ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອົງການ​ເນ​ໂຕ້ ​​ປະນາມ ຣັດ​ເຊຍ ໃນ​ການເພີ້ມທະວີ ກິດຈະການ ທາງທະຫານ ໃນ​ຊີ​ເຣຍ


Syria Russia
please wait
Embed

No media source currently available

0:00 0:02:11 0:00

ຫົວໜ້າ​ຂອງ​ອົງການ​ເນ​ໂຕໄດ້​ປະນາມ​ການເພີ້ມທະວີກິດຈະ
ການທາງທະຫານທີ່ໄດ້ສ້າງຄວາມວິຕົກກັງວົນຂອງຣັດ​ເຊຍ
ໃນ​ຊີ​ເຣຍ ນຶ່ງ​ມື້ຫຼັງ​ຈາກ​ມົສກູ ​ໄດ້​ຍິງ​ລູກ​ສອນ​ໄຟນຳວິຖີ ຊຶ່ງ
​ເປັນ​ພາກສ່ວນ​ນຶ່ງ ຂອງການ​ໂຈມ​ຕີ​ທາງ​ອາ​ກາດ ຕໍ່​ພວກຕໍ່
ຕ້ານ ລັດຖະບານ​ຊີ​ເຣຍ.

ທ່ານ Jen Stoltenberg ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ
​ພະຫັດມື້​ນີ້ ​ໃນ​ຂະນະ​ທີ່ທ່ານ​ເດີ​ນທາງ​ໄປ​ຮ່ວມ​ກອງ​ປະຊຸມ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງການ​ເນ​ໂຕ ​ໃນ​ນະຄອນ
Brusselsບ່ອນ​ທີ່ຄາດກັນວ່າການ​ແຊກ​ແຊງ​ຂອງຣັດ​ເຊຍ ​ໃນ​
ສົງຄາມ​ກາງເມືອງ​ຂອງຊີ​ເຣຍ ນັ້ນ ຈະເປັນຫົວຂໍ້ສຳຄັນຂອງ
ກອງປະຊຸມ.

ເລຂາທິການອົງການເນໂຕ ທ່ານ Jens Stoltenberg ກ່າວ ໃນກອງປະຊຸມ NATO ທີ່ສູນກາງໃຫຍ່ ໃນນະຄອນ Brussels, 8 ຕຸລາ, 2015.
ເລຂາທິການອົງການເນໂຕ ທ່ານ Jens Stoltenberg ກ່າວ ໃນກອງປະຊຸມ NATO ທີ່ສູນກາງໃຫຍ່ ໃນນະຄອນ Brussels, 8 ຕຸລາ, 2015.

ບັນຫາ​ດັ່ງກ່າວນີ້ ແມ່ນໄດ້ມີ​ຄວາມ​ສຳຄັນ​ຂຶ້ນ​ອີກ ຫຼັງ​ຈາກທີ່ມີ​ລາຍ​ງານ​ໃນສັບປະດາ​ນີ້​ວ່າ ​ເຮືອບິນ​ລົບອາຍພົ່ນ​ຂອງຣັດ​ເຊຍ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ຊີ​ເຣຍໄດ້​ລະ​ ເມີດ​ເຂດ​ນ່ານຟ້າ​ຂອງ​ເທີ​ກີ ຊຶ່ງ​ເປັນສະມາຊິກ​ປະເທດນຶ່ງຂອງອົງການພັນທະມິດເນໂຕ
ທີ່​ໄດ້ຮັບການສະໜັບສະໜຸນຈາກສະຫະລັດ​ນັ້ນ.

ທ່ານ Stoltenberg ​ໄດ້​ກ່າວ​ວ່າ: “ອົງການ​ເນ​ໂຕ ​ແມ່ນ​ພ້ອມ​ແລ້ວ ​ແລະ​ສາມາດ​ປົກ​ປ້ອງ​ພັນທະມິດທັງໝົດ ຊຶ່ງ​ຮວມມີ​ເທີ​ກີ ຕໍ່​ການ​ຂົ່ມຂູ່​ໃດ​ໆກໍຕາມ. ອົງການ​ເນ​ໂຕ ​ໄດ້​ຕອບ​ໂຕ້ ໂດ​ຍການ​ເພີ່ມ​ສະມັດຖະພາບ ຄວາມ​ສາມາດ​ຂອງພວກເຮົາທີ່​ຈະ​ສົ່ງ​ກອງ​ກຳລັງໄປຍັງ
ພາກ
ໃຕ້ ຊຶ່ງ​ຮວມທັງ​ເທີ​ກີ ນຳ.”

ລັດຖະມົນຕີປ້ອງກັນຕ່າງປະເທດ ສະຫະລັດ ທ່ານ Ash Carter (ກາງ), ລໍຖ້າເຂົ້າກອງປະຊຸມ ຂອງອົງການເນໂຕ ໃນ ນະຄອນ Brussels, ວັນທີ 8 ຕຸລາ 2015.
ລັດຖະມົນຕີປ້ອງກັນຕ່າງປະເທດ ສະຫະລັດ ທ່ານ Ash Carter (ກາງ), ລໍຖ້າເຂົ້າກອງປະຊຸມ ຂອງອົງການເນໂຕ ໃນ ນະຄອນ Brussels, ວັນທີ 8 ຕຸລາ 2015.

ບັນດາລັດຖະມົນຕີ ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງການ​ເນ​ໂຕ ຈະໃຊ້​ກອງ​ປະຊຸມ​ໃນວັນ​ພະຫັດ​ມື້​ນີ້ ເພື່ອພະຍາຍາມ​ຫາທາງ​ຜ່ອນ​ເບົາ​ວິ​ກິດ​ການ​ດັ່ງກ່າວ​ລົງ ອິງ​ຕາມລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງອັງກິດ​ ທ່ານ Michael Fallon ທີ່​ໄດ້ກ່າວ​ວ່າ ຣັດ​ເຊຍ ​ແມ່ນ​ຍິ່ງ​ເຮັດ​ໃຫ້​ສະຖານະ​ການ​ທີ່ຮ້າຍແຮງຢູ່ແລ້ວໃນ​ຊີ​ເຣຍນັ້ນ​ ເປັນອັນຕະລາຍຫຼາຍຂຶ້ນ.”


ທ່ານ Fallon ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ກ່ອນ​ທີ່ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມວ່າ “ສິ່ງ​ດຽວ​ທີ່​
ທາງຣັດເຊຍ ຈະຊ່ອຍໄດ້
ແມ່ນ​ການ​ໃຊ້ອິດທິພົນຂອງຕົນ ຍຸດຕິປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ບໍ່ໃຫ້ຖິ້ມ​ລະ​ເບີດ​ໃສ່​ປະຊາຊົນ​ຂອງ​ຕົນເອງ.​”

ລັດຖະມົນຕີ ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ashton Carter ຊຶ່ງຈະເຂົ້າຮ່ວມໃນ​ການ​ສົນທະນາ​ຫາລື​ນັ້ນ ໃນ​ວັນ​ພຸດ​ວານ​ນີ້ ​ໄດ້ຕຳ​ນິຕິ​ຕຽນ​ຢ່າງ​ແຮງ ຕໍ່​ການ​ປະຕິບັດງານ​ທາງ​ທະຫານ​ຂອງຣັດ​ເຊຍ ​ແລະປະຕິຍານວ່າ ​ວໍ​ຊີງ​ຕັນຈະ​ບໍ່​ປະສານ​ງານ​ກັບຣັດ​ເຊຍ ກ່ຽວກັບ
ເລື້ອງ​ນີ້.

XS
SM
MD
LG