ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ​ອົງ​ການ​ເນ​ໂຕ້ ຍາມ​ໂຮງ​ການ​ເມືອງ ທີ່​ໂກ​ໂຊ​ໂວ ຂະ​ນະ​ທີ່​ພວກ​ປະ​ທ້ວງ​ເຊີ​ເບຍ ທັບ​ລົດ 2 ຄັນ


ທະ​ຫານ​ໂປ​ແລນ​ ໃນ​ໜ່ວຍ​ປະ​ຕິ​ບັດ​ງານ KFOR ຢືນ​ຍາມ ທີ່​ໂຮງ​ການປົກ​ຄອງ ​ເມືອງ​ Zvecan ໃນ​ໂກ​ໂຊ​ໂວ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2023.
ທະ​ຫານ​ໂປ​ແລນ​ ໃນ​ໜ່ວຍ​ປະ​ຕິ​ບັດ​ງານ KFOR ຢືນ​ຍາມ ທີ່​ໂຮງ​ການປົກ​ຄອງ ​ເມືອງ​ Zvecan ໃນ​ໂກ​ໂຊ​ໂວ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2023.

ພວກ​ປະ​ທ້ວງ​ຊາວ​ເຊີ​ເບຍ​ໄດ້​ພາ​ກັນ​ທຸບ​ທຳ​ລາຍ​ລົດ 2 ຄັນ​ທີ່​ເປັນ​ຂອງ​ພວກ​ນັກ​ຂ່າວ​ອາ​ລ​ບາ​ເນຍ ທີ່​ເມືອງ​ເລ​ໂປ​ຊາ​ວິ​ສ (Leposavic) ໃນ​ໂກ​ໂຊ​ໂວ​ເມື່ອ​ວັນ​ອັງ​ຄານ​ວານນີ້ ນຶ່ງມື້​ຫຼັງ​ຈາກ​ພວກ​ທະ​ຫານ​ຂອ​ງົການ​ເນ​ໂຕ້ 30 ຄົນແລະ​ພວກ​ປະ​ທ້ວງ 52 ຄົນ​ ໄດ້​ຮັບ​ບາດ​ເຈັບ ໃນ​ການ​ປະ​ທະ​ກັນ ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່​ສະ​ຫະພາ​ບ​ຢູ​ໂຣບ ແລະ​ອົງ​ການ​ເນ​ໂຕ້ ຮຽກ​ຮ້ອງ​ຂໍ​ໃຫ້​ມີ​ຄວາມ​ສະ​ຫງົບ​ແລະ​ຫລຸດ​ຜ່ອນ​ການ​ກໍ່​ຄວາມ​ຮຸນ​ແຮງ.

ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ຂົງ​ເຂດ​ໄດ້​ເພີ້ມ​ທະ​ວີ​ຂຶ້ນ ນັບ​ແຕ່​ເຈົ້າ​ເມືອງ​ຊຶ່ງ​ເປັນ​ຄົນ​ອາ​ລ​ບາ​ເນຍ ເລີ້ມ​ເຂົ້າ​ຮັບ​ຕຳ​ແໜ່ງ ຢູ່​ໃນ​ເຂດ​ພາກ​ເໜືອ​ຂອງ​ໂກ​ໂຊ​ໂວ ບ່ອນ​ທີ່​ຊາວ​ເຊີ​ເບຍ​ເປັນ​ຄົນ​ກຸ່ມ​ໃຫຍ່ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ເມ​ສາທີ່​ຊາວ​ເຊີ​ເບຍ​ບໍ່​ຍອມ​ໄປ​ປ່ອນ​ບັດ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ພາ​ໃຫ້​ສະ​ຫະ​ລັດ​ ແລະ​ພັນ​ທະ​ມິດ​
ຕ້ອງ​ຕິ​ປ​ຣິ​ສ​ຕີ​ນາ​ໃນ​ວັນ​ສຸກ​ແລ້ວ.

ພວກ​ຜູ້​ຊາຍ​ທີ່​ໃສ່​ໜ້າ​ກາກ ໄດ້​ພາ​ກັນ​ຍ່າງ​ເຂົ້າ​ໄປ​ຫາ​ລົດ​ຄັນ​ນຶ່ງ ທີ່​ມີ​ປ້າຍ​ຂຽນ​ເປັນ​ພາ​ສາ​ອາ​ລ​ບາ​ເນຍ ​ວ່າ “A2, ເຄືອ​ຂ່າຍ CNN” ແລ້ວ​ກໍ​ພາ​ກັນ​ທຸບ​ແກ້ວ ​ໜ້າ​ລົດ ​ອີງ​ຕາມຄຳ​ເວົ້າ​ນັກ​ຂ່າວ ຈາກ​ອົງ​ການ​ຂ່າວ​ຣອຍ​ເຕີ້ ​ທີ່​ເຫັນ​ເຫດ​ການ​ຄົນ​ນຶ່ງ. ​ລົດ​ອີກ​ຄັນ​ນຶ່ງ ​ແມ່ນເປັນ​ຂອງ​ນັກ​ຂ່າວ​ຈາກ​ອີກ​ອົງ​ການ​ນຶ່ງ ​ກໍ​ໄດ້​ຖືກ​ທຸບ​ຄື​ກັນ. ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດ​ການ​ດັ່ງ​ກ່າວ.

ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ​ໂຈ​ເຊັບ ບໍ​ແຣ​ລ ໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ຜູ້​ນຳ​ຂອງ​ໂກ​ໂຊ​ໂວ​ແລະ​ເຊີ​ເບຍ ຊອກ​ຫາ​ທາງ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ຫາ​ລື​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG