ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ລະເບີດສະຫຼະຊີບ ສັງຫານທະຫານ ອົງການ ເນໂຕ 3 ຄົນໃນ ອັຟການິສຖານ


ນາຍພົນ ຈອນ ນິໂຄລສັນ, ຜູ້ບັນຊາການລະດັບສູງ ອາເມຣິກັນ ໃນ ອັຟການິສຖານ ລົມກັບບັນດານັກຂ່າວຢູ່ຖານທັບອາກາດ ບາແກຣມ ພາກເໜືອຂອງນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 14 ມີນາ, 2018.
ນາຍພົນ ຈອນ ນິໂຄລສັນ, ຜູ້ບັນຊາການລະດັບສູງ ອາເມຣິກັນ ໃນ ອັຟການິສຖານ ລົມກັບບັນດານັກຂ່າວຢູ່ຖານທັບອາກາດ ບາແກຣມ ພາກເໜືອຂອງນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 14 ມີນາ, 2018.

ອົງການຊ່ວຍເຫຼືອຮອບດ້ານຂອງ ເນໂຕ ໃນປະເທດ ອັຟການິສຖານ ໄດ້ປະກາດໃນ
ວັນອາທິດມື້ນີ້ວ່າ ທະຫານຂອງເຂົາເຈົ້າສາມຄົນໄດ້ຖືກຂ້າຕາຍ ໃນເວລາທີ່ມືລະເບີດ
ສະຫຼະຊີບໄດ້ທຳການໂຈມຕີໃສ່ເຈົ້າໜ້າທີ່ໆກຳລັງລົງຈາກລົດ ຈາກການລາດຕະເວນ
ຮ່ວມກັບກອງກຳລັງທ້ອງຖິ່ນ.

ອົງການດັ່ງກ່າວ ເວົ້າວ່າ ທະຫານ ອາເມຣິກັນ ຄົນນຶ່ງກັບທະຫານບົກຊາວ ອັຟການິສ
ຖານ ສອງຄົນໄດ້ຮັບບາດເຈັບ ໃນເຫດລະເບີດນັ້ນ.

ນາຍພົນກອງທັບບົກ ສະຫະລັດ ທ່ານ ຈອນ ນິໂຄລສັນ ຜູ້ທີ່ບັນຊາການຝ່າຍພົນລະ
ເຮືອນ ແລະ ກອງກຳລັງ ສະຫະລັດ ໃນ ອັຟການິສຖານ ເວົ້າວ່າ “ຂ້າພະເຈົ້າຂໍສະແດງ
ຄວາມເສຍໃຈ, ພ້ອມກັບທັງໝົດ 41 ປະເທດ ທີ່ໄດ້ປະກອບສ່ວນໃນອົງການຊ່ວຍ
ເຫຼືອຮອບດ້ານ, ໄດ້ສະແດງຄວາມເສຍໃຈກັບຄອບຄົວ ແລະ ໝູ່ເພື່ອນຂອງທະຫານ
ຂອງພວກເຮົາຜູ້ທີ່ໄດ້ເສຍຊີວິດ ແລະ ບາດເຈັບ, ກັບອ້າຍນ້ອງ ອັຟການິສຖານ ຂອງ
ພວກເຮົາຜູ້ທີ່ໄດ້ຮັບບາດເຈັບ ແລະ ຄອບຄົວຂອງເຂົາເຈົ້າ.”

ອົງການຊ່ວຍເຫຼືອຮອບດ້ານ ໄດ້ອະທິບາຍວ່າ ເຂົາເຈົ້າຈະບໍ່ເປີດເຜີຍສັນຊາດຂອງຜູ້
ເສຍຊີວິດ ແລະ ບາດເຈັບ ກ່ອນການເປີດເຜີຍໂດຍເຈົ້າໜ້າທີ່ແຫ່ງຊາດຫຼາຍຄົນ.

ທ່ານ ນິໂຄລສັນ ກ່າວວ່າ “ການເສຍສະຫຼະຂອງເຂົາເຈົ້າຈະຢູ່ໃນໃຈ ແລະ ປະຫວັດ
ສາດຂອງເຮົາຕະຫຼອດໄປ, ແລະ ຈະເຮັດໃຫ້ພວກເຮົາແຂງແກ່ນຂຶ້ນກວ່າເກົ່າ.”

ອົງການ ເນໂຕ ບໍ່ໄດ້ກ່າວວ່າ ການໂຈມຕີດັ່ງກ່າວນັ້ນໄດ້ເກີດຂຶ້ນຢູ່ໄສ. ພຽງບໍ່ເທົ່າໃດ
ຊົ່ວໂມງກ່ອນການປະກາດຂອງອົງການ ເນໂຕ ນັ້ນ, ພວກ ຕາລີບານ ໄດ້ອ້າງວ່າພວກ
ເຂົາ ໄດ້ດຳເນີນການ “ລະເບີດທີ່ເປັນກົນລະຍຸດ” ຕໍ່ຂະບວນລົດທະຫານ ອາເມຣິກັນ
ໃນແຂວງ ພາວານ, ເກືອບ 60 ກິໂລແມັດ ທາງພາກເໜືອຂອງນະຄອນຫຼວງ ກາບູລ
ຂອງ ອັຟການິສຖານ.

ໂຄສົກກຸ່ມຕາລີບານ ທ້າວ ຊາບີຮຸລລາ ມູຈາຮິດ, ໄດ້ອ້າງວ່າ ການໂຈມຕີນັ້ນໄດ້ເຮັດ
ໃຫ້ທະຫານ ສະຫະລັດ ເສຍຊີວິດ ຫຼືບາດເຈັບ 8 ຄົນ, ເຖິງຢ່າງໃດກໍຕາມ ການກ່າວ
ອ້າງຂອງພວກກະບົດນັ້ນ ແມ່ນມັກຈະເກີນຄວາມຈິງສະເໝີ.

ໃນຂະນະດຽວກັນ, ພວກລັດອິສລາມ ກໍໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການບຸກ
ຍິງ ແລະ ລະເບິີດສະຫຼະຊີບຢູ່ວັດອິສລາມນິກາຍ ຊີໄອ ໃນແຂວງ ປັກເຕຍ ພາກຕາ
ເວັນອອກຂອງ ອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG