ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າໜ້າທີ່ ປ້ອງກັນປະເທດ ລະດັບສູງ ສຫລ ໂຈມຕີ ການປະພຶດ ທີ່ບໍ່ຮອບຄອບ ຂອງ ຣັດເຊຍ


ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ, ນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ, ນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ “Jim Mattis” ໄດ້ລົງ
ໂທດ ຣັດເຊຍ ສຳລັບພຶດຕິກຳ ທີ່ເປັນອັນຕະລາຍ ແລະ ບໍ່ລະມັດລະວັງ, ໂດຍກ່າວ
ວ່າ ມັນ “ຂ້ອນຂ້າງຈະເຫັນໄດ້ຊັດ” ວ່າ ມົສກູ ແມ່ນຜູ້ຢູ່ເບື້ອງຫຼັງການໃຊ້ສານເຄມີທຳ
ລາຍປະສາດຂອງທະຫານ ຕໍ່ອະດີດນັກສືບຊາວ ຣັດເຊຍ ແລະ ລູກສາວຂອງລາວ
ໃນປະເທດ ອັງກິດ.

ທ່ານ ແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ທີ່ທຳນຽບຫ້າແຈ
ເມື່ອຖືກຂໍໃຫ້ອະທິບາຍກ່ຽວກັບເຫດການທີ່ໄດ້ກໍ່ໃຫ້ ເກີດການການຕອບໂຕ້ ທາງ
ການທູດຕໍ່ ຣັດເຊຍ ວ່າ “ຈະວ່າການພະຍາຍາມຂ້າຜູ້ຊາຍຄົນນຶ່ງ ແລະ ລູກສາວຄົນ
ນຶ່ງ, ເປັນແນວໃດ?

ທຳນຽບຂາວໄດ້ກ່າວໃນວັນອັງຄານວານນີ້ວ່າ, ຫຼາຍກວ່າ 25 ປະເທດໄດ້ຂັບໄລ່ເຈົ້າ
ໜ້າທີ່ສືບລັບ ຣັດເຊຍ 150 ຄົນທີ່ “ລີ້ຕົວຢູ່ໃນໜ້າກາກນັກການທູດ ອອກຈາກປະ
ເທດ ແລະ ວໍຊິງຕັນ ໄດ້ຫວັງວ່າຈະມີຫຼາຍປະເທດຕື່ມອີກ ທີ່ຈະປະຕິບັດຕາມການນຳ
ພາຂອງ ວໍຊິງຕັນ.

ໂຄສົກທຳນຽບຂາວທ່ານນາງ ຊາຣາ ຮັກຄາບີ ແຊນເດີສ, ທີ່ໄດ້ເອີ້ນຕົວເລກຂອງປະ
ເທດຕ່າງໆ ທີ່ໄດ້ຢືນຢັດຕໍ່ການກະທຳຂອງ ຣັດເຊຍ ວ່າ “ຄາດຄິດບໍ່ເຖິງນັ້ນ” ໄດ້ເວົ້າ
ວ່າ “ພວກເຮົາແນ່ນອນ ຈະທຳການກົດດັນຕໍ່ ຣັດເຊຍ. ພວກເຮົາແນ່ນອນຈະສະໜັບ
ສະໜູນ ແລະ ເຮັດວຽກກັບບັນດາພັນທະມິດ ແລະຄູ່ຮ່ວມງານຂອງພວກເຮົາໃຫ້ເຮັດ
ແບບດຽວນັ້ນເຊັ່ນກັນ.”

ຄຳເຫັນຕ່າງໆຈາກທັງທຳນຽບຫ້າແຈ ແລະ ທຳນຽບຂາວ ນັ້ນໄດ້ມີຂຶ້ນລຸນຫຼັງການດຳ
ເນີນການຂອງອົງການ NATO ໃນຕອນເຊົ້າຂອງວັນອັງຄານວານີ້, ເຊິ່ງໄດ້ປະກາດ
ວ່າ ເຂົາເຈົ້າຈະຂັບໄລ່ນັກການທູດ ຣັດເຊຍ 7 ຄົນ ແລະ ປະຕິເສດການແຕ່ງຕັ້ງໃຫ້
ເປັນທູດອີກສາມຄົນ ໃນຖານະທີ່ເປັນພາກສ່ວນນຶ່ງຂອງ “ການຕອບໂຕ້ສາກົນທີ່
“ກວ້າງຂວາງ, ເຂັ້ມແຂງ ແລະ ຮ່ວມກັນ.”

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ “Jens
Stoltenberg” ໄດ້ກ່າວວ່າ “ເຂົາເຈົ້າຈະສົ່ງຂໍ້ຄວາມທີ່ກະຈ່າງແຈ້ງຫາ ຣັດເຊຍ ວ່າ
ມັນມີຄວາມເສຍຫາຍ ແລະ ຜົນທີ່ຕາມມາສຳລັບພຶດຕິກຳທີ່ຮັບເອົາບໍ່ໄດ້ຂອງເຂົາ
ເຈົ້ານັ້ນ.”

ໃນວັນຈັນທີ່ຜ່ານມາ ສະຫະລັດ, ໄດ້ສັ່ງໃຫ້ນັກການທູດ ຣັດເຊຍ 60 ຄົນທີ່ຖືກກ່າວ
ຫາວ່າເປັນນັກສືບ ໃຫ້ເດີນທາງອອກຈາກປະເທດພາຍໃນນຶ່ງສັບປະດາ ແລະ ສັ່ງ
ໃຫ້ປິດສະຖານກົງສຸນຂອງ ຣັດເຊຍ ໃນວັນທີ 2 ເມສາ, ໃນນະຄອນ ຊີອາໂຕ ລັດ
ວໍຊິງຕັນ, ເຊິ່ງເປັນເມືອງທ່າເຮືອແຄມຝັ່ງມະຫາສະໝຸດປາຊີຟິກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG