ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມສຸດຍອດອົງການເນໂຕ້


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຍ່າງກວດແຖວ ທະຫານກອງກຽດຕິຍົດ ຮ່ວມກັບປະທານາທິບໍດີປອກຕຸຍກາລ ທ່ານ Anibal Cavaco Silva ໃນລະຫວ່າງພິທີຕ້ອນຮັບ ຢູ່ທີ່ ທຳນຽບແຫ່ງຊາດ Belem ໃນນະຄອນຫຼວງລິສບອນ (19 ພະຈິກ 2010)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຍ່າງກວດແຖວ ທະຫານກອງກຽດຕິຍົດ ຮ່ວມກັບປະທານາທິບໍດີປອກຕຸຍກາລ ທ່ານ Anibal Cavaco Silva ໃນລະຫວ່າງພິທີຕ້ອນຮັບ ຢູ່ທີ່ ທຳນຽບແຫ່ງຊາດ Belem ໃນນະຄອນຫຼວງລິສບອນ (19 ພະຈິກ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ເດີນ
ທາງໄປເຖິງນະຄອນຫຼວງລິສບອນຂອງປະເທດປອກຕຸຍ
ກາລແລ້ວເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການ
ເນໂຕ້ບ່ອນທີ່ຄາດກັນວ່າເລື່ອງອັຟການິສຖານຈະເປັນຫົວ
ຂໍ້ສຳຄັນສຸດຂອງການປະຊຸມ.

ເປັນທີ່ຄາດກັນວ່າພວກຜູ້ນຳຈາກ 28 ປະເທດສະມາຊິກ
ຂອງກຸ່ມພັນທະມິດທາງທະຫານດັ່ງກ່າວຈະສົນທະນາຫາ
ລືກັນ ກ່ຽວກັບການປະຕິບັດງານທາງທະຫານໃນອະນາ
ຄົດຂອງອົງການເນໂຕ້ ຢູ່ໃນອັຟການິສຖານ ແລະການ
ມອບໂອນການຮັກສາຄວາມປອດໄພ ໃຫ້ແກ່ກຳລັງອັຟ
ການິສຖານ ພາຍໃນປີ 2014.

ເປັນທີ່ຄາດກັນວ່າ ທ່ານໂອບາມາຈະແຈ້ງໃຫ້ທີ່ປະຊຸມຊາບໂດຍສັງເຂບ ກ່ຽວກັບແຜນການ
ຖອນທະຫານຂອງອົງການເນໂຕ້ 130,000 ຄົນ ຊຶ່ງມີກຳນົດຈະເລີ້ມຂຶ້ນໃນປີໜ້າແລະຈະ
ຄ່ອຍໆມອບໂອນ ການຮັກສາຄວາມປອດໄພໃຫ້ແກ່ກຳລັງຮັກສາຄວາມສະຫງົບຂອງອັຟ
ການິສຖານ.

ໂຄສົກຂອງທຳນຽບ 5 ແຈ ທ່ານ Geoff Morell ໃຫ້ຄວາມກະຈ່າງແຈ້ງໃນວັນພະຫັດ
ວານນີ້ວ່າວັນເວລາ ແມ່ນຍັງບໍ່ທັນຕາຍໂຕຄັກແນ່. ທ່ານເວົ້າວ່າແຜນການທີ່ວ່ານີ້ແມ່ນ
ຮຽກຮ້ອງໃຫ້ການມອບໂອນ ກ່ຽວກັບການຮັກສາຄວາມປອດໄພສິ້ນສຸດລົງ ພາຍໃນ
ທ້າຍປີ 2014 ຊຶ່ງໝາຍຄວາມວ່າຈະເລີ້ມມີຜົນບັງຄັບໃນປີ 2015.

ເປັນທີ່ຄາດກັນວ່າກຳລັງທະຫານຂອງອົງການເນໂຕ້ຍັງຈະສືບຕໍ່ໃຫ້ການຝຶກແອບແລະປະ ຕິບັດງານທາງດ້ານມະນຸດສະທຳ ຢູ່ໃນອັຟການິສຖານໄປຕື່ມອີກ ໄລຍະນຶ່ງ ຫຼັງຈາກນັ້ນ.
ໃນລະຫວ່າງກອງປະຊຸມສຸດຍອດເປັນເວລາ 2 ມື້ ຢູ່ປະເທດປອກຕຸຍກາລນີ້

ເປັນທີ່ຄາດກັນວ່າພວກຜູ້ນຳຂອງອົງການເນໂຕ້ ຍັງຈະເປີດເຜີຍໃຫ້ຊາບກ່ຽວກັບຄວາມ
ຄິດໃນຍຸດທະສາດໃໝ່ຂອງກຸ່ມພັນທະມິດ ຮວມທັງການປ້ອງກັນທີ່ເຂັ້ມແຂງກວ່າເກົ່າຕ້ານ ການໂຈມຕີກໍ່ການຮ້າຍທາງອິນເຕີແນັດ ແລະຕໍ່ຕ້ານການໂຈມຕີດ້ວຍລູກສອນໄຟຂີປະນາ
ວຸດ.

XS
SM
MD
LG