ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການເນໂຕ້ ຈະຮັກສາ ກຳລັງທະຫານ 12,000 ຄົນ ​ໄວ້ໃນ ອັຟການິສຖານ


ບັນດາຜູ້ບັນຊາການ ຂອງ NATO ລໍຖ້າການເລີ້ມຕົ້ນ
ກອງປະຊຸມ ຂອງບັນດາລັດຖະມົນຕີ ຂອງ NATO ກ່ຽວກັບ ພາກໃຕ້, ການຮ່ວມມື, ແລະ ຄວາມອາດສາມາດ ໃນດ້ານການປ້ອງກັນ ຢູ່ສຳນັກງານໃຫຍ່ ຂອງອົງການ NATO ໃນນະຄອນຫຼວງ Brussels, ວັນທີ 1 ທັນວາ 2015.
ບັນດາຜູ້ບັນຊາການ ຂອງ NATO ລໍຖ້າການເລີ້ມຕົ້ນ ກອງປະຊຸມ ຂອງບັນດາລັດຖະມົນຕີ ຂອງ NATO ກ່ຽວກັບ ພາກໃຕ້, ການຮ່ວມມື, ແລະ ຄວາມອາດສາມາດ ໃນດ້ານການປ້ອງກັນ ຢູ່ສຳນັກງານໃຫຍ່ ຂອງອົງການ NATO ໃນນະຄອນຫຼວງ Brussels, ວັນທີ 1 ທັນວາ 2015.

ອົງການ NATO ກ່າວວ່າ ຕົນຈະຮັກສາ ກຳລັງທະຫານ ປະມານ
12,000 ຄົນ ​ໄວ້ໃນອັຟການິສຖານ ຕື່ມອີກປີນຶ່ງ ໃນປີ 2016 ເພື່ອ
ປ້ອງກັນປະເທດດັ່ງກ່າວ ບໍ່​ໃຫ້ກາຍເປັນບ່ອນ​ຫລົບ​ລີ້ ສຳລັບພວກ
ກໍ່ການຮ້າຍອີກ.

ເລຂາທິການໃຫຍ່ຂອງອົງການ NATO ທ່ານ Jens Stoltenberg ໄດ້ກ່າວໃນວັນອັງຄານວານນີ້ວ່າ ກຸ່ມພັນທະມິດສັນຍາທີ່ຈະຮັກສາ​
ກຳ ລັງ “ທະຫານປະມານ 12,000 ຄົນ” ອັນເປັນສ່ວນໜຶ່ງ ຂອງ
ໜ່ວຍປະຕິບັດການສະໜັບສະໜູນຂອງຕົນ ຢູ່ໃນຂົງເຂດນັ້ນ.
ທ່ານໄດ້ກ່າວອີກວ່າ ຕົວເລກດັ່ງກ່າວ ແມ່ນສອດຄ່ອງກັບ​ໂຕ​ເລກ
ກຳລັງທະຫານຂອງອົງການ NATO ໃນປັດຈຸບັນ ຢູ່ໃນ
ອັຟການິສຖານ.

ທ່ານ Stoltenberg ໄດ້ປະກາດ ກ່ຽວ​ກັບການໃຫ້ຄຳສັນຍາດັ່ງກ່າວ ຫຼັງຈາກບັນດາລັດ
ຖະມົນຕີ ການຕ່າງປະເທດ ຂອງກຸ່ມພັນທະມິດ ໄດ້ຮັບຮອງເອົາການຕັດໃຈນັ້ນ.

ສະຫະລັດ ແລະ ບັນດາພັນທະມິດຂອງຕົນ ໄດ້ບຸກເຂົ້າໄປໃນອັຟການິສຖານ ເມື່ອປີ 2001 ຫຼັງຈາກມີການໂຈມຕີກໍ່ການຮ້າຍ ເມື່ອວັນທີ 11 ກັນຍາ ເພື່ອສູ້ລົບກັບກຸ່ມຕາລີບານ. ອົງການ NATO ໄດ້ຮັບໜ້າທີ່ ​ເປັນ​ຜູ້ບັນຊາການ ໃນປີ 2003 ແຕ່ກຸ່ມພັນທະມິດ ໄດ້ຍຸດຕິປະຕິ ບັດການສູ້ລົບ ໃນປີ 2004 ແລ້ວຈົ່ງໄວ້ແຕ່ ໜ່ວຍປະຕິບັດການສະໜັບສະໜູນ ​ເ​ທົ່ານັ້ນ.

ໃນປັດຈຸບັນນີ້ ພວກຫົວຮຸນແຮງຕາລີບານຍັງ​ສືບ​ຕໍ່​ເພີ້ມທະວີການໂຈມຕີ ໃນຂະນະທີ່ ກຸ່ມລັດອິສລາມ ແມ່ນກຳລັງມີອິດທິພົນເພີ້ມຂຶ້ນ ຢູ່ໃນປະເທດອັຟການິສຖານ.

XS
SM
MD
LG