ຣັດເຊຍ ກ່າວຫາ ອົງການເນໂຕ້ ວ່າກັບຄືນໄປສູ່ແນວຄິດ
ສະໄໝສົງຄາມເຢັນອີກ ໂດຍໂຈະການຮ່ວມມືກັບ ຣັດເຊຍ
ຍ້ອນ ຣັດເຊຍ ເຂົ້າຍຶດເອົາເຂດ Crimea ຂອງ ຢູເຄຣນ.
ຜູ້ຕາງໜ້າ ຣັດເຊຍ ປະຈຳອົງການເນໂຕ້ ທ່ານ Alexander
Grushko ໄດ້ຂຽນ ລົງຢູ່ໃນໜ້າ Twitter ຂອງທ່ານໃນວັນ
ພຸດມື້ນີ້ວ່າ ສັນຊາດຕະຍານໃນພື້ນຖານ ສົງຄາມເຢັນຂອງ
ອົງການເນໂຕ້ ໄດ້ຕື່ນຄືນມາອີກ.
ບັນດາລັດຖະມົນຕີຕ່າງປະເທດ ກຸ່ມເນໂຕ້ ສືບຕໍ່ການສົນທະນາຫາລືກັນທີ່ ນະຄອນບັສເຊີລ ໃນວັນພຸດມື້ນີ້ ກ່ຽວກັບວິກິດການໃນ ຢູເຄຣນ.
ບັນດາລັດຖະມົນຕີ ໄດ້ພາກັນຕັດສິນໃຈ ໃນວັນອັງຄານວານນີ້ ເພື່ອຍຸດຕິການຮ່ວມມືຢ່າງເປັນທາງການ ທັງທາງດ້ານພົນລະເຮືອນ ແລະດ້ານທະຫານທັງໝົດ ກັບຣັດ
ເຊຍ.
ເຂົາເຈົ້າກ່າວວ່າ ເຂົາເຈົ້າບໍ່ໃຫ້ການຮັບຮູ້ກ່ຽວກັບການປະກາດຍຶດ ເອົາແຫລມ Crimea ຂອງຢູເຄຣນເຂົ້າເປັນສ່ວນນຶ່ງຂອງ ຣັດເຊ ແລະຮຽກຮ້ອງ ໃຫ້ຣັດເຊຍ ປະຕິ
ບັດຕາມກົດໝາຍສາກົນ ໂດຍທັນທີ.
ຊ່ອງທາງດ້ານການທູດ ລະຫວ່າງອົງການເນໂຕ້ ແລະມົສກູ ຍັງເປີດຢູ່ຕໍ່ໄປ. ໃນຂະນະ
ດຽວກັນ ຣັດເຊຍ ກ່າວຫາ ທະນາຄານຍັກໃຫຍ່ J.P Morgan ຂອງ ສະຫະລັດວ່າ ກີດ
ກັ້ນຢ່າງຜິດກົດໝາຍ ຕໍ່ການໂອນເງິນສົດ ຈາກສະຖານທູດ ຂອງຕົນ ໃນ Kazakhs-
tan ໄປໃຫ້ບໍລິສັດນຶ່ງຂອງຣັດເຊຍ.
ຖະແຫລງການສະບັບນຶ່ງ ຂອງກະຊວງຕ່າງປະເທດ ຣັດເຊຍ ຮ້ອງການເຄື່ອນໄຫວ
ຂອງ ທະນາຄານ J.P Morgan ວ່າ “ເປັນທີ່ຮັບບໍ່ໄດ້ ຜິດກົດໝາຍ ແລະ ບໍ່ມີເຫດມີຜົນ” ແລະເຕືອນວ່າ ການກີດກັ້ນນີ້ຈະພາໃຫ້ເກີດ “ຜົນທີ່ຕິດຕາມມາຕ່າງໆ” ແກ່ສະຖານທູດ ສະຫະລັດ ໃນຣັດເຊຍ.

ພາບຫຼ້າສຸດ ຈາກຢູເຄຣນ ແລະໄຄຣເມຍ
1/11
Ukraine's acting President Oleksandr Turchynov visits a military exhibition near the settlement of Desna in Chernigov region, Ukraine, April 2, 2014.
2/11
Ukrainian soldiers watch as an army medic helicopter flies above during a military exhibition near the settlement of Desna in Chernigov region, April 2, 2014.
5/11
Members of the Ukrainian far-right radical group Right Sector leave their headquarters in Dnipro Hotel as police special forces stand guard, Kyiv, April 1, 2014.
6/11
Commuters walk along railway lines next to Ukrainian tanks ready to depart from Crimea near Simferopol, March 31, 2014.
7/11
Russian Prime Minister Dmitry Medvedev visits Crimea to consider priorities for its economic development, Simferopol, March 31, 2014.
8/11
People walk through the 'Euromaidan' protest camp in Independence Square, Kyiv, March 31, 2014.
9/11
Ukrainians, in accordance with Orthodox church tradition of marking the 40th day since death, remember those who lost their lives during pro-Europe protests in Kyiv, March 30, 2014.
Previous slide
Next slide