ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 45 ຄົນ ຖືກຈັບ ໃນການປະທ້ວງ ຕໍ່ຕ້ານ NATO (ວີດີໂອ)


ຕໍາຫລວດຈັບພວກປະທ້ວງ ຕໍ່ຕ້ານກອງປະຊຸມເນໂຕ້ ທີ່ຊີຄາໂກ, ວັນທີ 21 ພຶດສະພາ 2012.
ຕໍາຫລວດຈັບພວກປະທ້ວງ ຕໍ່ຕ້ານກອງປະຊຸມເນໂຕ້ ທີ່ຊີຄາໂກ, ວັນທີ 21 ພຶດສະພາ 2012.

ຕໍາຫຼວດ​ໃນ​ຊິ​ຄາ​ໂກ​ ​ໄດ້ຈັບ​ກຸມພວກ​ປະ​ທ້ວງຢ່າງ​ນ້ອຍ 45 ຄົນ ຫຼັງຈາກ​ໄດ້​ເກີດການ​ປະ​ທະ​ກັນ​ ກັບ​ພວກ​ເຈົ້າ​ໜ້າທີ່ ຢູ່​ທາງ​ນອກ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດຂອງ NATO ນັ້ນ.

ພວກ​ປະ​ທ້ວງຕໍ່ຕ້ານ​ສົງຄາມ ​ຈໍ​ານວນ​ຫຼາຍ​ພັນ​ຄົນ​ ​ໄດ້​ປະກອບສ່ວນ​ໃນ​ການປະ​ທ້ວງ​ທີ່​ຂ້ອນ​ຂ້າງ​ສະ​ງົບ​ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ພໍ​ຕົກແລງມາ ພວກ​ປະ​ທ້ວງ​ຈໍານວນ​ນຶ່ງ ​ໄດ້ພະຍາຍາມ​ຈະລໍ້າ​ເສ້ນ​ທີ່ເຈົ້າ​ໜ້າ​ທີ່ຕໍາຫລວດ​ຢືນຢູ່ ​ເພື່ອ​ຕັນ​ພວກ​ປະ​ທ້ວງ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ຕຶກປະຊຸມ ທີ່​ຕັ້ງ​ຢູ່​ຂ້າງ​ທະ​ເລ​ສາບ ບ່ອນ​ທີ່​ບັນດາ​ຜູ້​ນໍາ​ແລະ​ຂະນະ​ຜູ້​ແທນ ​ຈາກ​ 50 ​ປະ​ເທດ ພວມ​ປະຊຸມກັນ​ຢູ່​ນັ້ນ.

ປະຊາຊົນຫລາຍກຸ່ມ ພາກັນປະທ້ວງກອງປະຊຸມເນໂຕ້ ດ້ວຍສາເຫດຕ່າງໆກັນ:

ຕໍາຫຼວດໃນ​ຊຸດ​ເຄື່ອງ​ແບບ​ປາມ​ການ​ຈະລາຈົນ​ ​ໄດ້​ໃຊ້​ໄມ້​ຄ້ອນ​ ​ຮັບ​ມືກັບພວກ​ປະ​ທ້ວງ ຫຼັງ​ຈາກ​ທີ່​ພວກ​ປະ​ທ້ວງໄດ້​ແກ່ວ​ງ​ແກ້ວ​ແລະ​ສິ່ງ​ຂອງອື່ນໆ ໃສ່​ພວກຕໍາຫຼວດ. ມີຕໍາຫຼວດ 4 ຄົນໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍຈາກ​ການ​ປະ​ທະ​ກັນ​ດັ່ງກ່າວ​ນີ້.

ການປະທ້ວງຂອງວັນອາທິດນັ້ນແມ່ນ​ຕິດຕາມ​ມາ ຫຼັງຈາກທີ່ໄດ້ມີການປະທ້ວງ ລະດັບ
ນ້ອຍກ່ວາຫຼາຍຄັ້ງທີ່ສະງົບ ໃນສອງມື້ກ່ອນໜ້ານີ້.

​ເຊົ້າ​ວັນ​ອາທິ​ດ ກ່ອນ​ໜ້າການ​ປະ​ທະ​ກັນນັ້ນ ຕໍາຫຼວດກ່າວ​ວ່າ ມີ​ຊາຍ​ສອງ​ຄົນ ​ຖືກ​ຈັບ​ກຸມ
ໃນຂໍ້​ຫາວາງ​ແຜນການ​ທີ່​ຈະ​ເຮັດ​ລະ​ເບີດ​ ເພື່ອ​ໃຊ້​ໃນ​ຂະນະ​ທີ່​ກອງ​ປະຊຸມ​ດໍາ​ເນີນ​ໄປ​ຢູ່​ນັ້ນ.

XS
SM
MD
LG