ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມເນໂຕ້ ເພ່ງເລັງໃສ່ ບັນຫາອັຟການິສຖານ (ວີດີໂອກັບສະໄລດ໌)


ບັນດາຜູ້ນໍາຂອງກຸ່ມເນໂຕ້ກໍາລັງເພ່ງເລັງໃສ່ເລື້ອງອັຟການິສຖານໃນມື້ທີສອງຂອງກອງ
ປະຊຸມສຸດຍອດຂອງກຸ່ມພັນທະມິດ ຢູ່ Chicago ລັດອິລລີ​ນອຍ ໃນຂະນະທີ່ພວກເຂົາ
ເຈົ້າວາງ​ແນວ​ທາງ​ສໍາລັບ​ກ້າວ​ເດີນຕໍ່ໄປ ຫຼັງຈາກ​ໄດ້ທໍາສົງຄາມມາເປັນເວລານຶ່ງທົດສະ
ວັດ​ແລ້ວນັ້ນ.

ຄາດວ່າພວກເຈົ້າໜ້າທີ່ເຫຼົ່ານີ້ຈະເສັດສິ້ນວາງແຜນການໃນວັນຈັນມື້ນີ້ ສໍາລັບ​ການມອບ
ໂອນອໍານາດ​ໃນການຄວບຄຸມວຽກ​ງານຮັກສາຄວາມປອດໄພໄປ​ໃຫ້​ອັຟການິສຖານພາຍ
ໃນກາງປີໜ້າ ກ່ອນກໍານົດການຖອນກໍາລັງຕ່າງປະເທດສ່ວນ​ໃຫຍ່ອອກໄປພາຍໃນທ້າຍ
ປີ 2014 ນັ້ນ.

ໃນວັນອາທິດວານນີ້ ປະທານາທິບໍດີ Hamid Karzai cເຫ່ງອັຟການິສຖານຢືນຢັນຄັ້ງ
ໃໝ່ເຖິງຄວາມໝາຍໝັ້ນຂອງລັດຖະບານຂອງທ່ານ ຕໍ່ຕາລາງເວລາດັ່ງກ່າວນັ້ນ ເພື່ອບໍ່​ໃຫ້ອັຟການິສຖານເປັນພາລະແບກ ຫາບສໍາລັບປະຊາຄົມໂລກຕໍ່​ໄປອີກ.

ແຕ່ທ່ານ Anders Fogh Rasmussen ຫົວໜ້າກຸ່ມເນໂຕ້ ກ່າວວ່າຈະບໍ່ມີຄວາມຟ້າວ
ຟັ່ງໃດໆ​ໃນການຖອນອອກ​ໄປນັ້ນ ແລະວ່າ ກຸ່ມເນໂຕ່ຍັງຄົງມີຄວາມໝາຍໝັ້ນຕໍ່ການ
ເປັນພາຄີໄລຍະຍາວກັບປະຊາ ຊົນອັຟການິສຖານ ກາຍປີ 2014 ​ໄປ​ອີກ.

ເວລານີ້ ມີທະຫານຕ່າງປະເທດປະມານ 130 ພັນຄົນຍັງປະຕິບັດງານ ຢູ່ໃນອັຟການິສ
ຖານ ອັນເປັນພາກສ່ວນນຶ່ງຂອງກໍາລັງປະສົມເນໂຕ້ ພາຍໃຕ້ການນໍາພາຂອງສະຫະລັດ.
ໃນສັບປະດາ​ແລ້ວນີ້ ທ່ານ Francois Hollande ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່
ຂອງຝຣັ່ງ ໄດ້ຢືນຢັນຄໍາໝັ້ນສັນຍາຂອງທ່ານຄືນອີກວ່າ ຈະຖອນກໍາລັງສູ້ລົບຂອງ ຝຣັ່ງ
ທັງໝົດ ອອກຈາກອັຟການິສຖານ​ໄປພາຍໃນທ້າຍປີນີ້. ຝຣັ່ງມີ ທະຫານປະມານ 3300 ຄົນຢູ່ໃນອັຟການິສຖານ ຊຶ່ງເປັນຈໍານວນຫລາຍອັນດັບ 5 ທີ່ເຂົ້າປະກອບສ່ວນໃນກໍາ
ລັງປະສົມນັ້ນ.

XS
SM
MD
LG