ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ອົງການເນໂຕ້


ພວກຜູ້ນຳຂອງ 28 ປະເທດ ທີ່ໄປຮ່ວມກອງປະຊຸມສຸດຍອດ ຂອງອົງການເນໂຕ້ ທີ່ນະຄອນລິສບອນ (11 ພະຈິກ 2010)
ພວກຜູ້ນຳຂອງ 28 ປະເທດ ທີ່ໄປຮ່ວມກອງປະຊຸມສຸດຍອດ ຂອງອົງການເນໂຕ້ ທີ່ນະຄອນລິສບອນ (11 ພະຈິກ 2010)

ພວກຜູ້ນຳ 28 ປະເທດຂອງກຸ່ມພັນທະມິດເນໂຕ້ພວມ
ປະຊຸມກັນຢູ່ປະເທດປອກຕຸຍກາລເພື່ອສົນທະນາຫາລື
ກ່ຽວກັບສົງຄາມໃນອັຟການິສຖານ ທີ່ດຳເນີນມາເປັນ
ເວລາ 9 ປີແລ້ວນັ້ນ.

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders
Fogh Rasmussen ກ່າວທີ່ນະຄອນຫຼວງລິສບອນ
ໃນວັນເສົາມື້ນີ້ວ່າ ກອງປະຊຸມດັ່ງກ່າວ ແມ່ນຂີດໝາຍ
ຂອງການເລີ້ມຕົ້ນ ໄລຍະການປະຕິບັດງານໃໝ່ ຢູ່ໃນ
ອັຟການິສຖານ.

ເປັນທີ່ຄາດກັນວ່າ ພວກຜູ້ນຳເຫຼົ່ານີ້ຈະໃຫ້ການຮັບຮອງເອົາແຜນການທີ່ກຳນົດໃຫ້ທະຫານ
ຂອງອົງການເນໂຕ້ມອບໂອນການຮັກສາຄວາມປອດໄພໃຫ້ແກ່ທະຫານລັດຖະບານອັຟກາ
ນິສຖານໃນປີໜ້າ ຊຶ່ງເປັນການເລີ້ມຕົ້ນຂັ້ນຕອນໃນການມອບໂອນທີ່ແນໃສ່ໃຫ້ແລ້ວສຳເລັດ
ພາຍໃນທ້າຍປີ 2014.

ປະທານາທິບໍດີອັຟການິສຖານ ທ່ານຮາມິດ ກາໄຊ ກໍໄປຮ່ວມການປະຊຸມໃນ ວັນເສົາມື້ນີ້.

ໃນວັນສຸກວານນີ້ຊຶ່ງເປັນມື້ເປີດກອງປະຊຸມສຸດຍອດເປັນເວລາ 2 ມື້ນັ້ນພວກຜູ້ນຳຂອງອົງ ການເນໂຕ້ໄດ້ບັນລຸການຕົກລົງກ່ຽວກັບການສ້າງລະບົບປ້ອງກັນລູກສອນໄຟທີ່ຈະກວມເອົາ
ທຸກໆປະເທດສະມາຊິກຂອງເນໂຕ້ ຮວມທັງສະຫະລັດອະເມຣິການຳດ້ວຍ.

XS
SM
MD
LG