ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍພົນ ສຫລ ຫວັງວ່າ ເຂດກັນຊົນ ຢູ່ຢູເຄຣນ ຈະເຮັດໃຫ້ວິກິດການ ສະຫງົບລົງ (ວີດີໂອ)


ພາບຫລ້າສຸດ ຈາກຢູເຄຣນ
ພາບຫລ້າສຸດ ຈາກຢູເຄຣນ

ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ກຸ່ມ​ເນ​ໂຕ້ກ່າວ​ວ່າ ທ່ານມີ​ຄວາມ​
ຫວັງ​ວ່າ ຂໍ້​ຕົກລົງ​ກັນ​ໃໝ່ເພື່ອ​ຈັດ​ຕັ້ງ​ເຂດ​ກັນ​ຊົນ​ຂຶ້ນ​ ລະຫວ່າງ
​ພວກ​ທະຫານ​ລັດຖະບານ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ນິຍົມ
ຣັດ​ເຊຍນັ້ນ ​ຈະ​ເຮັດ​ໃຫ້​ວິ​ກິດ​ການ​ງຽບ​ສະຫງົບ​ລົງ.

​ເຖິງ​ຢ່າງ​ໃດ​ກໍ​ດີ ພົນເອກ Philip Breedlove ແຫ່ງກອງທັບ​ອາ
ກາດສະຫະລັດ ກ່າວ​ວ່າ ສະຖານະ​ການ​ໃນ​ປັດຈຸບັນ “ຍັງບໍ່​ດີ”
ເພາະ​ຍັງ​ມີພວກ​ທະຫານຣັດ​ເຊຍ​ ຢູ່​ໃນ​ຢູ​ເຄຣນຢູ່.

ພົນ​ເອກ Breedlove ກ່າວ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ໄດ້​ລົງ​ນາມ​ກັນ
​ໃນ​ຕົ້ນ​ເດືອນ​ນີ້ ​ແມ່ນ​ເປັນ​ “ພຽງແຕ່ໃນ​ນາມ​ຊື່ໆ” ໂດຍ​ທີ່ລະດັບ
​ຕ່າງໆ​ຂອງ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານມາ​ນີ້ ​ແມ່ນ​ສູງ​ເທົ່າ​ກັນ​ກັບ​ລະດັບກ່ອນ​ການ​ຢຸດ​ຍິງ​ນັ້ນ.

ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບໃໝ່​ທີ່​ໄດ້​ບັນລຸ​ກັນ​ໃນ​ນະຄອນ Mink ​ໃນ​ວັນ​ເສົາ​ວານ​ນີ້ ພວກ​ທະ
ຫານ​ຂອງ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ຈະ​ຕ້ອງ​ໄດ້ຖອນ​ພວກ​ປືນ​ໃຫຍ່​ຂອງ​ຕົນ ​ຄືນ
ໄປ 15 ຫຼັກ​ກິ​ໂລ​ແມັດ​ຈາກ​ເຂດ​ແນວ​ໜ້າ ​ເພື່ອ​ຈັດ​ຕັ້ງ​ເຂດ​ກັນ​ຊົນ ​ໄລຍະ 30 ຫຼັກ​ກິ​ໂລ​ແມັດ​.

ຂໍ້​ຕົກລົງ​ທີ່​ເອີ້ນ​ກັນ​ວ່າ “ບັນທຶກ​ຄວາມ​ເຂົ້າໃຈ Minsk” ຍັງ​ບັງຄັບ​ໃຫ້ ​ທັງ​ສອງ​ຝ່າຍ ຖອນ​ທະຫານ “ຮັບຈ້າງຕ່າງປະ​ເທດ” ທັງ​ໝົດ​ອອກ​ຈາກ​ເຂດ​ຂັດ​ແຍ້​ງກັນ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ມົສກູ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້ກ່າວ​ຫາ​ຈາກ​ຝ່າຍ​ຢູ​ເຄຣນ ​ແລະ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ທີ່​ວ່າ ​ທະຫານຣັດ​ເຊຍ​ໄດ້​ທຳ​ການ​ສູ້​ລົບ​ຄຽງ​ບ່າ​ຄຽງ​ໄຫລ່​ກັນ​ ​ກັບ​ພວກ​ກະບົດ​ນັ້ນ.

​ແຕ່​ນາຍ​ພົນ Breedlove ກ່າວ​ວ່າ ຍັງມີ​ກອງກຳລັງ​ຂອງຣັດ​ເຊຍ ຢູ່​ໃນ​ພາກ​ຕາ​ເວັນ​ອອກ
ຂອງ​ຢູ​ເຄຣນນັ້ນ​ຢູ່ ​ເຖິງ​ແມ່ນ​ຈຳນວນ​ທະຫານ​ເຫຼົ່າ​ນີ້ ໄດ້​ຫລຸດ​ລົງ​ກໍ​ຕາມ.

ukraine21september14
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG