ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ກ່າວວ່າ ສະພາເນໂຕ້ - ຢູເຄຣນ ຈະປະຊຸມກັນ ໃນວັນພຸດນີ້


ແຟ້ມພາບ - ປະທານາທິບໍດີໂວໂລດີເມາຍ ເຊເລັນສກີ ຂອງຢູເຄຣນ ກ່າວປາໄສຕໍ່ກອງປະຊຸມສື່ມວນຊົນທີ່ກອງປະຊຸມສຸດຍອດຂອງອົງການເນໂຕ້ ໃນ​ເມືອງ ວິລນີອຸສ (Vilnius), ວັນທີ 12 ກໍລະກົດ 2023
ແຟ້ມພາບ - ປະທານາທິບໍດີໂວໂລດີເມາຍ ເຊເລັນສກີ ຂອງຢູເຄຣນ ກ່າວປາໄສຕໍ່ກອງປະຊຸມສື່ມວນຊົນທີ່ກອງປະຊຸມສຸດຍອດຂອງອົງການເນໂຕ້ ໃນ​ເມືອງ ວິລນີອຸສ (Vilnius), ວັນທີ 12 ກໍລະກົດ 2023

ການປະຊຸມຄັ້ງໃໝ່ຂອງສະພາເນໂຕ້-ຢູເຄຣນ ທີ່ໄດ້ປະກາດກ່ອນໜ້ານີ້ ເຊິ່ງຄາດວ່າຈະເວົ້າເຖິງຄວາມໝັ້ນຄົງໃນທະເລດຳນັ້ນ ມີກຳນົດຂຶ້ນໃນວັນພຸດນີ້, ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນຄຳປາໄສ ທາງວີດີໂອຕອນກາງຄືນຂອງວັນອາທິດວານນີ້ ອີງຕາມອົງການຂ່າວຣອຍເຕີສ໌.

ໂຄສົກຂອງອົງການເນໂຕ້ ທ່ານນາງ ອວນນາ ລຸນເຈສ໌ກູ (Oana Lungescu) ກ່າວໃນວັນເສົາວ່າ ກອງປະຊຸມທີ່ ທ່ານ ເຊເລັນສກີ (Zelenskyy) ຮ້ອງຂໍໃນການສົນທະນາທາງໂທລະສັບ ກັບເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເທັນເບີກ (Jens Stoltenberg) ຈະປຶກສາຫາລືກ່ຽວກັບສະຖານະການ ຫລັງຈາກຣັດເຊຍ ໄດ້ຖອນຕົວອອກຈາກຂໍ້ຕົກລົງທີ່ມີອາຍຸນຶ່ງປີ ກ່ຽວກັບການກວດກາການສົ່ງອອກເມັດພືດຈາກທ່າເຮືອຂອງຢູເຄຣນ.

"ໃນຄວາມເປັນຈິງແລ້ວ, ວັນທີໄດ້ຖືກຕົກລົງທັນທີ ຫຼັງຈາກການສົນທະນາຂອງພວກເຮົາໃນມື້ວານນີ້," ທ່ານເຊເລັນສກີ (Zelenskyy) ໄດ້ກ່າວ. "ກອງປະຊຸມຈະຈັດຂຶ້ນໃນວັນພຸດນີ້."

ທ່ານ​ກ່າວ​ວ່າ ກອງ​ປະ​ຊຸມ​ແມ່ນ​ນຶ່ງໃນເຫດການ ທີ່ຢູເຄຣນກຳລັງ​ກະ​ກຽມ ​ໃນ​ອາ​ທິດທີ່​ຈະ​ມາ​ເຖິງນີ້ ເຊິ່ງຈະຊ່ວຍ​ເພີ່ມ​ທະ​ວີ​ຄວາມແຂງແກ່ນ ໃນການ​ປ້ອງ​ກັນ​ປະ​ເທດ​ຂອງຕົນ. ທ່ານ​ໄດ້ກ່າວ​ວ່າ ແຜນການສະໜັບສະໜຸນຮອບໃໝ່ ທີ່ກຳລັງມີການກະກຽມ ແມ່ນລວມ​ທັງ​ການ​ປ້ອງ​ກັນ​ທາງ​ອາ​ກາດ, ປືນ​ໃຫຍ່, ແລະ​ອາ​ວຸດ​ໄລ​ຍະ​ໄກ ໃຫ້ຫຼາຍຂຶ້ນ.

ທ່ານນາງ ລຸນເຈສ໌ກູ (Lungescu) ກ່າວ​ວ່າ ກອງ​ປະ​ຊຸມເວົ້າເຖິງ​ການ​ດຳເນີນການຂອງ​ແລວ​ທາງ​ສໍາ​ລັບ​ການ​ສົ່ງ​ອອກ​ເມັດ​ພືດ​ແລະຈະ​ຈັດ​ຂຶ້ນ​ໃນ​ລະ​ດັບ​ ເອກ​ອັກ​ຄະ​ລັດ​ຖະ​ທູດ. ກອງ​ປະ​ຊຸມ​ຄັ້ງປະຖົມມະເລີກ, ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ NATO ໃນນະຄອນ ວິລນຽສ (Vilnius), ມີ​ປະ​ມຸກ​ລັດ ຫຼື ລັດ​ຖະ​ບານ​ເຂົ້າ​ຮ່ວມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG