ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄຣນເລີ້ມ​ຕົ້ນ ​ຖອນທະຫານ ອອກ​ຈາກ ​ເຂດ​ກັນ​ຊົນ (ວີດີໂອ)


ເຈົ້າ​ໜ້າ​ທີ່​ຢູ​ເຄຣນກ່າວ​ວ່າ ພວກ​ຕົນ​ໄດ້​ເລີ້ມ​ຕົ້ນ​ຖອນ​ທະຫານ
​ອອກ​ຈາກ ​ເຂດ​ກັນ​ຊົນ ​ໃນ​ພາກ​ຕາ​ເວັນ​ອອກ​ຂ​ອງປະ​ເທດ ບ່ອນ
​ທີ່​ເຂົາ​ເຈົ້າ​ໄດ້​ຕໍ່ສູ້​ກັບ​ພວກ​ຢາກ​ແຍກ​ດິນ​ແດນ​ທີ່​ນິຍົມຣັດ​ເຊຍ​ນັ້ນ.

​ໂຄສົກ​ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ໂຈມ​ຕີ​ຂອງ
​ພວກ​ກະບົດ​ໄດ້​ຫລຸດ​ລົງ ຊຶ່ງ​ອຳນວຍ​ໃຫ້ Kyiv ​ຈັດ​ຕັ້ງ​ປະຕິບັດຂໍ້​
ຕົກລົງ​ທີ່​ໄດ້​ບັນລຸ​ກັນ ​ໃນ​ອາທິດ​ແລ້ວ​ນີ້ ​ກັບ​ພວກ​ຢາກ​ແຍກ​ດິນ
​ແດນ ທີ່​ຈະ​ຈັດ​ຕັ້ງ​ເຂດ​ກັນ​ຊົນ ​ໄລຍະ 30 ຫລັກ​ກິ​ໂລ​ແມັດ​ຂຶ້ນນັ້ນ.

​ໃນ​ວັນ​ອາທິດ​ວານ​ນີ້ ຢູ​ເຄຣນກ່າວ​ວ່າ ຕົນຈະ​ບໍ່​ຖອນ​ກຳລັງ​ທະ
ຫານ​ຂອງ​ຕົນອອກ​ ຈົນ​ກວ່າ​ການລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ​ ຈະ​
ຢຸດຕິ​ລົງ ​ແລະ​ວ່າ ການລະ​ເມີດ​ຫລາຍໆ​ຄັ້ງ ​ຍັງ​ມີ​ຂຶ້ນ​ຢູ່.

ເລື້ອງ​ຢູ​ເຄຣນຈະ​ຢູ່​ໃນ​ອັນ​ດັບ​ຕົ້ນ ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຢູ່
ນະຄອນ​ນິວຢອກ​ໃນ​ສັບປະດາ​ນີ້. ​ແຕ່​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin
ຈະ​ບໍ່​ໄປ​ຮ່ວມ​. ລັດຖະມົນຕີ​ຕ່າງປະ​ເທດ Sergei Lavrov ຈະໄປ​ມີໜ້າ​ແທນ. ຢ່າງ​ໃດ​ກໍ
ຕາມ ​ເຈົ້າ​ໜ້າ​ທີ່​ວັງ​ແຄຣມລິນ​ກ່າວ​ວ່າ ທ່ານ​ພູ​ຕິນຈະ​ໄປ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຂອງ​ກຸ່ມ
G20 ຢູ່​ອອສ​ເຕຣ​ເລຍ ​ໃນ​ເດືອນ​ພະຈິກ ບ່ອນ​ທີ່ ​ແນ່ນອນ​ວ່າ ບັນຫາ​ຢູ​ເຄຣນຈະ​ຄອບ​ງຳ
ການ​ສົນທະນາ​ຫາລື​ກັນ​.

Russia's Opposition Holds Peace March for Ukraine
please wait

No media source currently available

0:00 0:03:01 0:00

​ໃນ​ວັນອາທິດວານ​ນີ້​ເຊັ່ນ​ກັນ ປະຊາຊົນຣັດ​ເຊຍຫຼາຍພັນ​ຄົນ​ໄດ້​ອອກ​ມາ​ເດີນ​ຂະ​ບວນ​ຢູ່ນະຄອນຫລວງ​ມົສກູ ປະ​ທ້ວງ​ວັງ Kremlin ທີ່ສະໜັບ ສະໜຸນ ​ຊາວ​ຢູ​ເຄຣນທີ່​ຢາກແບ່ງ​ແຍກ​ດິນ​ແດນນັ້ນ.

ຜູ້​ປະ​ທ້ວງຄົນ​ນຶ່ງ ກ່າວຕໍ່​ວີ​ໂອ​ເອ ​ວ່າ ປະທານາທິບໍດີ Vladimir Putin ກຳລັງ​ລາກຣັດ​ເຊຍ​ເຂົ້າ​ໄປ​ສູ່​ຄວາມວຸ້ນວາຍ ລັດທິ​ຊາດ​ນິຍົມ ​ແລະ ລັດທິ​ຟາສິສທ໌.

ພວກປະທ້ວງທີ່​ເປັນຝ່າຍ​ກົງກັນຂ້າມຈຳນວນ​ນຶ່ງ ຜູ້​ທີ່​ສະໜັບສະໜຸນ ວັງ Kremlin ​ໄດ້​ອອກ​ມາ​ຮ້ອງ​ໃສ່​ພວກເດີນ​ຂະ​ບວນວ່າ​ ທໍລະ​ຍົດຕໍ່​ຊາດ. ​ມີ​ການປະ​ທະ​ຍູ້​ກັນ​ໄປມາ​ແລະ​ຕົບ​ຕີ​ກັນ​ເກີດຂຶ້ນ ລະຫວ່າງ​ທັງ​ສອງ​ຝ່າຍ ​ເຖິງ​ແມ່ນ​ວ່າ​ ຈະ​ມີ​ກຳລັງ​ຕຳຫລວດຍາມຢູ່​ຫລາຍ ກໍຕາມ.

UKRAINE VOSOT
please wait
Embed

No media source currently available

0:00 0:02:39 0:00

XS
SM
MD
LG