ທ່ານ Anders Fogh Rasmussen ເລຂາທິການໃຫຍ່ກຸ່ມ
ເນໂຕ້ ຮຽກຮ້ອງໃຫ້ຣັດເຊຍ “ຖອຍຫ່າງອອກຈາກສະຖາ
ນະການທີ່ໃກ້ຈະເປັນສົງຄາມ” ໃນຢູເຄຣນ ໂດຍໃຫ້ຖອນ
ທະຫານຫຼາຍພັນຄົນທີ່ໄດ້ລະດົມໄວ້ ໃນເຂດຊາຍແດນຂອງ
ຕົນນັ້ນຄືນ.
ທ່ານ Ramussen ກ່າວເຊັ່ນນັ້ນໃນວັນພະຫັດວານນີ້ ທີ່ນະ
ຄອນຫຼວງຂອງຢູເຄຣນ ໃນການສະແດງການສະໜັບສະໜຸນ
ແກ່ລັດຖະບານ Kyiv ໃນຂະນະທີ່ທະຫານຂອງຝ່າຍລັດຖະ
ບານສູ້ລົບກັນກັບພວກກະບົດນິຍົມຣັດເຊຍ ຢູ່ໃກ້ໆກັບຊາຍ
ແດນຣັດເຊຍນັ້ນ. ເຈົ້າໜ້າທີ່ເນໂຕ້ ຄົນອື່ນໆ ກໍໄດ້ເຕືອນວ່າ
ກຳລັງຂອງຣັດເຊຍ ຢູ່ເລາະຕາມຊາຍແດນ ສາມາດຮຸກຮານເຂົ້າໄປໃນຢູເຄຣນໄດ້ ພາຍ
ໃຕ້ຂໍ້ອ້າງຂອງການເປັນໜ່ວຍຮັກສາສັນຕິພາບ.
ທ່ານ Ramussen ຍັງໄດ້ກ່າວຫາມົສກູເຊັ່ນກັນວ່າ ເພີ້ມການ
ສະໜັບສະໜຸນແກ່ການກໍ່ການກະບົດ “ທັງໃນລະດັບຂອບ
ເຂດແລະອາວຸດທີ່ທັນສະໄໝ” ແລະທ່ານໃຫ້ຄຳໝັ້ນສັນຍາ
ທີ່ຈະໃຫ້ການສະໜັບສະໜຸນທາງດ້ານຄຳແນະນຳແກ່ຢູເຄຣນ
ຕໍ່ໜ້າອັນທີ່ທ່ານເອີ້ນວ່າ “ການຮຸກຮານ” ຂອງ ຣັດເຊຍນັ້ນ.
ບັນດານັກວິເຄາະຝ່າຍຕາເວັນຕົກ ກ່າວວ່າ ທະຫານຣັດເຊຍ ປະມານ 20 ພັນຄົນ ໄດ້ຖືກ
ສົ່ງກັບຄືນໄປປະຈຳ ຢູ່ໃກ້ໆກັບຊາຍແດນໃນຫວ່າງ ບໍ່ເທົ່າໃດມື້ຜ່ານມານີ້ ພ້ອມທັງລົດຫຸ້ມ
ເກາະ ທະຫານລາບ ກຳລັງພິເສດ ແລະເຮືອບິນ.
ກະຊວງປ້ອງກັນປະເທດຣັດເຊຍ ຕ້ອງຕິການວິເຄາະຂອງຝ່າຍຕາເວັນຕົກໃນວັນພຸດມື້
ກ່ອນນີ້ ໂດຍເອີ້ນການກ່າວຫາ ກ່ຽວກັບການສົ່ງທະຫານໄປຊາຍແດນນັ້ນວ່າ “ ບໍ່ມີມູນ
ຄວາມຈິງ.”