ຫລັງຈາກການປະກາດຂອງສະຫະລັດ ທີ່ຈະຮັກສາກອງກຳລັງທະຫານຈຳນວນ 8 ພັນ 4 ຮ້ອຍຄົນ ໄວ້ໃນອັຟການິສຖານຕໍ່ໄປ ພວກຜູ້ນຳອົງການເນໂຕ ຈະພົບປະກັນ ທີ່ນະຄອນ Warsaw ໃນວັນສຸກມື້ອື່ນແລະວັນເສົາທີ່ຈະມາເຖິງນີ້ ເພື່ອສົນທະນາກັນກ່ຽວກັບບັນຫາທີ່ສຳຄັນຕ່າງໆດ້ານຄວາມປອດໄພ 3 ເລື້ອງດ້ວຍກັນ ນັ້ນກໍຄື ການສືບຕໍ່ໃຫ້ຄວາມສະໜັບສະໜູນແກ່ກຳລັງອັຟການິສຖານ ການເອົາຊະນະພວກຫົວຮຸນແຮງກຸ່ມລັດອິສລາມ ທາງພາກໃຕ້ຂອງອົງການເນໂຕ ແລະການສະກັດກັ້ນການຮຸກຮານຂອງຣັດເຊຍຕໍ່ ພາກຕາເວັນອອກ ຂອງປະເທດພັນທະມິດ.
“ເວົ້າກັນແບບແຈ້ງໆແລ້ວ ພັນທະມິດ ບໍ່ມີທາງເລືອກ. ພວກເຂົາເຈົ້າທັງຍ່າງທັງຍ້ຳນຳ. ຄືວ່າທ່ານຈະບໍ່ຈັດບູລິມມະສິດຂອງການຂົ່ມຂູ່ ທ່ານຈະບໍລິຫານຈັດການທັງໆໝົດທຸກເລື້ອງລາວ,” ທ່ານ Anthony Cordesman ຈາກສູນກາງຍຸດທະສາດແລະການສຶກສານາໆຊາດ ໄດ້ບອກ VOA ກ່ອນໜ້າກອງປະຊຸມສຸດຍອດ ເຊັ່ນນັ້ນ.
ດ້ວຍການທີ່ຈຳນວນຂອງກອງກຳລັງທະຫານສະຫະລັດ ບໍ່ມີຄວາມແນ່ນອນ ພວກນັກວິໄຈກ່າວວ່າ ພວກຜູ້ນຳອົງການເນໂຕ ຈຶ່ງຈຳເປັນຕ້ອງມີຍຸດທະສາດເພື່ອຊ່ອຍອັຟການິສຖານແກ້ໄຂບັນຫາ ຮວມທັງ ການເສດຖະກິດທີ່ຝືດເຄືອງ ຄວາມບໍ່ສາມາດໃນການເປີດການເຈລະຈາສັນຕິພາບ ກັບກຸ່ມ Taliban ແລະຈຳນວນຂອງຜູ້ຄົນບາດເຈັບທີ່ມີຂຶ້ນຫຼັງຈາກລະດູການທີ່ມີການສູ້ລົບກັນຢ່າງດຸເດືອດນັ້ນ.
ການທີ່ຣັດເຊຍ ປະກາດຮວມເອົາແຫຼມ Crimea ຂອງຢູເຄຣນ ພ້ອມທັງການສືບຕໍ່ສະໜັບສະໜູນພວກກຸ່ມຫົວແບ່ງແຍກດິນແດນ ໃນພາກຕາເວັນອອກຂອງຢູເຄຣນຈຳເປັນທີ່ຈະເພີ້ມກຳລັງເພື່ອຄ້ຳປະກັນໃຫ້ພັນທະມິດຂອງອົງການເນໂຕໃນພາກຕາເວັນອອກ ແລະການເອົາບາດກ້າວເພື່ອສະກັດກັ້ນການຮຸກຮານຂອງຣັດເຊຍ.
ສ່ວນໃນພາກໃຕ້ ກອງກຳລັງປະສົມທີ່ນຳພາໂດຍສະຫະລັດ ແມ່ນພວມຊ່ອຍກຳລັງຮັກສາຄວາມປອດໄພ ແລະພວກນັກລົບຊາວເຄີດ ເພື່ອຈະຊະນະກຸ່ມລັດອິສລາມໃນອີຣັກ ແລະສະໜັບສະໜູນພວກຕໍ່ຕ້ານລັດຖະບານນິຍົມແນວທາງປານກາງ ທີ່ພວມຕໍ່ສູ້ກັບກຸ່ມລັດອິສລາມໃນຊີເຣຍ
ອົງການເນໂຕ ແມ່ນບໍ່ໄດ້ໂຈມຕີກອງກຳລັງຂອງກຸ່ມລັດອິສລາມແບບເປັນເຂດໆໄປ ແຕ່ກັບເປັນແບບວ່າ ສະມາຊິກທັງຫຼາຍ ຫາກເລືອກເອົາໂດຍລຳພັງ ທີ່ຈະປະກອບສ່ວນໃນການປະຕິບັດໜ້າທີ່ ກັບກອງກຳລັງປະສົມ ທີ່ນຳພາໂດຍສະຫະລັດ ຢູ່ໃນຂົງເຂດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ