໂຣບ, ທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນລະຫວ່າງ ຢູເຄຣນ ແລະ ຣັດເຊຍ, ຖານທັບອາກາດ ແບຣກ (Bragg), ລັດ ຄາໂຣໄລນາເໜືອ. 3 ກຸມພາ, 2022.
ເຈົ້າໜ້າທີ່ກອງທັບຈາກກອງກຳລັງອາກາດທີ 82 ແລະ ກອງທະຫານອາກາດທີ 18 ຂຶ້ນເຮືອບິນ C-17 ສຳລັບການເດີນທາງໄປພາກຕາເວັນອອກຂອງ ຢູໂຣບ, ທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນລະຫວ່າງ ຢູເຄຣນ ແລະ ຣັດເຊຍ, ຖານທັບອາກາດ ແບຣກ (Bragg), ລັດ ຄາໂຣໄລນາເໜືອ. 3 ກຸມພາ, 2022.

ສະຫະລັດ ມີຂໍ້ມູນທີ່ລະບຸໃຫ້ເຫັນວ່າ ຣັດເຊຍ ໄດ້ພັດທະນາແຜນການທີ່ຈະເຮັດການໂຈມຕີທາງທະຫານປອມ ຂອງ ຢູເຄຣນ ຕໍ່​ດິນແດນຂອງ ຣັດເຊຍ ແລະ ໃຊ້ມັນເປັນຂໍ້ອ້າງ ສຳລັບການໂຈມຕີຕໍ່ ຢູເຄຣນ, ອີງຕາມເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານ ໄບເດັນ.

ບັນດາເຈົ້າໜ້າທີ່ສືບລັບ ສະຫະລັດ ກ່າວວ່າ ການປອມແປງວິດີໂອ ກ່ຽວກັບ ການໂຈມຕີນັ້ນແມ່ນນຶ່ງໃນຫຼາຍທາງເລືອກທີ່ວັງເຄຣັມລິນວາງແຜນເພື່ອເປັນຂໍ້ອ້າງໃນ​ການບຸກລຸກ ຢູເຄຣນ, ອີງຕາມການກ່າວຂອງເຈົ້າໜ້າທີ່ຄົນດັ່ງກ່າວ.

ເຈົ້າໜ້າທີ່ຄົນນັ້ນ, ຜູ້ທີ່ໄດ້ຂໍບໍ່ອອກຊື່ກ່າວວ່າ “ວິດີໂອດັ່ງກ່າວ ຈະຖືກເປີດເຜີຍເພື່ອເນັ້ນຢໍ້າໄພຂົ່ມ ຂູ່ດ້ານຄວາມປອດໄພຂອງ ຣັດເຊຍ ແລະ ເພື່ອສະໜັບສະໜູນການປະຕິບັດການທາງທະຫານ.”

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ “ວິດີໂດນີ້, ຖ້າຖືກເປີດເຜີຍ, ອາດສະໜອງປະກາຍໄຟທີ່ທ່ານ ປູຕິນ ຕ້ອງການເພື່ອເລີ່ມ ແລະ ໃຫ້ເຫດຜົນສຳລັບການປະຕິບັດການທາງທະຫານຕໍ່ ຢູເຄຣນ.”

ເຈົ້າໜ້າທີ່ຄົນດັ່ງກ່າວເວົ້າວ່າ ລັດຖະບານທ່ານ ໄບເດັນ ໄດ້ເປີດເຜີຍ ລາຍລະອຽດທີ່ສະເພາະເຈາະຈົງ ກ່ຽວກັບ ແຜນການທີ່ຖືກກ່າວຫາຂອງ ຣັດເຊຍ ເພື່ອ “ຫ້າມ” ຣັດເຊຍ ບໍ່ໃຫ້ດຳເນີນແຜນ ການດັ່ງກ່າວ.

ໃນການສຳພາດກັບໂທລະພາບ MSNBC ໃນວັນພະຫັດວານນີ້, ຮອງທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ໂຈນາທານ ໄຟນເນີ ໄດ້ກ່າວວ່າ “ພວກເຮົາບໍ່ຮູ້ຢ່າງແນ່ນອນວ່າ ນີ້ແມ່ນເສັ້ນທາງທີ່ເຂົາເຈົ້າຈະໃຊ້ຫຼືບໍ່, ແຕ່ພວກເຮົາຮູ້ວ່າ ນີ້ແມ່ນທາງເລືອກນຶ່ງທີ່ໄດ້ຖືກພິຈາລະ ນາ.”

ລັດຖະບານທ່ານ ໄບເດັນ ໄດ້ເປີດເຜີຍຂໍ້ມູນລັບ ຫຼັງຈາກເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ໃນວັນພະຫັດວານນີ້ໄດ້ສະ ແດງຄວາມຍິນດີ ກັບແຜນການຂອງ ສະຫະ ລັດ ທີ່ຈະສົ່ງກອງທະຫານເພີ່ມເຕີມໄປ ຢູໂຣບ ແລະ ໄດ້ກ່າວວ່າ NATO ແມ່ນກຳລັງພິຈາລະນາສົ່ງກຸ່ມຕໍ່ສູ້ເພີ່ມເຕີມ ໄປພາກຕາເວັນອອກສຽງໃຕ້ຂອງພັນທະມິດຂອງເຂົາເຈົ້າ ທ່າມ ກາງຄວາມເຄັ່ງຕຶງ ຢູ່ຕາມເຂດຊາຍແດນລະຫວ່າງ ຣັດເຊຍ ກັບ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG