ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ອົງ​ການ NATO ເຕືອນ ກ່ຽວ​ກັບ ການ​ຂາດ​ແຄນ​ລູກ​ປືນ ໃນ​ຂະ​ນະ​ທີ່​ສົງ​ຄາມ ຢູ​ເຄ​ຣນ ເຮັດ​ໃຫ້​ຄັງຫຼຸດ​ໜ້ອຍ​ລົງ


NATO Warns of Ukraine Ammunition Shortage as War Depletes Stockpiles
please wait

No media source currently available

0:00 0:03:06 0:00

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ເຈົ້າ​ໜ້າ​ທີ່ກອງ​ທັບ​ທີ່​ອະ​ວຸ​ໂສ​ທີ່​ສຸດ​ຂອງອົງ​ການ NATO ໄດ້​ເຕືອນ​ວ່າ​ຄັງ​ລູກ​ປືນ​ຂອງ ຢູ​ໂຣບ ແມ່ນ​ໃກ້​ຈະ​ໝົດ​ແລ້ວ, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ສືບ​ຕໍ່​ທີ່​ຈະ​ສົ່ງ​ການ​ຊ່ວຍ​ເຫຼືອ​ຂະ​ໜາດ​ໃຫຍ່​ໄປ​ໃຫ້​ ຢູ​ເຄ​ຣນ ເພື່ອ​ຕໍ່​ສູ້​ກັບ​ກອງ​ກຳ​ລັງ ຣັດ​ເຊຍ ທີ່​ບຸກ​ລຸກ​ເຂົ້າ​ໄປ.

ພົນ​ເຮືອ​ເອກ ຣອບ ບາ​ວ​ເອີ, ຜູ້​ທີ່​ເປັນ​ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ທະ​ຫານ NATO, ໄດ້​ກ່າວ​ວ່າ ຢູ​ໂຣບ ຕ້ອງ​ການ​ທີ່​ຈະ​ຂະ​ຫຍາຍ​ການ​ຜະ​ລິດ​ໃນ​ຂະ​ນະ​ທີ່​ສົງ​ຄາມ​ດັ່ງ​ກ່າວ​ກ້າວ​ເຂົ້າ​ສູ່​ເດືອນ​ທີ 20.

ທ່ານ ບາວ​ເອີ ໄດ້​ກ່າວ​ຕໍ່​ຄະ​ນະ​ຜູ້​ແທນ​ໃນ​ວັນ​ພຸດ​ວານນີ້​ຢູ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ ວໍ​ຊໍ ວ່າ “ຕອນນີ້​ພວກ​ເຮົາ​ໄດ້​ເອົາ​ລະ​ບົບ​ອາ​ວຸດ​ໃຫ້ ຢູ​ເຄ​ຣນ, ເຊິ່ງ​ແມ່ນ​ດີຫຼາຍ, ແລະ ລູກ​ປືນ ແຕ່ບໍ່​ແມ່ນ​ຈາກ​ຄັງ​ທີ​ເຕັມ​ໄປ​ດ້ວຍ​ອາ​ວຸດ. ພວກ​ເຮົາ​ໄດ້​ເລີ່ມ​ທີ່​ຈະ​ເອົາ​ໃຫ້​ຈາກ​ຄັງ​ອາ​ວຸດ​ທີ່​ຍັງ​ເຫຼືອ​ເຄິ່ງ​ນຶ່ງ ຫຼື ໜ້ອຍກວ່າ​ນັ້ນ​ໃນ ຢູ​ໂຣບ. ແລະ​ສະ​ນັ້ນ, ປະລິ​ມານ​ທີ່​ຕ່ຳ​ທີ່​ສຸດ​ແມ່ນ​ສາ​ມາດ​ແນມ​ເຫັນ​ໄດ້​ໃນ​ເວລານີ້, ແລະ ພ​ວກ​ເຮົາ​ຕ້ອງ​ໄດ້​ໃຫ້​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ​ຂະ​ຫຍາຍ​ການ​ຜະ​ລິດ​ໃນ​ລະ​ດັບ​ທີ່​ໄວ​ຂຶ້ນ. ພວກ​ເຮົາ​ຕ້ອງ​ການ​ຂະ​ໜາດ​ໃຫຍ່,” ໂດຍ​ກ່າວ​ຕື່ມ​ວ່າ​ບັນ​ດາ​ຜູ້​ນຳ​ການ​ເມືອງ​ຕ້ອງ​ກຳ​ເນີນ​ການ​ໃຫ້​ໄວ​ຂຶ້ນ.

ທ່ານ ບາວ​ເອີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຈາກ​ລະ​ດັບ​ການ​ເມືອງ, ເພາະ​ວ່າ​ມັນ​ບໍ່​ແມ່ນ​ແຕ່​ເງິນ​ເທົ່າ​ນັ້ນ, ມັນ​ຍັງ​ເປັນ​ການ​ດຳ​ເນີນ​ການ​ໃນ​ບັນ​ດາ​ປະ​ເທດ​ທີ່​ນຳ​ພາ​ໄປ​ສູ່​ກຳ​ລັງ​ທີ່​ມີ​ຄວາມ​ພ້ອມກວ່າ ແລະ ຄວາມ​ສາ​ມາດ​ທີ່​ພວກ​ເຮົາ​ຕ້ອງ​ການ. ແລະ ຖ້າ​ເຈົ້າ​ເຫັນ​ມັນ​ໃນ 7 ປີ​ກ່ອນ​ສົງ​ຄາມ​ແທ້​ນັ້ນ, ງົບ​ປະ​ມານ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ແລ້ວ, ແຕ່​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ​ແມ່ນບໍ່​ໄດ້​ຂະ​ຫຍາຍ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ. ແລະ ມັນໄດ້​ນຳ​ໄປ​ສູ່​ລາ​ຄາ​ທີ່​ແພງ​ຂຶ້ນ​ກ່ອນ​ສົງ​ຄາມ​ນັ້ນ.”

ກອງ​ກຳ​ລັງ ຢູ​ເຄ​ຣນ ແມ່ນ​ໄດ້​ຍິງ​ລູກ​ປືນ​ໃຫຍ່ຫຼາຍ​ພັນ​ລູກ​ໃສ່​ກອງ​ກຳ​ລັງບຸກ​ລຸກ​ຂອງ ຣັດ​ເຊຍ ທຸກວັນ, ດ້ວຍ​ລູກ​ປືນ​ຈຳ​ນວນຫຼາຍ​ແມ່ນ​ຖືກ​ສະ​ໜອງ​ໃຫ້ໂດຍ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ ຢູ​ເຄ​ຣນ. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ NATO ຍັງ​ໄດ້​ມອບ​ລົດ​ຖັງຫຼາຍ​ຄັນ, ລົດ​ຫຸ້ມ​ເກາະ, ລູກ​ສອນ​ໄຟ ແລະ ລະ​ບົບ​ປ້ອງ​ກັນ​ອາ​ກາດ ແລະ ອຸ​ປະ​ກອນ​ໜັກ​ທາງ​ທະ​ຫານ​ອື່ນໆ​ຈຳ​ນວນຫຼວງຫຼາຍ​ໃຫ້ ກີ​ຢິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG