ບັນດາລັດຖະມົນຕີຕ່າງປະເທດອົງການ NATO ໄດ້ປະຊຸມກັນສອງວັນໃນນະຄອນຫຼວງ ບູຄາເຣັສ ຂອງປະເທດ ໂຣມາເນຍ ເລີ່ມຕົ້ນວັນອັງຄານມື້ນີ້ເພື່ອໃຫ້ຄຳສັນຍາຂອງເຂົາເຈົ້າທີ່ຈະສືບຕໍ່ສະໜັບສະໜູນ ຢູເຄຣນ ຕໍ່ຕ້ານການບຸກລຸກຂອງ ຣັດເຊຍ.
ຢູ່ກອງປະຊຸມຖະແຫຼງຂ່າວໃນວັນຈັນວານນີ້, ຫຼັງຈາກການພົບປະກັບປະທານາທິບໍດີ ໂຣມາເນຍ ທ່ານ ຄລາວສ໌ ໂຢຮານນິສ ນັ້ນ, ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕເທັນເບີກ ໄດ້ຂໍໃຫ້ພັນທະທິດ ເພີ່ມການສະໜັບສະໜູນຂອງເຂົາເຈົ້າຢູ່ໃນພາກພື້ນ.
ທ່ານໄດ້ກ່າວວ່າ “ການລົງທຶນໃນການປ້ອງກັນປະເທດຂອງພວກເຮົາແມ່ນຈຳເປັນໃນຂະນະທີ່ພວກເຮົາປະເຊີນກັບວິກິດການດ້ານຄວາມປອດໄພທີ່ໃຫຍ່ທີ່ສຸດຂອງພວກເຮົາໃນຊົ່ວອາຍຸຄົນ.”
ໃນການຕອບໂຕ້ຕໍ່ການຮຸກຮານຂອງ ຣັດເຊຍ ຕໍ່ ຢູເຄຣນ ນັ້ນ, ທ່ານໄດ້ກ່າວວ່າ NATO ແມ່ນກຳລັງເສີມສ້າງການມີໜ້າຂອງເຂົາເຈົ້າຈາກທະເລ ບາລຕິກ ໄປຫາພາກພື້ນທະເລດຳຄືນໃໝ່.
ຫົວໜ້າຂອງພັນທະມິດດັ່ງກ່າວຍັງໄດ້ເວົ້າວ່າກຸ່ມຕໍ່ສູ້ໃໝ່ແມ່ນໄດ້ມີຄວາມພ້ອມແລ້ວ, ລວມທັງກຸ່ມທີ່ຖືກນຳພາໂດຍ ຝຣັ່ງ ໃນ ໂຣມາເນຍ, ໃນຂະນະທີ່ເຮືອບິນລົບຈາກການາດາ ແມ່ນໄດ້ຊ່ວຍເຫຼືອໃນການ “ຮັກສາທ້ອງຟ້າໃຫ້ປອດໄພ,” ແລະ ລູກສອນໄຟ ແພທຣີອັອດ (Patriot) ຂອງ ສະຫະລັດ ແມ່ນກຳລັງຂະຫຍາຍການປ້ອງກັນຂອງອົງການ NATO. ທ່ານໄດ້ກ່າວຕື່ມວ່າ “ພວກເຮົາຈະເຮັດສິ່ງທີ່ຈຳເປັນເພື່ອປົກປ້ອງການປ້ອງກັນພັນທະມິດທັງໝົດຂອງພວກເຮົາ.”
ທ່ານ ສໂຕລເທັນເບີກ ຍັງໄດ້ກ່າວຢ້ຳເຖິງການສະໜັບສະໜູນຂອງຄູ່ຮ່ວມອື່ນໆທີ່ກຳລັງປະເຊີນກັບການກົດດັນຂອງ ຣັດເຊຍ, ເຊັ່ນ ບອສເນຍ ເຮີເຊໂດວີນາ, ຈໍເຈຍ ແລະ ໂມລໂດວາ.
ປະທານາທິບໍດີ ໂຣມາເນຍ ທ່ານ ຄລາວສ໌ ໂຢຮານນິສ ໄດ້ກ່າວວ່າການຕັດສິນແມ່ນໄດ້ຖືກບັນລຸໃນກອງປະຊຸມສຸດຍອດ ມາດຣິດ ເພື່ອຂະຫຍາຍກອງທະຫານ NATO ແລະ ອຸປະກອນທະຫານຢູ່ຊາຍແດນກ້ຳຕາເວັນອອກຂອງພັນທະມິດຕ້ອງຖືກບັງຄັບໃຊ້ໄວເທົ່າທີ່ຈະໄວໄດ້.
ທ່ານ ສໂຕລເທັນເບີກ ໄດ້ຢ້ຳເຖິງຄຳໝັ້ນສັນຍາຂອງອົງການ NATO ເພື່ອອະນຸມັດການເປັນສະມາຊິກ ສຳລັບ ສວີເດັນ ແລະ ຟິນແລນ, ເຊິ່ງຈະຂະຫຍາຍເຂດຊາຍແດນກ້ຳຕາເວັນອອກຂອງອົງການ NATO.
ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າ ຣັດເຊຍ ກຳລັງໃຊ້ລະດູໜາວເປັນອາວຸດດ້ວຍການໂຈມຕີພື້ນຖານໂຄງລ່າງໄຟຟ້າທີ່ສຳຄັນຂອງ ຢູເຄຣນ ແລະ ເຮັດໃຫ້ພົນລະເຮືອນບໍ່ມີໄຟຟ້າ, ອາຍຮ້ອນ ຫຼື ນ້ຳໃຊ້ໃນອຸນຫະພູມແຂງກະດ້າງ.